ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19

12:09 | 15/04/2020

ຍສໝ - ການນໍາບັນດາປະເທດ ອາຊຽນ ໄດ້ຢັ້ງຢືນວ່າ ບຸລິມະສິດແຖວໜ້າຂອງ ອາຊຽນ ໃນປັດຈຸບັນ ແມ່ນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດ, ໂດຍສະເພາະແມ່ນການແຜ່ລະບາດຂ້າມຊາຍແດນ. 

ບ ນດາປະເທດ ອາຊຽນ ສະໜ ບສະໜ ນຂ ລ ເລ ມ ຂອງຫວຽດນາມ ກ ຽວກ ບການຮ ບມ ກ ບໂລກລະບາດໂຄວ ດ 19 ອາຊຽນ ຈະສາມັກຄີນຳກັນຢ່າງແຫນ້ນແຟ້ນໃນການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19
ບ ນດາປະເທດ ອາຊຽນ ສະໜ ບສະໜ ນຂ ລ ເລ ມ ຂອງຫວຽດນາມ ກ ຽວກ ບການຮ ບມ ກ ບໂລກລະບາດໂຄວ ດ 19 ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ
ບ ນດາປະເທດ ອາຊຽນ ສະໜ ບສະໜ ນຂ ລ ເລ ມ ຂອງຫວຽດນາມ ກ ຽວກ ບການຮ ບມ ກ ບໂລກລະບາດໂຄວ ດ 19
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ.(ພາບ:nld.com.vn)

ຕອນບ່າຍວັນທີ 14 ເມສາ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມສຸດຍອດພິເສດ ອາຊຽນ + 3 ທາງອອນລາຍ ໂດຍມີການເຂົ້າຮ່ວມຂອງການນໍາ 10 ປະເທດສະມາຊິກ ອາຊຽນ ແລະ ການນໍາບັນດາປະເທດ ຍີ່ປຸ່ນ, ຈີນ, ສ.ເກົາຫຼີ. ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັ້ກເຖິງ ການເສີມຂະຫຍາຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ປະຊາຄົມ ອາຊຽນ ພວມຮ່ວມມືກັບບັນດາຄູ່ຮ່ວມມື ແລະ ປະຊາຄົມສາກົນຢ່າງແໜ້ນແຟ້ນ ເພື່ອສະກັດກັ້ນໂລກລະບາດ.

ພາຍຫຼັງບົດກ່າວໄປໄສໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ, ປະທານສະພາປະສານງານ ອາຊຽນ ກໍໄດ້ສະເໜີບົດລາຍງານກ່ຽວກັບບັນດາຄວາມມານະພະຍາຍາມຂອງ ອາຊຽນໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ສະເໜີທິດທາງການຮ່ວມມືໃນໄລຍະຈະມາເຖິງ ເພື່ອຍື່ນສະເໜີຕໍ່ບັນດາການນຳອາຊຽນ.

ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢັ້ງຢືນຄໍາໝັ້ນສັນຍາ, ຄວາມຕັດສິນໃຈຢູ່ລະດັບສູງສຸດຂອງບັນດາປະເທດ ອາຊຽນ + 3 ນັ້ນແມ່ນ ເພີ່ມທະວີການສົມທົບກັນຢ່າງມີປະສິດທິຜົນ ເພື່ອຮັບມື ແລະ ຍູ້ໂລກລະບາດໃຫ້ຖອຍໄປ, ຟື້ນຟູເສດຖະກິດ ແລະ ສັງຄົມ ໃຫ້ກັບຄືນສູ່ເປັນປົກກະຕິ, ຮັບປະກັນຊີວິດການເປັນຢູ່ອັນສະຫງົບສຸກໃຫ້ແກ່ປະຊາຊົນ, ເຊິ່ງໃນນັ້ນ ບົດບາດຂອງບັນດາປະເທດ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນມີຄວາມສໍາຄັນຫຼາຍ.

