ໂລກລະບາດ COVID-19 ຂົ່ມຂູ່ດ້ານສຸຂະພາບມວນມະນຸດກວ່າ 200 ປະເທດທົ່ວໂລກ

04:25 | 05/04/2020

ຍສໝ - ມາຮອດປັດຈຸບັນ, ໂລກລະບາດ COVID-19  ໄດ້ແຜ່ລະບາດເຖິງ 205 ປະເທດ ແລະ ເຂດແຄ້ວນ ດ້ວຍກໍລະນີຕິດເຊື້ອແມ່ນກວ່າ 1,09 ລ້ານຄົນ ແລະ ເກືອບ 60.000 ຄົນຖືກເສຍຊີວິດ.

ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ ໜັງສືພິມຕ່າງປະເທດໄດ້ຍ້ອງຍໍຫວຽດນາມທີ່ປະສົບຜົນສຳເລັດໃນການສະກັດກັ້ນການລະບາດຂອງໂລກລະບາດ Covid-19
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ ສປຊ ໄດ້ຮັບຮອງເອົາມະຕິຮຽກຮ້ອງໃຫ້ມີການຮ່ວມມືສາກົນ ແລະ ລັດທິຫຼາຍຝ່າຍໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19

24 ຊົ່ວໂມງຜ່ານມາ, ເອີີຣົບ ໄດ້ມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຕື່ມອີກ ນັບພັນຄົນ, ໃນຂະນະຈຳນວນຜູ້ຕິດເຊື້ອໃໝ່ກໍເພີ່ມຂຶ້ນນັບສິບພັນຄົນ. ຢູ່ອັງກິດ ໄດ້ຢັ້ງຢືນຈຳນວນຜູ້ເສຍຊີວິດໃໝ່ຢູ່ປະເທດນີ້ໃນວັນທີ 4 ເມສາ ແມ່ນສູງໃນລະດັບສະຖິຕິດ້ວຍຈຳນວນ 708 ຄົນ. ຢູ່ ແອັດສະປາຍ ແລະ ອີຕາລີ ແມ່ນຢືນອັນດັບທີ 2 ແລະ ທີ 3.

ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ໄລ່ເຖິງ ຕອນແລງ ວັນທີ 3 ເດືອນເມສາ, ຝຣັ່ງ ໄດ້ມີຜູ້ເສຍຊິວິດ ຈາກ ພະຍາດ ໂຄວິດ-19 ລວມມີ 6.507 ຄົນ, ໃນນັ້ນ ຄົນເຈັບ ນອນປິ່ນປົວ ຢູ່ໂຮງໝໍ ລວມມີ 5.091 ຄົນ ແລະ 1.416 ຄົນ ຢູ່ຕາມບ້ານພັກ ຜູ້ສູງອາຍູ. ຍອດຈຳນວນ ຜູ້ຕີດເຊື້ອ ໄວຣັດ SARS-CoV-2 ໄດ້ຜ່ານ ການກວດ ລວມມີ 64.338 ຄົນ. ໃນນັ້ນ 27.432 ກໍລະນີ ພວມເຂົ້າປິ່ນປົວ ຢູ່ໂຮງໝໍ, 6.662 ຄົນ ຕ້ອງໄດ້ ເອົາໃຈໃສ່ ເບິ່ງແຍງ ເປັນພິເສດ.​ ໄລ່ເຖິງ ປັດຈຸບັນ, ຄົນເຈັບປີ່ນປົວຫາຍດີແລ້ວ ແລະ ອອກຈາກໂຮງໝໍ ລວມມີ 14.008 ຄົນ.(ພາບປະກອບ)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ລັດຖະບານ ແອັດສະປາຍ ປະກາດວ່າ ປະເທດນີ້ ໄດ້ບັນທືກຕົວເລກຜູ້ເສຍຊິວິດ ຈາກພະຍາດໂຄວິດ-19 ເພີ່ມຕື່ມ 932 ກໍລະນີ. ນີ້ຖືເປັນ ມື້ທີ 2 ຢ່າງຕໍ່ເນື່ອງ ຂອງຍອດຈໍານວນ ຕົວເລກສະຖິຕິຜູ້ເສຍຊິວິດໃນແຕ່ລະວັນຂອງ ເອີຣົບ ເປັນຕົວເລກ ລື່ນກາຍ ລະດັບ 900 ຄົນ, ເຖິງແມ່ນວ່າຈຳນວນ ຜູ້ຕິດເຊື້ອລາຍໃໝ່ ຍັງສືບຕໍ່ຫລຸດລົງ.(ພາບປະກອບ)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ທີ່ປະເທດເຢຍລະມັນ, ໜຶ່ງອາທິດຫລັງຈາກການປະກາດຫ້າມເຕົ້າໂຮມກັນຢູ່ສະຖານທີ່ສາທະລະນະ, ບໍ່ມີຄົນໄປມານໍາຖະໜົນ ຫົນທາງ. ບັນດາຮ້ານບໍລິການ, ຄາເຟ, ເຄື່ອງນຸ່ງ ... ທັງໝົດໄດ້ປິດແລ້ວ. (ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ

