Kim Jong-un ອຳລາ Trump ດ້ວຍຄວາມຍິ້ມແຍ້ມ ເຖິງວ່າຈະບໍ່ມີຂໍ້ຕົກລົງໃດຮ່ວມກັນ

00:54 | 15/05/2019

ຍສໝ - ເຖິງວ່າຍັງມີຂໍ້ທີ່ບໍ່ທັນເຫັນດີເປັນເອກກະພາບນຳກັນ ໃນການເຊັນລົງນາມສົນທິກສັນຍາຮ່ວມ, ການນຳ ສປປ ເກົາຫຼີ ຍັງສະແດງຄວາມຍິ້ມແຍ້ມແຈ່ມໃສ ພາຍຫຼັງກອງປະຊຸມຊິ້ນສຸດລົງ ທີ່ ຮ່າໂນ້ຍ.

Kim Jong-un ອຳລາ Trump ດ້ວຍຄວາມຍິ້ມແຍ້ມ ເຖິງວ່າຈະບໍ່ມີຂໍ້ຕົກລົງໃດຮ່ວມກັນ

ປະທານ Kim Jong-un ອຳລາ ປະທານາທິບໍດີ Donald Trump ດ້ວຍຄວາມຍິ້ມແຍ້ມ. (ພາບ: Instagram)

ເລຂາໂຄສົກ ເຮືອນຂາວ Sarah Sanders ວັນທີ 28/2 ໄດ້ອັບບັນຊີ Instagram ຮູບຖ່າຍ ຂອງ ປະທານາທິບໍດີ ອາເມລິກາ Donald Trump ແລະ ປະທານ ສປປ ເກົາຫຼີ Kim Jong-un ພາຍຫຼັງກອງປະຊຸມສຸດຍອດຄັ້ງທີ 2 ຢູ່ຮ່າໂນ້ຍ ຊິ້ນສຸດລົງ.

“ປະທານາທິບໍດີ Trump ກ່າວຄຳອຳລາ ປະທານ Kim ເມື່ອກອງປະຊຸມສຸດຍອດຊິ້ນສຸດລົງ ຢູ່ ຮ່າໂນ້ຍ”, ທ່ານນາງ Sanders ໄດ້ອັບຂໍ້ຄວາມບັນຍາຍຮູບພາບ. ພາຍໃນຮູບ ປະທານ Kim ມີໃບໜ້າທີ່ຍິ້ມແຍ້ມແຈ່ມໃສຂະນະທີ່ໂອ້ລົມກັບ ປະທານາທິບໍດີ Trump.

ກອງປະຊຸມສຸດຍອດ ອາເມລິກາ -ສປປ ເກົາຫຼີ ຢູ່ ໂຮງແຮມ Metropole ຕອນເຊົ້າວັນທີ 28/2 ຈົບລົງໄວກ່ອນກຳນົດ. ຜູ້ນຳທັງສອງຝ່າຍບໍ່ຮ່ວມຮັບປະທານອາຫານທ່ຽງນຳກັນ ແລະ ບໍ່ມີການລົງນາມໃນຄຳຖະແຫຼງ ຮ່ວມ ຕາມແຜນທີ່ວາງໄວ້ກ່ອນໜ້ານີ້.

ໃນການຖະແຫຼງຂ່າວຫຼັງຈາກນັ້ນ, ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ: ທັງສອງຝ່າຍຍັງບໍ່ທັນມີຄວາມເປັນເອກກະພາບກັນກ່ຽວກັບ ການຂວ້າບາດ ຂອງ Washington. ປະທານາທິບໍດີ Trump ເວົ້າວ່າ: “ ສປປ ເກົາຫຼີ ຕ້ອງການໃຫ້ ອາເມລິກາ ລົບລ້າງຄຳສັ່ງຂວ້າບາດທັງໝົດ, ແຕ່ພວກເຮົາຍັງບໍ່ທັນສາມາດເຮັດແນວນັ້ນໄດ້. ພວກເຮົາຕ້ອງໄດ້ຫຼີກລ້ຽງບັນຫາດັ່ງກ່າວນີ້.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.