ສາລະວັນ ຍັງຕ້ອງການຝຶກທັກສະ ດ້ານການບໍລິການຕໍ່ ນັກທ່ອງທ່ຽວ

16:32 | 11/05/2018

ເມື່ອບໍ່ດົນມານີ້, ທ່ານ ນາງ ວັນນິດາ ຮັບໄຊທອງ ຜູ້ຮັບຜິດຊອບໂຄງການຂັ້ນແຂວງ ອົງການສະວິດຄອນແທັກ(Swiss contact) ໄດ້ລາຍງານ ສະພາບການທ່ອງທ່ຽວ ແລະ ການບໍລິການ ພາຍໃນແຂວງສາລະວັນ.

ສາລະວັນ ຍັງຕ້ອງການຝຶກທັກສະ ດ້ານການບໍລິການຕໍ່ ນັກທ່ອງທ່ຽວ

ກອງປະຊຸມ ປະເມີນຄວາມຕ້ອງການ ດ້ານການຝຶກອົບຮົມ ຂອງພາກທຸລະກິດທີ່ປະກອບການ ກິດຈະການດ້ານທ່ອງທ່ຽວແຂວງສາລະວັນ

ແຂວງສາລະວັນ ໄດ້ຈັດກອງປະຊຸມ ປະເມີນຄວາມຕ້ອງການ ດ້ານການຝຶກອົບຮົມ ຂອງພາກທຸລະກິດທີ່ປະກອບການ ກິດຈະການດ້ານທ່ອງທ່ຽວ ເພື່ອໃຫ້ການບໍລິການທຸກດ້ານ ພາຍໃນແຂວງສາລະວັນ ໄດ້ຖືກ ຍົກລະດັບ ດີຂຶ້ນກວ່າເກົ່າ ແລະ ເປັນການປະເມີນຄວາມຕ້ອງການ ຂອງຜູ້ປະກອບໃນດ້ານການບໍລິການ, ເຊິ່ງມີຫລາຍດ້ານ ທີ່ຕ້ອງໄດ້ຍົກລະດັບ ເພື່ອເຮັດໃຫ້ການບໍລິການ ນັກທ່ອງທ່ຽວ ນັບມື້ດີຂຶ້ນເລື້ອຍໆ.

ທ່ານ ນາງ ວັນນິດາ ຮັບໄຊທອງ ຜູ້ຮັບຜິດຊອບໂຄງການຂັ້ນແຂວງ ອົງການສະວິດຄອນແທັກ(Swiss contact) ໄດ້ລາຍງານ ສະພາບການທ່ອງທ່ຽວ ແລະ ການບໍລິການ ພາຍໃນແຂວງສາລະວັນ ວ່າ: ຈຳນວນນັກທ່ອງທ່ຽວ ນັບມື້ນັບມີທ່າອ່ຽງເພີ່ມຂຶ້ນ, ໃນປີ 2017 ມີຈຳນວນວນັກທ່ອງທ່ຽວເກືອບ 1 ແສນຄົນ ສ້າງລາຍຮັບໄດ້ 12 ລ້ານໂດລາສະຫາລັດ, ສ່ວນໃຫຍ່ແມ່ນ ນັກທ່ອງທ່ຽວພາຍໃນ, ນັກທ່ອງທ່ຽວ ຕາມຊາຍແດນ ແລະສາກົນ ທີ່ມາຈາກປະເທດຝຣັ່ງ, ອັງກິດ ແລ ະເຍຍລະມັນ. ສ່ວນດ້ານການບໍລິການ ພາຍໃນແຂວງສາລະວັນ ແມ່ນຍັງມີຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫລາຍຢ່າງຄື: ການຊອກແຮງງານທີ່ມີສືມື, ການເຂົ້າເຖິງການຝຶກອົບຮົມ ຍັງມີຈຳກັດໃນດ້ານຂໍ້ມູນຂ່າວສານ, ອັດຕາການເຂົ້າອອກ ວຽກສູງເຊັ່ນ: ເປັນແຮງງານຊົ່ວຄາວ, ຄວາມໝັ້ນຄົງທາງດ້ານອາຊີບ ແລະ ການສະໜັບສະໜູນຂອງຄອບຄົວ.

ສຳລັບຄວາມຕ້ອງການ ດ້ານການຝຶກອົບຮົມທີ່ ແຂວງສາລະວັນ ຕ້ອງການຍົກລະດັບ ໃຫ້ຜູ້ປະກອບການ ດ້ານການທ່ອງທ່ຽວມີຄື: ທັກສະໃນດ້ານວິຊາສະເພາະ, ທັກສະບໍລິການເຊັ່ນ: ມາລະຍາດ, ການສື່ສານ, ຄວາມໝັ້ນໃຈ, ບຸກຄະລິກກະພາບ, ທັກສະດ້ານພາສາ ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.