ໃນຕົ້ນເດືອນມີນາ, ມີພຽງແຕ່ 100 ກວ່າຄົນ ຕິດ Covid-19 ຢູ່ປະເທດເຢຍລະມັນ, ມາຮອດວັນທີ 3 ເມສາ, ຈຳນວນນີ້ໄດ້ບັນລຸເກືອບ 79.000 ຄົນ. ໃນອາທິດທີ່ຜ່ານມາ, ລັດຖະບານປະເທດເຢຍລະມັນໄດ້ອອກ ຄຳ ສັ່ງຫ້າມການຊຸມນຸມແຕ່ສອງຄົນຂຶ້ນໄປ ຢູ່ ສະຖານທີ່ສາທາລະນະ. (ພາບ: vietnammoi.vn)

ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ວັນທີ 4 ເມສາ, ລັດຖະບານ ອົດສະຕາລີ ໄດ້ປະກາດຂໍ້ຕົກລົງ ວ່າດ້ວຍການອະນຸຍາດໃຫ້ຊາວຜູ້ອອກແຮງງານຕ່າງປະເທດ ແກ່ຍາວເວລາພັກອາໄສຢູ່ປະເທດນີ້ໃນໄລຍະເກີດໂລກລະບາດ ແມ່ນຫຼາຍສຸດແມ່ນຕື່ມອີກ 1 ປີ. (ພາບປະກອບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ສະຖານທີ່ສາທາລະນະທີ່ມັກຈະເຕັມໄປດ້ວຍຄົນ, ໃນປະຈຸບັນໄດ້ກາຍເປັນຄວາມງຽບສະຫງົບທີ່ຜິດປົກກະຕິ. ເຖິງແມ່ນວ່າຈຳນວນການຕິດເຊື້ອບໍ່ແມ່ນໜ້ອຍ, ແຕ່ອັດຕາການຕາຍຍ້ອນ Covid-19 ໃນປະເທດເຢຍລະມັນແມ່ນຕໍ່າກວ່າປະເທດໃກ້ຄຽງເຊັ່ນ: ຝຣັ່ງ, ອີຕາລີ ຫລື ແອັດສະປາຍ. ປະເທດ ເຢຍລະມັນ ກຳລັງກວດວິເຄາະ Covid-19 ໃຫ້ແກ່ 300.000 – 500.000 ກໍລະນີ ໃນທຸກໆອາທິດ (ອີງຕາມ AFP).(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ໄລ່ຮອດວັນທີ 23 ມີນາ ນີ້, ປະເທດ ເຢຍລະມັນ ໄດ້ບັນທຶກຫຼາຍກວ່າ 23.900 ກໍລະນີ ຕີິດພະຍາດ Covid-19, ມີຜູ້ເສຍຊີວິດ 19,92 ຄົນ. ລັດຖະບານເຢຍລະມັນ ໄດ້ຫ້າມບໍ່ໃຫ້ມີການເຕົ້າໂຮມຫຼາຍກວ່າ 2 ຄົນ ຂຶ້ນໄປໃນສະຖານທີ່ສາທາລະນະເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ. (ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
  ຮ້ານອາຫານແລະຮ້ານກາເຟຂອງຊາວຫວຽດນາມຈຳນວນໜຶ່ງທີ່ເຢຍລະມັນໄດ້ຢຸດເຮັດວຽກຊົ່ວຄາວ.(ພາບ:vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ປັດຈຸບັນ, 27 ປະເທດສະມາຊິກ ອີຢູ ພວມຮັບມືກັບໂລກລະບາດໂຄວິດ - 19 ດ້ວຍແຜນການໃຊ້ຈ່າຍຂອງໃຜຂອງລາວ, ໃນນັ້ນ ບັນດາປະເທດຮັ່ງມີຄື ເຢຍລະມັນ ແລະ ໂຮນລັງ ອາດຈະປະຕິບັດບັນດາບ້ວງຄ່າໃຊ້ຈ່າຍໃຫຍ່, ໄປຄຽງຄູ່ກັນນັ້ນ, ບັນດາປະເທດມີມີບ້ວງໜີ້ສິນໃຫຍ່ຄື ແອັດສະປາຍ ແລະ ອີຕາລີ ພວມຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍ້ອນໂລກລະບາດໂຄວິດ - 19 ແລະ ແຫຼ່ງກຳລັງດ້ານການເງິນແມ່ນບໍ່ພຽງພໍ. (ພາບປະກອບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ

