ຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມກັນໃນການປ້ອງກັນ ແລະ ຕ້ານພະຍາດ Covid-19

07:05 | 15/03/2020

ຕໍ່ໜ້າການຜັນແປອັນສັບສົນຂອງພະຍາດອັກເສບປອດ COVID-19, ສະຖານທູດຫວຽດນາມ ປະຈຳເຢຍລະມັນ ໄດ້ປະກາດບັນດາຂໍ້ມູນຂ່າວທີ່ຈຳເປັນ ໃນເວັບໄຊຂອງສະຖານທູດ, ຜ່ານຊ່ອງທາງຕ່າງໆຄື: ສະມາຄົມຊາວຫວຽດນາມ ແລະ ສື່ມວນຊົນປະຊາຄົມຕ່າງໆກ່ຽວກັບສະພາບການໂລກລະບາດ. ມາຮອດຈຸດເວລານີ້ ຢູ່ເຢຍລະມັນ ຍັງບໍ່ທັນມີຊາວຫວຽດນາມ ຕິດເຊື້ອໄວຣັດ COVID-19 ຈັກຄົນເທື່ອ.

ຢູ່ປະເທດ ສ.ເຊັກໂກ, ປະຈຸບັນ, ໂລກລະບາດ COVID-19 ກໍ່ຍັງບໍ່ທັນໄດ້ສົ່ງຜົນສະທ້ອນ ຕໍ່ຊີວິດອິນຊີ ກໍ່ຄືການເຄື່ອນໄຫວດຳເນີນທຸລະກິດຂອງຊາວຫວຽດນາມໃນບໍລິເວນ ຍ້ອນມີການກະກຽມດ້ານຈິດໃຈ ແລະ ບັນດາມາດຕະການຮັບມື. ສະມາຊົມຊາວຫວຽດນາມ ອາໄສຢູ່ ເຊັກໂກ ພ້ອມກັບບັນດາອົງການຈັດຕັ້ງສະມາຄົມ, ຄະນະທີ່ກ່ຽວຂ້ອງ ໄດ້ເຝົ້າລະວັງເປັນປະຈຳ ແລະ ສົມທົບກັບບັນດາຊ່ອງຂໍ້ມູນຂ່າວສານຂອງສະມາຄົມຊາວຫວຽດນາມ ຢູ່ທີ່ນີ້ ເພື່ອອອກແຈ້ງການໃຫ້ເໝາະສົມກັບບັນດາມາດຕະການຂອງລັດຖະບານ ເຊັກໂກ ໂດຍໄວ ເພື່ອແນໃສ່ຮັບມືກັບໂລກລະບາດ.

ຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມກັນໃນການປ້ອງກັນ ແລະ ຕ້ານພະຍາດ Covid-19

ສະມາຄົມນັກສຶກສາຫວຽດນາມຢູ່ສ.ເກົາຫຼີສົ່ງນ້ຳລ້າງມືໃຫ້ນັກສຶກສາຫວຽດນາມຢູ່ນະຄອນ Daegu ແລະ Gyeongsang ເໜືອ (ພາບ: TTXVN)

ໃນຂະນະນັ້ນ, ຢູ່ ສ.ເກົາຫຼີ, ສະມາຄົມນັກສຶກສາຫວຽດນາມ ກໍ່ໄດ້ອັບເດດຂ່າວກ່ຽວກັບສະພາບການຂອງໂລກລະບາດຢ່າງລຽນຕິດ ພ້ອມທັງຍູ້ແຮງການແຈ້ງຂ່າວທາງ fanpage, website ຂອງສະມາຄົມ, ຕັກເຕືອນບັນດາເພື່ອນນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ປະຕິບັດບັນດາການແນະນຳ ກ່ຽວກັບການກຳນົດການປ້ອງກັນ, ຕ້ານໂລກລະບາດ COVID-19 ຂອງອົງການມີໜ້າທີ່ຮັບຜິດຊອບຂອງ ສ.ເກົາຫຼີ ແລະ ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ
302 Found

Found

The document has moved here.