ການນໍາບັນດາປະເທດ ອາຊຽນ ໄດ້ຢັ້ງຢືນວ່າ ບຸລິມະສິດແຖວໜ້າຂອງ ອາຊຽນ ໃນປັດຈຸບັນ ແມ່ນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດ, ໂດຍສະເພາະແມ່ນການແຜ່ລະບາດຂ້າມຊາຍແດນ. ພ້ອມທັງຖືວ່າ ອາຊຽນ ຕ້ອງເອົາໃຈໃສ່ເຖິງການຜັນຂະຫຍາຍບັນດາມາດຕະການຫຼຸດຜ່ອນຜົນກະທົບເຖິງເສດຖະກິດ - ສັງຄົມ ຈາກໂລກລະບາດໂຄວິດ - 19. ນະທີ່ນີ້, ການນໍາບັນດາປະເທດ ອາຊຽນ ກໍໄດ້ປຶກສາຫາລືກ່ຽວກັບການສ້າງແຜນຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດສິ້ນສຸດລົງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍບັນດາປະເທດທີ່ໄດ້ສະໜັບສະໜູນບັນດາຂໍ້ສະເໜີຂອງຫວຽດນາມ ເປັນຕົ້ນແມ່ນ ສ້າງກອງທຶນຮ່ວມມືຮັບມືກັບໂລກລະບາດໂຄວິດ - 19 ຂອງ ອາຊຽນ, ສ້າງສາງສະສົມອຸປະກອນການແພດ ເພື່ອຕອບສະໜອງຄວາມຕ້ອງການທີ່ຮີບດ່ວນ ເມື່ອເກີດໂລກລະບາດ, ຈັດຕັ້ງການເຝິກຊ້ອບກ່ຽວກັບການຮັບມືກັບໂລກລະບາດ, ສ້າງແຜນການຮັບມືລວມໂດຍດ່ວນຂອງ ອາຊຽນ ເມື່ອເກີດໂລກລະບາດ, ສ້າງຕັ້ງກຸ່ມປະຕິບັດງານພິເສດຂອງບັນດາເຈົ້າໜ້າທີ່ອາວຸໂສດ້ານຂໍ້ມູນຂ່າວສານອາຊຽນ ກ່ຽວກັບການຕ້ານຂ່າວປ່ອມ, ຂ່າວບໍ່ມີມູນຄວາມຈິງ.

ສິ້ນສຸດກອງປະຊຸມ, ບັນດາການນໍາ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການ ຂອງກອງປະຊຸມສຸດຍອດ ພິເສດ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19.

ບ ນດາປະເທດ ອາຊຽນ ສະໜ ບສະໜ ນຂ ລ ເລ ມ ຂອງຫວຽດນາມ ກ ຽວກ ບການຮ ບມ ກ ບໂລກລະບາດໂຄວ ດ 19 ອາຊຽນ ຈະສາມັກຄີນຳກັນຢ່າງແຫນ້ນແຟ້ນໃນການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19

ຍສໝ - ກອງປະຊຸມຄັ້ງທີ 25 ສະພາປະສານງານ ອາຊຽນ ໄດ້ຈັດຂຶ້ນທາງອອກລາຍໃນຕອນເຊົ້າວັນທີ 9 ເມສາປີ 2020.

ບ ນດາປະເທດ ອາຊຽນ ສະໜ ບສະໜ ນຂ ລ ເລ ມ ຂອງຫວຽດນາມ ກ ຽວກ ບການຮ ບມ ກ ບໂລກລະບາດໂຄວ ດ 19 ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ

ຍສໝ - ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມໂດຍພື້ນຖານ, ເຫັນດີເປັນເອກະພາບກ່ຽວກັບເອກະສານ, ວາລະກອງປະຊຸມ ແລະ ໂຄງການປະຕິບັດງານຂອງກອງປະຊຸມສຸດຍອດ.

ບ ນດາປະເທດ ອາຊຽນ ສະໜ ບສະໜ ນຂ ລ ເລ ມ ຂອງຫວຽດນາມ ກ ຽວກ ບການຮ ບມ ກ ບໂລກລະບາດໂຄວ ດ 19 ຫວຽດນາມ ອອກ​ຖະ​ແຫຼງການ​ປະທານ ກ່ຽວກັບ​​ເລື່ອງ ອາຊຽນ ຮ່ວມ​ກັນ​ຮັບ​ມື​ກັບ​ເຊື້ອ​ພະຍາດ​ອັກ​ເສບປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸລະ​ໂລກ Covid -19

ຖະແຫຼງການປະທານ ກ່ຽວກັບເລື່ອງ ອາຊຽນ ຮ່ວມກັນຮັບມືກັບເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກ Covid - 19 ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ປະກາດໃຊ້ພາຍຫຼັງປຶກສາຫາລືກັບບັນດາປະເທດສະມາຊິກ ອາຊຽນ, ໃນສະພາບການທີ່ເຊື້ອພະຍາດດັ່ງກ່າວມີການຜັນແປຢ່າງສັບສົນ.

ໄຊພອນ

ເຫດການ
302 Found

Found

The document has moved here.