ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປຸກລະດົມທົ່ວປວງຊົນສະໜັບສະໜູນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid-19

11:48 | 20/03/2020

ຍສໝ - ມາຮອດປະຈຸບັນ ມີ 17 ຫົວຫນ່ວຍຈົດທະບຽນ ສະຫນັບສະຫນູນດ້ວຍຈຳນວນເງິນກວ່າ 235 ຕື້ດົ່ງ (ປະມານ 10 ລ້ານ USD) , ໃນນັ້ນ ທົ່ວຂະແຫນງທະນາຄານ ສະຫນັບສະຫນູນ ປະມານ 6 ລ້ານ USD. ທ່ານນາງ ເຈືອງທິງອກແອັງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ: ແນວໂຮມປະເທດຊາດ ຈະນຳໃຊ້ແຫລ່ງເງິນບໍລິຈາກດັ່ງກ່າວໃຫ້ມີປະສິດທິຜົນ.

ເຂົ້າຮ່ວມພິທີປຸກລະດົມທົ່ວປວງຊົນສະໜັບສະໜູນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໃນຕອນເຊົ້າວັນທີ 18 ມີນາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ: ພັກ ແລະ ລັດຍາມໃດກໍ່ຖືບັນຫາສຸຂະພາບຂອງປະຊາຊົນແມ່ນສຳຄັນທີ່ສຸດ, ແມ່ນບຸລິມະສິດແຖວໜ້າໃນການປະຕິບັດເປົ້າໝາຍນຳພາ, ຄຸ້ມຄອງເສດຖະກິດ - ສັງຄົມຂອງປະເທດຊາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປຸກລະດົມທົ່ວປວງຊົນສະໜັບສະໜູນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid-19

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃນພິທີປຸກລະດົມ. (ພາບ: thanhnien.vn)

ທ່ານນາຍົກລັດຖະມົນຕີກ່າວວ່າ:ຂ້າພະເຈົ້າຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທຸກຊັ້ນວັນນະ ແລະ ນັກຮົບໃນທົ່ວປະເທດ ຈົ່ງເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ປະຕິບັດບັນດາມາດຕະການຢ່າງເຂັ້ມງວດກ່ວາ ເພື່ອສະກັດກັ້ນໂລກລະບາດ. ເພື່ອເຮັດໄດ້ສິ່ງນັ້ນ ຄວນມີການເຂົ້າຮ່ວມຢ່າງແຮງກ່ວາອີກ ຂອງທົ່ວລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ທຸກຊັ້ນຄົນໃນສັງຄົມ, ພິເສດແມ່ນຄວາມຕື່ນຕົວ, ສະຕິການປະຕິບັດຕາມການກຳນົດ, ຄຳກ່າວເຕືອນຂອງກະຊວງສາທາລະນະສຸກ, ອຳນາດການປົກຄອງທຸກຂັ້ນ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.