ລັດຖະບານຫວຽດນາມ ໜູນຊ່ວຍປະຊາຊົນຜູ້ໄດ້ຮັບຜົນສະທ້ອນຈາກພະຍາດ Covid-19

18:34 | 03/04/2020

ຍສໝ​ - ລັດຖະບານ ຫວຽດນາມ ໜູນຊ່ວຍຈໍານວນເງິນຫຼາຍກວ່າ 60 ພັນຕື້ດົ່ງ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນສະທ້ອນຈາກການລະບາດ ຂອງພະຍາດ Covid-19.  

ລ ດຖະບານຫວຽດນາມ ໜ ນຊ ວຍປະຊາຊ ນຜ ໄດ ຮ ບຜ ນສະທ ອນຈາກພະຍາດ covid 19 60 ກໍລະນີ​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ​ໄດ້​ມີ​ຜົນ​ລົບ​ 1 ​ເທື່ອ​ຂຶ້ນ​​ໄປ
ລ ດຖະບານຫວຽດນາມ ໜ ນຊ ວຍປະຊາຊ ນຜ ໄດ ຮ ບຜ ນສະທ ອນຈາກພະຍາດ covid 19 ລັດຖະບານຫວຽດນາມ ຖືການປ້ອງກັນ, ຕ້ານ ແລະຄວບຄຸມເຊື້ອພະຍາດ Covid-19 ເປັນບູລິມະສິດສູງສຸດໃນປະຈຸບັນ

ທ່ານ ມາຍຕຽນຢູງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໄດ້ໃຫ້ຮູ້ວ່າ, ໃນກອງປະຊຸມລັດຖະບານໃນຕອນບ່າຍຂອງວັນທີ 1 ເມສາ, ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານຫວຽດນາມ ໄດ້ຕົກລົງເປັນເອກະພາບກ່ຽວກັບບັນດາມາດຕະການ ເພື່ອໜູນຊ່ວຍປະຊາຊົນຜູູ້ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດ Covid-19.

ລ ດຖະບານຫວຽດນາມ ໜ ນຊ ວຍປະຊາຊ ນຜ ໄດ ຮ ບຜ ນສະທ ອນຈາກພະຍາດ covid 19
ທ່ານ ມາຍຕຽນຢູງ, ລັດຖະມົນຕີ, ຫົາໜ້າຫ້ອງວ່າການລັດຖະບານ. (ພາບ: baochinhphu)

ຕາມທ່ານ ມາຍຕຽນຢູງ, ເງິນໜູນຊ່ວຍຈະໄດ້ສົ່ງເຖິງປະຊາຊົນຜູ້ໄດ້ຮັບຄວາມຫຍຸ້ງຍາກຢ່າງໄວທີ່ສຸດ ໂດຍອີງຕາມ 4 ຫຼັກການ, ຄື:

  • ໜຶ່ງແມ່ນ ສະໜັບສະໜູນເປົ້າໝາຍ ທີ່ມີການລາຍຮັບຫຼຸດລົງ, ເສຍວຽກເຮັດງານທຳ ແລະ ບໍ່ໄດ້ຮັບປະກັນລະດັບການດຳລົງຊີວິດຂັ້ນຕ່ຳສຸດ ເນື່ອງຈາກຜົນກະທົບໂດຍກົງຍ້ອນໂລກລະບາດ Covid-19.
  • ສອງແມ່ນ ບໍ່ໄດ້ສະໜັບສະໜູນ ຢ່າງກະແຈກກະຈາຍ ສຳຫຼັບທຸກເປົ້າໝາຍ.
  • ສາມແມ່ນ ກຳມະກອນ, ວິສາຫະກິດ ແລະ ລັດຖະບານ ໄດ້ແບ່ງປັນຄວາມຫຍຸ້ງຍາກນຳກັນ.
  • ສີ່ແມ່ນ ການສະໜັບສະໜູນຕ້ອງຮັບປະກັນຄວາມຖືກຕ້ອງ, ເປີດເຜີຍຂໍ້ມູນ ແລະ ມີຄວາມຈະແຈ້ງ, ບໍ່ໄດ້ເກີດຂຶ້ນຄວາມສວຍໃຊ້ ແລະ ລ້ຳລວຍຈາກນະໂຍບາຍ.
ລ ດຖະບານຫວຽດນາມ ໜ ນຊ ວຍປະຊາຊ ນຜ ໄດ ຮ ບຜ ນສະທ ອນຈາກພະຍາດ covid 19
ລັດຖະບານ ຫວຽດນາມ ໜູນຊ່ວຍເງິນຫຼາຍກວ່າ 60 ພັນຕື້ດົ່ງ ໃຫ້ປະຊາຊົນໄດ້ຮັບຜົນສະທ້ອນຈາກພະຍາດ Covid-19. (ພາບ: KTDT)