ນອກເໜືອຈາກການກ່າວເຕື່ອນໃຫ້ປະຊາຊົນຕ້ອງຮັກສາໄລຍະຫ່າງໃນເວລາທີ່ຕິດຕໍ່ພົວພັນ, ລັດຖະບານເຢຍລະມັນ ກໍ່ຈະລົງໂທດຢ່າງໜັກຕໍ່ການການເຕົ້າໂຮມຫຼາຍຄົນ ທີ່ ສະຖານທີ່ສາທາລະນະ. (ພາບ: vietnammoi.vn)

ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ກໍແຈ້ງມາຍັງບັນດາອົງການ ແລະ ທຸຕານຸທູດ ຢູ່ ກຳປູເຈຍ ກ່ຽວກັບເລື່ອງ ຕໍ່ກຳນົດເວລາວີຊາທ່ອງທ່ຽວ ແບບອັດຕະໂນມັດ ໃຫ້ແກ່ບັນດາພົນລະເມືອງຕ່າງປະເທດທີ່ມາກຳປູເຈຍພາຍຫຼັງວັນທີ 1 ມັງກອນ 2020 ເຊິ່ງບໍ່ສາມາດກັບເມືອປະເທດ ຍ້ອນໂລກລະບາດໂຄວິດ - 19.(ພາບປະກອບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ວັນທີ 2 ເມສາ, ສະມັດຊາໃຫຍ່ສປຊໄດ້ຮັບຮອງເອົາມະຕິຮຽກຮ້ອງໃຫ້ມີການຮ່ວມມືສາກົນແລະລັດທິຫຼາຍຝ່າຍໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19. ນີ້ແມ່ນເອກະສານສະບັບທຳອິດຂອງອົງການສາກົນນີ້ກ່ຽວກັບໂລກລະບາດນັບແຕ່ເມື່ອເກີດໂລກລະບາດ Covid – 19 ມາໃນທ້າຍປີ 2019. (ພາບປະກອບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ

ວັນທີ 1 ເມສາ ເອກອັກຄະລັດຖະທູດ 10 ປະເທດ ອາຊຽນ ຢູ່ ນະຄອນ Canberra ຂອງ ອົດສະຕາລີ ໄດ້ສົ່ງຈົດໝາຍຮ່ວມເຖິງລັດຖະມົນຕີກະຊວງສຶກສາ, ກະຊວງການຕ່າງປະເທດ, ຄະນະກຳມະການ ອົດສະຕາລີ ອາຊຽນ ແລະ ບັນດາລັດຖະມົນຕີກະຊວງສຶກສາ ແລະ ວຽກເຮັດງານທຳ ໃນທັງໝົດ 6 ລັດນ້ອຍ ແລະ ເຂດແຄ້ວນ 2 ແຫ່ງຂອງອົດສະຕາລີ. ຈົດໝາຍໄດ້ເນັ້ນໜັກຄວາມປາດຖະໜາຢາກໃຫ້ ອົດສະຕາລີ ມີການໜູນຊ່ວຍຢ່າງເໝາະສົມກ່ຽວກັບສຸຂະພາບ ແລະ ຈິດໃຈໃຫ້ແກ່ນັກສຶກສາສາກົນ ແລະ ຄວນມີຄວາມໄຫວພິບໃນບັນດາຂໍ້ກຳນົດທີ່ໄດ້ປະກາດໃຊ້ອາດຈະປັບໃຫ້ເໝາະສົມກັບສະພາບການປະຈຸບັນ. (ພາບ: vietnammoi.vn)

ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ໄລ່ຮອດຕອນເຊົ້າວັນທີ 4 ເມສາ, ໂລກລະບາດ COVID-19 ໄດ້ແຜ່ລະບາດເຖິງ 205 ປະເທດ ແລະ ເຂດແຄ້ວນ ດ້ວຍກໍລະນີຕິດເຊື້ອແມ່ນກວ່າ 1,09 ລ້ານຄົນ ແລະ ເກືອບ 60.000 ຄົນຖືກເສຍຊີວິດ.. (ພາບປະກອບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ໃນວັນທີ 14 ມີນາ, ມື້ຫຼັງຈາກໄດ້ປະຕິບັດຕາມຄໍາສັ່ງປິດໂຮງຮຽນ, ຜູ້ອາໄສຢູ່ເມືອງ Münster ລັດ Nordrhein-Westfalen ໄດ້ຟ້າວໄປຮ້ານສັບພະສິນຄ້າ ແລະ ຮ້ານຄ້າຕ່າງໆເພື່ອເກັບມ້ຽນສິນຄ້າ. ໃນເວລານັ້ນ, ເຢຍລະມັນໄດ້ບັນທຶກຜູ້ຕິດເຊື້ອຫລາຍກວ່າ 2.500 ຄົນ, ໃນນັ້ນ 5 ຄົນ ເສຍຊີວິດ.(ພາບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ວັນທີ 3 ເດືອນເມສາ,​ ກະຊວງ ສາທາລະນະສຸກ ເອຢິບ ປະກາດວ່າປະເທດນີ້ມີຜູ້ຕິດເຊື້ອລາຍໃໝ່ເພີ່ມຂຶ້ນ 120 ຄົນ ຈາກເຊື້ອໄວຣັດໂຄໂຣນາ (SARS-Vo-2) ທີ່ກໍ່ໃຫ້ ເກີດພະຍາດລະບົບທາງເດີນຫາຍໃຈ ເຊື້ອໄວຣັດ ໂຄວິດ-19.(ພາບປະກອບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ເມື່ອ​ວັນ​ທີ 3 ​ເດືອນ​​ເມສາ, ກະຊວງ​ສາທາ​ລະນະ​ສຸກ ​ຕວັກກີ ປະກາດ​ວ່າປະ​ເທດ​ນີ້ ​ໄດ້​ມີ​ຜູ້​ຕິດ​ເຊື້ອລາຍ​ໃໝ໋​ເພີ່ມ​ຂຶ້ນ 2.786 ຄົນ ຈາກເຊື້ອໄວຣັດ ​ໂຄ​ໂຣນາ (SARS-Vo-2) ທີ່​ກໍ່​ໃຫ້​ເກີດ ​ພະຍາດ ​ລະບົບ​ ທາງ​ເດີນ ​ຫາຍ​ໃຈ ​ເຊື້ອ​ໄວຣັດ​ໂຄວິດ-19 , ​ເຮັດ​​ໃຫ້​ ຍອດ​ຈຳນວນ ​ຜູ້​ຕິດ​ເຊື້ອ​ພະຍາດ​ນີ້ ​ຂຶ້ນ​ເປັນ 20.921 ຄົນ. ພາຍ​ໃນ​ ວັນ​ດຽວ, ຍອດ​ຈຳນວນ​ ຜູ້​ເສຍ​ຊິວິດ ຈາກ​ໄວຣັດ ອັນຕະລາຍ​ນີ້​ໄດ້​ເພີ່ມ​ຂຶ້ນ 69 ຄົນ, ຍົກ​ຍອດ​ຈຳນວນ​ຜູ້​ເສຍ​ຊິວິດ​ລວມມີ 425 ຄົນ.(ພາບປະກອບ: vietnammoi.vn)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ວັນທີ 3 / 4 , ຫ້ອງການບິນ ພົນລະເຮືອນໄທ ປະກາດວ່າ ໄທຈະຢຸດຕິ ຖ້ຽວບິນ ໂດຍສານທັງໝົດ ທີ່ລົງມາຈອດ ຢູ່ປະເທດໄທ ເພື່ອສະກັດກັ້ນ ການແຜ່ ລະບາດ ເຊື້ອໄວຣັດ ໂຄໂຣນາ SARS-CoV-2 ທີ່​ກໍ່​ໃຫ້​ເກີດ​ ພະຍາດ​ ລະບົບ ​ທາງ​ເດີນ​ຫາຍ​ໃຈ ​ເຊື້ອ​ໄວຣັດ ​ໂຄ​ວິດ-19.(ພາບປະກອບ)
ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ
ວັນ​ທີ 3 / 4 , ອ​ົງການ​ອະນາ​ໄມ​ໂລກ (WTO) ລາຍງານວ່າພະນັກງານແພດຄວນໄດ້ຮັບບຸລິມະສິດ ໃນການນຳໃຊ້ ອຸປະກອນ ການແພດ ແລະ ການນຳໃຊ້ອຸປະກອນທີ່ເຮັດດ້ວຍຕົນເອງ ຫລື ຜ້າປິດປາກອື່ນໆ ກໍໄດ້ ເປັນວິທີການໜຶ່ງໃນການຫລຸດຜ່ອນການແຜ່ລະບາດຂອງເຊື້ອໄວຣັດ SARS-CoV-2. (ພາບປະກອບ: vietnammoi.vn)

