ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ​ເຖິງ​ປີ 2030

00:54 | 14/05/2019

ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ​ເຖິງ​ປີ 2030 ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ວິໃສທັດ 2030, ຍຸດທະສາດໄລຍະ 10 ປີ (2016-2025) ​ແລະ ​ແຜນ​ພັດທະນາ​ ເສ​ດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 8 (2016-2020) ​ໃຫ້​ເປັນອັນ​ລະອຽດ.

ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ​ເຖິງ​ປີ 2030

ການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ແມ່ນການຂະຫຍາຍຕົວຂອງເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ລັດຖະບານ ໄດ້ອອກດຳລັດເລກທີ 20/ລບ ລົງວັນທີ 31 ມັງກອນ 2019 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ຍຸດທະສາດ ການເຕີບໂຕສີຂຽວແຫ່ງຊາດ ຂອງ ສປປ ລາວ ເຖິງປີ 2030, ພ້ອມມອບໃຫ້ ກະຊວງແຜນການ ແລະ ການລົງທຶນ, ສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ເປັນເຈົ້າການປະສານສົມທົບ ກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກ ຄອງທ້ອງຖິ່ນຕ່າງໆ ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ. ຈຸດປະສົງ ແລະ ເປົ້າໝາຍຕົ້ນຕໍຂອງການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດສະບັບນີ້, ແມ່ນເພື່ອເສີມສ້າງ ຄວາມອາດສາມາດ ໃນການເຊື່ອມສານ ການເຕີບໂຕສີຂຽວ ເຂົ້າໃນການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການຂອງຂະແໜງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະ ເພື່ອຮັບປະກັນ ການບັນລຸເປົ້າໝາຍ ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໄລຍະຍາວ ທີ່ພັກ ແລະ ລັດຖະບານຂອງ ສປປ ລາວ ໄດ້ກຳນົດໄວ້ເປັນຕົ້ນແມ່ນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນ ປີ 2020 ແລະ ກ້າວໄປເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ຕາມທິດສີຂຽວ-ຍືນຍົງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນ ປີ 2030 ຢ່າງມີຄຸນນະພາບ.

ການເຕີບໂຕສີຂຽວແມ່ນການຕີຄວາມໝາຍ, ການນຳໃຊ້ ຫລື ການຈັດຕັ້ງປະຕິບັດກອບການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ອົງການຈັດຕັ້ງສາກົນຕາມຈຸດປະສົງ ແລະ ຄວາມຮຽກຮ້ອງ ຕ້ອງການຕົວຈິງຂອງແຕ່ລະປະເທດໃນແຕ່ລະໄລຍະ. ສຳລັບການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ແມ່ນການຂະຫຍາຍຕົວຂອງເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນທີ່ມີ 4 ຄຸນລັກສະນະພື້ນຖານ ຄື: ໜຶ່ງ. ກວ້າງຂວາງ, ທົ່ວເຖິງ ແລະ ເປັນທຳ ຊຶ່ງແນໃສ່ຮັບປະກັນໃຫ້ທຸກພາກສ່ວນ, ທຸກຊົນຊາດ, ຊົນເຜົ່າ, ທຸກຊັ້ນຄົນ ແລະ ທຸກຄົນສາມາດເຂົ້າຮ່ວມຂະບວນການ ແລະ ໄດ້ຮັບຜົນປະໂຫຍດ ຢ່າງເປັນທຳຈາກການພັດທະນາເສດຖະກິດ-ສັງຄົມ; ສອງ. ມີປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງສູງ ໂດຍນຳໃຊ້ຊັບພະຍາກອນທຳມະຊາດທີ່ມີຢູ່ຢ່າງຈຳກັດຂອງປະເທດໜ້ອຍແຕ່ໃຫ້ມີຜົນຮັບສູງ ແລະ ມີຄວາມຍືນຍົງ; ສາມ. ສະອາດ, ຊຶ່ງໝາຍຄວາມວ່າຫລຸດຜ່ອນການປ່ອຍມົນລະພິດ, ສິ່ງເສດເຫລືອ ແລະ ປ່ອຍທາດອາຍພິດເຮືອນແກ້ວທີ່ເປັນສາເຫດຕົ້ນຕໍຂອງການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທຳມະຊາດ ແລະ ໂຣກໄພຕ່າງໆ ແລະ ສີ່. ແມ່ນການຂະຫຍາຍຕົວຂອງເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນທີ່ທົນທານ ຫລື ມີຄວາມສ່ຽງ ແລະ ຄວາມບອບບາງຕ່ຳຕໍ່ສະພາບການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທຳມະຊາດ ແລະ ການເໜັງຕີງ ຂອງເສດຖະກິດໂລກ.​ ການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ປະກອບດ້ວຍ 3 ເສົາຄ້ຳຫລັກຕາມຂອບການພັດທະນາແບບຍືນຍົງ ຄື: ເສົາຄ້ຳທາງດ້ານເສດຖະກິດ, ເສົາຄ້ຳທາງດ້ານສັງຄົມ ແລະ ເສົາຄ້ຳທາງດ້ານ ສິ່ງແວດລ້ອມ. ຄຳຂວັນຍຸດທະສາດ ການເຕີບໂຕສີຂຽວ ແຫ່ງຊາດຂອງ ສປປ ລາວ ແມ່ນ “ເພື່ອການຂະຫຍາຍຕົວ ຂອງເສດຖະກິດ ທີ່ມີປະສິດທິພາບ, ສະອາດ, ກວ້າງຂວາງ, ທົ່ວເຖິງ, ເປັນທຳ ແລະ ທົນທານ ຕໍ່ສະພາບການປ່ຽນແປງດິນຟ້າອາກາດ ແລະ ການເໜັງຕີງຂອງເສດຖະກິດໂລກ”.

