ຜູ້ກໍ່ຕັ້ງບໍລິສັດ Huawei ໂຕ້ກັບອາເມຣິກາຫລັງເລື່ອນເວລາປະຕິບັດຄຳສັ່ງຫ້າມບໍລິສັດ Huawei ອີກ 90 ວັນ

09:40 | 23/05/2019

ວັນທີ 21 ພຶດສະພານີ້, ເວັບໄຊ ກະຊວງການຄ້າ ອາເມຣິກາປະກາດວ່າ: ຈະເລື່ອນເວລາ 90 ວັນ ໃຫ້ແກ່ບໍລິສັດ Huawei ແລະ ຄູ່ຮ່ວມມື ຂອງບໍລິສັດດັ່ງກ່າວ ເພື່ອໃຫ້ເວລາປັບປຸງ.

ຜູ້ກໍ່ຕັ້ງບໍລິສັດ Huawei ໂຕ້ກັບອາເມຣິກາຫລັງເລື່ອນເວລາປະຕິບັດຄຳສັ່ງຫ້າມບໍລິສັດ Huawei ອີກ 90 ວັນ

ທ່ານ ເຢີນ​ເຈີ້ງ​ເຟີ່ຍ ຜູ້ກໍ່ຕັ້ງ ບໍລິສັດ Huawei.

ໃນວັນ​ທີ 21 ພຶດ​ສະ​ພາ 2019, ເວັບ​ໄຊ​ທາງ​ການ​ ກະ​ຊວງ​ກາ​ນ​ຄ້າ​ອາ​ເມ​ລິ​ກາ​ ປະ​ກາດ​ວ່າ ຈະ​ມອບ​ໃບ​ອະ​ນຸ​ຍາດ​ຊົ່ວ​ຄາວ​ ເປັນ​ເວ​ລາ 90 ວັນ ​ໃຫ້​ບໍ​ລິ​ສັດ​ຫົວ​ເຫວີຍ ​ແລະ ​ຄູ່​ຮ່ວມ​ມື ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ, ເພື່ອ​ເປັນ​ການ​ ໃຫ້​ເວ​ລາ ​ໃນ​ການ​ປັບ​ປຸງ, ​ສັບ​ຊ້ອນ​ ພາກ​ສ່ວນ ​ແລະ​ ບໍ​ລິ​ສັດ​ທີ່​ກ່ຽວ​ຂ້ອງ.

ໃນມື້​ດຽວ​ກັນ, ທ່ານ ເຢີນ​ເຈີ້ງ​ເຟີ່ຍ ຜູ້ກໍ່​ຕັ້ງ​ບໍ​ລິ​ສັດ​ຫົວ​ເຫວີຍ​ ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຈີນ ​ຢູ່​ສຳ​ນັກ​ງານ​ໃຫຍ່​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ​ ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ, ໂດຍ​ກ່າວ​ວ່າ: “ໃບ​ອະ​ນຸ​ຍາດ​ຊົ່ວ​ຄາວ 90 ວັນ” ຂອງ​ອາ​ເມ​ລິ​ກາ ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ຕໍ່​ພວກ​ເຮົາ, ສິ່ງ​ສຳ​ຄັນ​ທີ່​ສຸດ​ຂອງ​ພວກ​ເຮົາ ​ຍັງ​ແມ່ນ​ເຮັດ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ, ສິ່ງ​ທີ່​ລັດ​ຖະ​ບານ​ອາ​ເມ​ລິ​ກາ ​ເຮັດ​ນັ້ນ ພວກ​ເຮົາ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້.

ທ່ານ ເຢີນ​ເຈີ້ງ​ເຟີ່ຍ ກ່າວ​ຕື່ມ​ວ່າ: ກ່ອນນີ້​ໜຶ່ງ​ປີ, ພວກ​ເຮົາ​ກໍ​​ຖືກ​ອາ​ເມ​ລິ​ກາ​ ຈຳ​ກັດ​ແລ້ວ, ແຕ່​ວ່າ 5G ຂອງ​ຫົວ​ເຫວີຍ​ ຈະ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ເດັດ​ຂາດໃນ​ດ້ານ​ເຕັກ​ນິກ 5G, ບໍ​ລິ​ສັດ​ອື່ນ​ບໍ່​ສາ​ມາດ​ພັດທະນາ ທຽບທັນ​ຫົວ​ເຫວີຍ​​ໄດ້ ພາຍ​ໃນ 2-3 ປີ. ພວກ​ເຮົາ​​ບໍ່​ມີ​ທ່າ​ທີ​​​ປະຕິເສດ​ແຜ່ນ​ຊິບ​ຂອງ​ອາ​ເມ​ລິກາ, ຢາກ​ພັດ​ທະ​ນາ​ພ້ອມ​ກັນກັບ​ອາ​ເມ​ລິກາ, ແຕ່​ຖ້າ​​ຫາກວ່າ​ເກີດ​ມີ​ຄວາມ​ຫຍຸ້ງ​ຍາກ​ ໃນ​ການ​ສະ​ ໜອງ​, ພວກ​ເຮົາ​ກໍ​ມີ​ການກະກຽມ​​ສຳ​ຮອງໄວ້​ແລ້ວ. ຄວາມ​ສາ​ມາດ​ການ​ຜະ​ລິດ​ຂອງ​ພວກ​ເຮົາ​​ມະ​ຫາ​ສານ, ຜົນ​ກຳ​ໄລ​ຂອງບໍ​ລິ​ສັດ​ພວກ​ເຮົາ​ກໍ​ຈະ​ບໍ່ຫລຸດ​ລົງ ແລະ​ ຈະ​ບໍ່​ທຳ​ລາຍ​ການ​ພັດ​ທະ​ນາ​ຂອງ​ແໜງ​ການນີ້.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.