ໄລ່ຮອດຕອນເຊົ້າວັນທີ 5 ເມສາ (ຕາມເວລາ ຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກ ແມ່ນກວ່າ 1 ລ້ານ 2 ແສນຄົນແລ້ວ, ຈຳນວນຜູ້ເສຍຊີວິດ ແມ່ນກວ່າ 64 ພັນຄົນ. ໂລກລະບາດດັ່ງກ່າວ ໄດ້ແຜ່ລະບາດອອກສູ່ 206 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ.

ອາເມລິກາ ຍັງຄົງແມ່ນປະເທດນຳໜ້າໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເມື່ອລື່ນກາຍຈຳນວນ 300.000 ກໍລະນີ ແລະ ກວ່າ 8.400 ກໍລະນີ ເສຍຊີວິດ. ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນວ່າ “ສັບປະດາຄັບຂັນທີ່ສຸດ” ຂອງປະເທດນີ້ໃກ້ຈະຮອດແລ້ວ ແລະ ຄາດວ່າຈະມີຜູ້ເສຍຊີວິດເປັນຈຳນວນຫຼວງຫຼາຍ.

ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ ແຂວງກຽນຢາງ ສສ.ຫວຽດນາມ ໄດ້ມອບສົ່ງອຸປະກອນປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ທະຫານຊາຍແດນ ກຳປູເຈຍ

ຍສໝ​ - ອຳນາດການປົກຄອງ ແຂວງຮ່າຢາງ (ກຽນຢາງ) ໄດ້ມອບນໍ້າຢາລ້າງມືຂ້າເຊື້ອແມ່ພະຍາດຈຳນວນ 100 ແກັດ ແລະ ຜ້າປິດປາກ 5.500 ຜືນ ໃຫ້ແກ່ທະຫານຊາຍແດນກໍາປູເຈຍ.

ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ ສູນກາງຄະນະຊາວໜຸ່ມ ຫວຽດນາມໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ

ຍສໝ - ໄດ້ຮັບການມອບສິດຈາກຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບສົ່ງອຸປະກອນປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃຫ້ແກ່ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ທີ່ດ່ານຊາຍແດນສາກົນ ລາວບາວ (ແຂວງ ກວາງຈີ້) ສສ. ຫວຽດນາມ.

ໂລກລະບາດ covid 19 ຂ ມຂ ດ ານສ ຂະພາບມວນມະນ ດກວ າ 200 ປະເທດທ ວໂລກ ໂລກລະບາດ COVID-19 ຂົ່ມຂູ່ດ້ານສຸຂະພາບມວນມະນຸດກວ່າ 200 ປະເທດທົ່ວໂລກ

ຍສໝ - ມາຮອດປັດຈຸບັນ, ໂລກລະບາດ COVID-19 ໄດ້ແຜ່ລະບາດເຖິງ 205 ປະເທດ ແລະ ເຂດແຄ້ວນ ດ້ວຍກໍລະນີຕິດເຊື້ອແມ່ນກວ່າ 1,09 ລ້ານຄົນ ແລະ ເກືອບ 60.000 ຄົນຖືກເສຍຊີວິດ.

ໄຊພອນ

ເຫດການ
302 Found

Found

The document has moved here.