ຈຸດປະສົງ ແລະ ເປົ້າໝາຍຕົ້ນຕໍຂອງການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດສະບັບນີ້, ຊຶ່ງ​ລັດຖະບານ​ໄດ້ຮັບຮອງ ແລະ ປະກາດໃຊ້​ໃນ​ວັນທີ 31 ມັງກອນ 2019, ແມ່ນເພື່ອເສີມສ້າງຄວາມອາດສາມາດໃນການເຊື່ອມສານການເຕີບໂຕສີຂຽວເຂົ້າໃນການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການຂອງຂະແໜງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະຍາວທີ່ພັກ ແລະ ລັດຖະບານຂອງ ສປປ ລາວ ໄດ້ກຳນົດໄວ້ ເປັນຕົ້ນແມ່ນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020 ແລະ ກ້າວໄປເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງຕາມທິດສີຂຽວ-ຍືນຍົງ ແລະ ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງໃນ ປີ 2030 ຢ່າງມີຄຸນນະພາບ. ​ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດສ້າງຂຶ້ນເພື່ອເພີ່ມທະວີສ້າງຄວາມສົມດຸນລະຫວ່າງການຂະຫຍາຍຕົວຂອງເສດຖະກິດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາທາງດ້ານສັງຄົມ ໃຫ້ສາມາດຮັກສາໄດ້ການຂະຫຍາຍຕົວຂອງເສດຖະກິດໃນລະດັບສູງ, ໝັ້ນທ່ຽງ, ຕໍ່ເນື່ອງ ແລະ ຍາວນານ. ຍຸດທະສາດນີ້, ແມ່ນເລັ່ງໃສ່ການຊຸກຍູ້ສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ ແລະ ຫລຸດຜ່ອນຄວາມທຸກຍາກ ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເປັນທຳ ໂດຍໃຫ້ທຸກຄົນໃນສັງຄົມໄດ້ຮັບຜົນປະໂຫຍດຈາກການພັດທະນາດັ່ງກ່າວ, ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການນຳໃຊ້ຊັບພະຍາກອນທຳມະຊາດທີ່ມີຢູ່ຢ່າງຈຳກັດຂອງປະເທດໃຫ້ເກີດຜົນປະໂຫຍດສູງສຸດ, ການຂະຫຍາຍຕົວຂອງເສດຖະກິດທີ່ສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ຫລຸດຜ່ອນສິ່ງເສດເຫລືອ ແລະ ການປ່ອຍທາດອາຍພິດເຮືອນແກ້ວ ແລະ ເພີ່ມທະວີຄວາມທົນທານຂອງເສດຖະກິດຕໍ່ສະພາບການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທຳມະຊາດ ແລະ ການເໜັງຕີງຂອງເສດຖະກິດໂລກເພື່ອຮັບປະກັນ ການບັນລຸເປົ້າໝາຍ ໄລຍະຍາວຂອງລັດຖະບານ.

