Vietnam Airlines ຈະຂົນສົ່ງຜູ້ໂດຍສານຮັບປະກັນເງື່ອນໄຂເຂົ້າ, ອອກເມືອງຢ່າງພຽງພໍ ແລະ ຮັບປະກັນອາການສຸຂະພາບກັບເມືອຫວຽດນາມ

06:26 | 16/03/2020

ຍສໝ - ນັບແຕ່ວັນທີ 15 ມີນາ, Vietnam Airlines ຈະຂົນສົ່ງຜູ້ໂດຍສານຮັບປະກັນເງື່ອນໄຂເຂົ້າ, ອອກເມືອງຢ່າງພຽງພໍ ແລະ ຮັບປະກັນອາການສຸຂະພາບກັບເມືອຫວຽດນາມ.

ໃນແຈ້ງການຫຼ້າສຸດທີ່ກ່ຽວຂ້ອງເຖິງການຂົນສົ່ງຜູ້ໂດຍສານໄປຈາກເອີລົບ ໄປມາ ຫວຽດນາມ, ວັນທີ 14 ມີນາ, ທ່ານ ເຢືອງຈິ໊ແທັງ, ຜູ້ອຳນວຍການໃຫຍ່ບໍລິສັດການບິນຫວຽດນາມ (Vietnam Airlines), ໃຫ້ຮູ້ວ່າ ປະຈຸບັນກະຊວງສາທາລະນະສຸກໄດ້ສະໜອງບັນດາອຸປະກອນການແພດໃຫ້ແກ່ບໍລິສັດເພື່ອຮັບໃຊ້ການປ້ອງກັນ, ຄວບຄຸມໂລກລະບາດໃຫ້ເປັນຢ່າງດີທີ່ສຸດ. ສະນັ້ນ, ບໍລິສັດຈະສືບຕໍ່ຮັບຜູ້ໂດຍສານເຊິ່ງແມ່ນຊາວຫວຽດນາມ ຈາກເອີລົບ ທີ່ມີຄວາມຕ້ອງການກັບເມືອຫວຽດນາມ.

Vietnam Airlines ຈະຂົນສົ່ງຜູ້ໂດຍສານຮັບປະກັນເງື່ອນໄຂເຂົ້າ, ອອກເມືອງຢ່າງພຽງພໍ ແລະ ຮັບປະກັນອາການສຸຂະພາບກັບເມືອຫວຽດນາມ

Vietnam Airlines ຈະຂົນສົ່ງຜູ້ໂດຍສານຮັບປະກັນເງື່ອນໄຂເຂົ້າ, ອອກເມືອງຢ່າງພຽງພໍ ແລະ ຮັບປະກັນອາການສຸຂະພາບກັບເມືອຫວຽດນາມ. (ພາບ: thanhnien)

ທ່ານ ເຢືອງຈິ໊ແທັງ ໃຫ້ຮູ້ວ່າ ນັບແຕ່ວັນທີ 15 ມີນາ, Vietnam Airlines ຈະຂົນສົ່ງຜູ້ໂດຍສານຮັບປະກັນເງື່ອນໄຂເຂົ້າ, ອອກເມືອງຢ່າງພຽງພໍ ແລະ ຮັບປະກັນອາການສຸຂະພາບກັບເມືອຫວຽດນາມ ໃນບັນດາຖ້ຽວບິນຂອງບໍລິສັດ ເຊິ່ງເລີ່ມບິນຈາກລອນດອນ (ອັງກິດ), ປາຣີ (ຝລັ່ງ), ຟແຣງຟຸດ (ເຢຍລະມັນ). ນອກນັ້ນ, ບັນດາຖ້ຽວບິນດັ່ງກ່າວຈະລົງຈອດຢູ່ສະໜາມບິນທີ່ເໝາະສົມຢູ່ຫວຽດນາມ ພາຍຫຼັງທີ່ເຮັດວຽກກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.