ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືຍຸດທະສາດ

06:19 | 20/01/2020

ວັນທີ 17 ມັງກອນ, ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ (VOV), ຮ່າໂນ້ຍ, ທ່ານຮອງສາດສະດາຈານ, ປອ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະລັດອາເມລິກາ ປະຈຳຫວຽດນາມ Dainiel J.Kritenbrink.

ວັນທີ 17 ມັງກອນ, ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ (VOV), ຮ່າໂນ້ຍ, ທ່ານຮອງສາດສະດາຈານ, ປອ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະລັດອາເມລິກາ ປະຈຳຫວຽດນາມ Dainiel J.Kritenbrink. ການຢ້ຽມຢາມຖືກດຳເນີນໄປກົງກັບໂອກາດຫວຽດນາມ ແລະ ອາເມລິກາ ພວມກະກຽມຜັນຂະຫຍາຍການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງການຫັນການພົວພັນຕ່າງປະເທດລະຫວ່າງ 2 ປະເທດເປັນປົກກະຕິ ຄືວັນທີ 12 ກໍລະກົດ 1955 – 12 ກໍລະກົດ 2020.

ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືຍຸດທະສາດ

ທ່ານຮອງສາດສະດາຈານ, ປອ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Dainiel J.Kritenbrink. (ພາບ: VOV)

ທີ່ການຕ້ອນຮັບ, ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໊ກີ໋ ແລະ ທ່ານເອກອັກຄະລັດຖະທູດອາເມລິກາ Dainiel J.Kritenbrink ພ້ອມກັນຕີລາຄາສູງຕໍ່ບາດກ້າວເດີນອັນໃຫຍ່ຫຼວງໃນການຮ່ວມມືລະຫວ່າງ 2 ປະເທດ. ພາຍຫຼັງໄລຍະ 25 ປີແຫ່ງການຫັນການພົວພັນຕ່າງປະເທດໃຫ້ເປັນປົກກະຕິ ແລະ 6 ປີແຫ່ງການຜັນຂະຫຍາຍຂອບເຂດຄູ່ຮ່ວມມືຮອບດ້ານ, ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໄດ້ຮັບການພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸກຂົງເຂດ. ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໊ກີ໋, ເນັ້ນໜັກວ່າ ປີ 2020 ແມ່ນປີທີ່ 2 ປະເທດພວກເຮົາສະເຫຼີມສະຫຼອງ 25 ປີແຫ່ງການຫັນການພົວພັນຕ່າງປະເທດລະຫວ່າງ 2 ປະເທດໃຫ້ເປັນປົກກະຕິ.

ປີນີ້, ຫວຽດນາມ ກໍ່ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະທານອາຊຽນ, ສິ່ງດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງຫວຽດນາມ ກັບອາເມລິກາ ກໍຄືກັບບັນດາປະເທດອື່ນໆ. ດ້ວຍພາລະບົດບາດແມ່ນອົງການສື່ມວນຊົນແຖວໜ້າຢູ່ຫວຽດນາມ, VOV ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໂຄສະນາໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ອາເມລິກາ.

ສ່ວນທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Dainiel J.Kritenbrink ຢືນຢັນວ່າ ສຳລັບອາເມລິກາ ແລ້ວ, ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ. 2 ປະເທດພວກເຮົາໄດ້ຮ່ວມມືກັນຫຼາຍຂົງເຂດທີ່ເປັນໜ້າປະທັບໃຈ, ຈາກດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ… 25 ປີຜ່ານມາ, ພວກເຮົາສ້າງໄດ້ນ້ຳໃຈໄມຕີຈິດມິດຕະພາບ ແລະ ການພົວພັນອັນດີງາມທີ່ສຸດ. ມີສິ່ງສຳຄັນໜຶ່ງອີກນັ້ນແມ່ນ ພວກເຮົາມີການພົວພັນປະຊາຊົນຢ່າງໝັ້ນຄົງໜັກແໜ້ນ.

ປີ 2020, ຄາດວ່າຫວຽດນາມ ແລະ ອາເມລິກາ ຈະຈັດຕັ້ງການເຄື່ອນໄຫວຕ່າງໆ ຈາກດ້ານການທູດ ຕະຫຼອດຮອດເສດຖະກິດ, ການພົວພັນແລກປ່ຽນປະຊາຊົນ, ວັດທະນະທຳ, ສິລະປະ… VOV ຈະຕັ້ງໜ້າໂຄສະນາກ່ຽວກັບບັນດາການເຄື່ອນໄຫວທີ່ມີຄວາມໝາຍດັ່ງກ່າວໃຫ້ເປັນຢ່າງດີ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ
302 Found

Found

The document has moved here.