ເພື່ອບັນລຸຈຸດປະສົງ ແລະ ເປົ້າໝາຍດັ່ງກ່າວ, ຍຸດທະສາດສະບັບນີ້ຈຶ່ງໄດ້ຄົ້ນຄວ້າ ແລະ ກຳ ນົດ 4 ຂົງເຂດວຽກງານທີ່ຕິດພັນກັບຫລາຍຂະແໜງການ, 7 ຂະແໜງການຈຸດສຸມເພື່ອສົ່ງເສີມ ແລະ 5 ຂະແໜງການປິ່ນອ້ອມ. ສຳລັບ 4 ຂົງເຂດວຽກງານທີ່ຕິດພັນກັບຫລາຍຂະແໜງການປະກອບມີປັບປຸງສະພາບແວດລ້ອມ ແລະ ລະບົບການຄຸ້ມຄອງການລົງທຶນໃຫ້ມີປະສິດທິພາບ ແລະ ປະສິດທະຜົນສູງຂຶ້ນ, ພັດທະນາະຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນໃນຊົນນະບົດໃຫ້ສູງຂຶ້ນ ກໍຄື ເພື່ອຫລຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດເພື່ອຮັບປະກັນໃຫ້ປະຊາຊົນທີ່ທຸກຍາກໃນຊົນນະບົດສາມາດໄດ້ຮັບຜົນປະໂຫຍດຈາກການຂະຫຍາຍຕົວຂອງເສດຖະກິດຢ່າງທົ່ວເຖິງ ແລະ ເປັນທຳ, ບົດບາດຍິງ-ຊາຍ ໂດຍສະເພາະແມ່ນເລັງໃສ່ຍົກສູງຖານະບົດບາດ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງເພື່ອຫລຸດຜ່ອນຄວາມແຕກຕ່າງ ລະຫວ່າງຍິງ-ຊາຍ ໃນທຸກຂົງເຂດເສດຖະກິດ-ສັງຄົມ ແລະ ຫລຸດຜ່ອນຄວາມສ່ຽງ ຄວາມບອບບາງຂອງເສດຖະກິດຕໍ່ສະພາບການປ່ຽງແປງດິນຟ້າອາດກາດ ແລະ ໄພພິບັດທາງທຳມະຊາດ. ສຳລັບ 7 ຂະແໜງການຈຸດສຸມ ເພື່ອສົ່ງເສີມປະກອບມີ ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນເລັງໃສ່ການສຳຫລວດ, ຈັດສັນ, ວາງແຜນການນຳໃຊ້ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດແບບມີສ່ວນຮ່ວມຂອງຫລາຍຂະແໜງການ, ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງອຸດສາຫະກຳ ແລະ ການຄ້າ, ຂະແໜງພະລັງງານ ແລະ ບໍ່ແຮ່, ຂະແໜງໂຍທາທິການ ແລະ ຂົນສົ່ງ, ຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ. ໃນຂະດຽວກັນ 5 ຂະແໜງການສະໜັບສະໜູນ ຫລື ປິ່ນອ້ອມ ປະກອບມີການເງິນ, ທະນາຄານ, ສຶກສາທິການ ແລະ ກິລາ, ແຮງງານ ແລະ ສະຫວັດດີການສົງຄົມ ແລະ ສາທາລະນະສຸກ. ນອກຈາກນັ້ນ, ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ເຖິງປີ 2030 ຍັງໄດ້ຄົ້ນຄວ້າ ແລະ ກໍານົດກົນໄກການເຊື່ອມສານການເຕີບໂຕສີຂຽວເຂົ້າໃນນະໂຍບາຍ, ຍຸດທະສາດ, ແຜນຂອງຂະແໜງການ ແລະ ທ່ອງຖິ່ນ ຢ່າງເປັນລະບົບ ແລະ ມີປະສິດທິພາສູງ.


(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.