ທ່ານລັດຖະມົນຕີແຮງງານ ໄດ້ກ່າວວ່າກິກຈະກໍາຊ່ວຍເຫຼືອໃນຄັ້ງນີ້ຈະໄດ້ຈັດເຂົ້າໃນ 3 ກຸ່ມນະໂຍບາຍພື້ນຖານເປັນຕົ້ນຄື: ກ່ອນອື່ນແມ່ນ ລະດົມທົ່ວສັງຄົມ, ສຸມໃສ່ຕອບສະໜອງ ເຄື່ອງໃຊ້ປະຈຳວັນໃຫ້ແກ່ປະຊາຊົນ, ສົ່ງເສີມໃຫ້ວິສາຫະກິດຫຼຸດລາຄາໄຟຟ້າ ແລະ ນ້ຳປະປາ; ທີສອງແມ່ນ ສຸມໃສ່ການຍົກເວັ້ນ, ຫຼຸດຜ່ອນ ແລະ ຢຸດຕິການຈ່າຍເງິນປະກັນໄພ; ອັນທີສາມແມ່ນ ການນຳໃຊ້ກຸ່ມນະໂຍບາຍທີ່ໃຫ້ການສະໜັບສະໜູນ ສຳຫຼັບຜູ້ອອກແຮງງານ ເພື່ອໃຫ້ຜູ້ອອກແຮງງານມີຄວາມທຸ່ນທ່ຽງ.

ລ ດຖະບານຫວຽດນາມ ໜ ນຊ ວຍປະຊາຊ ນຜ ໄດ ຮ ບຜ ນສະທ ອນຈາກພະຍາດ covid 19 ນັກທ່ອງທ່ຽວຄົນ Ireland ມີຄວາມປະທັບໃຈ ກ່ຽວກັບວິທີການຕໍ່ສູ້ກັບພະຍາດ COVID-19 ຂອງຫວຽດນາມ

ຍສໝ​ - ພາຍຫຼັງປະຕິບັດການແຍກອອກຫ່າງເປັນເວລາ 14 ວັນ ຢູ່ແຂວງ ເຫງ້ອານ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19, ທ້າວ Ethan ແລະ ນາງ Uyoa ໄດ້ສົ່ງຄຳຂອບອົກຂອບໃຈຕໍ່ເຈົ້າໜ້າທີ່ ແລະ ພະນັກງານທະຫານຫວຽດນາມ, ແລະ ຫວັງວ່າຈະໄດ້ກັບມາ ຫວຽດນາມ ເພື່ອຄົ້ນຫາການທ່ອງທ່ຽວຢູ່ຫວຽດນາມ ໃນເວລາມໍ່ໆນີ້.

ລ ດຖະບານຫວຽດນາມ ໜ ນຊ ວຍປະຊາຊ ນຜ ໄດ ຮ ບຜ ນສະທ ອນຈາກພະຍາດ covid 19 ນັກສຶກສາຫວຽດນາມຢູ່ລາວປະຕິບັດບັນດາມາດຕະການເພື່ອຮັບມືກັບພະຍາດໂຄວິດ-19

ຍສໝ​ - ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ບັນດານັກສຶກສາຫວຽດນາມ ຢູ່ລາວ, ຄະນະນັກສຶກສາຫວຽດນາມ ໄດ້ຮັກສາບັນດາການເຄື່ອນໄຫວພາຍໃນຫໍພັກ, ບໍ່ສຳຜັດກັບຄົນແປກໜ້າ, ປະຕິບັດບັນດາມາດຕະການສະກັດກັ້ນພະຍາດຕາມການແນະນໍາຂອງສະຖານທູດຫວຽດນາມ ປະຈໍາລາວ ແລະໂຮງຮຽນ.

ລ ດຖະບານຫວຽດນາມ ໜ ນຊ ວຍປະຊາຊ ນຜ ໄດ ຮ ບຜ ນສະທ ອນຈາກພະຍາດ covid 19 ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ໄດ້ມອບຜ້າບັງປາກ 5,000 ຜືນ ໃຫ້ ຊາວຫວຽດນາມ ຢູ່ ສ. ເກົາຫຼີ

ຍສໝ - ໂດຍຜ່ານການສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ, ວັນທີ 31 ມີນາ, ສະມາຄົມມິດຕະພາບ ສ. ເກົາຫຼີ - ຫວຽດນາມ ໄດ້ສົ່ງມອບຜ້າບັງປາກ 5,000 ຜືນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະ ເຮັດວຽກຢູ່ ສ. ເກົາຫຼີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.