ຫວຽດນາມ ດຶງດູດເງິນລົງທຶນ FDI

06:07 | 10/03/2020

ຍສໝ - ຕົວເລກສະຖິຕິຈາກກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະການລົງທຶນຫວຽດນາມ) ໃຫ້ເຫັນວ່າຄິດໄລ່ຮອດວັນທີ 20 ກຸມພາ 2020, ເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ບັນລຸເກືອບ 6,5 ຕື້ໂດລາສະຫະລັດ, ຫຼຸດລົງ 23,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ຫວຽດນາມ  ດຶງດູດເງິນລົງທຶນ FDI

ພາບປະກອບ

ຕໍ່ໜ້າຜົນກະທົບຈາກເຊື້ອພະຍາດ Covid-19 ສົ່ງເຖິງການດຶງດູດແຫຼ່ງເງິນລົງທຶນ FDI, ກົມໃຫຍ່ສະຖິຕິ ໄດ້ສ້າງແຜນດຶງດູດເງິນລົງທຶນ FDI ໃນປີ 2020 ສອງສະບັບ. ເຖິງວ່າຕົວເລກຕໍ່າກວ່າເມື່ອທຽບໃສ່ແຜນເບື້ອງຕົ້ນກໍ່ຕາມ, ແຕ່ລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ປີ 2019. ໂດຍລະອຽດ, ແຜນທີ 1: ຖ້າວ່າເຊື້ອພະຍາດ Covid-19 ສິ້ນສຸດໃນໄຕມາດທີ I, ການດຶງດູດເງິນລົງທຶນ FDI ປີ 2020 ຄາດຄະເນບັນລຸ 38,6 ຕື້ໂດລາສະຫະລັດ, ເພີ່ມ 7,3% ເມື່ອທຽບໃສ່ປີ 2019. ແຜນທີ 2: ຖ້າວ່າເຊື້ອພະຍາດ Covid-19 ສິ້ນສຸດໃນໄຕມາດທີ II, ການດຶງດູດເງິນລົງທຶນ FDI ປີ 2020 ຄາດຄະເນຈະເພີ່ມຂຶ້ນ 6,2% ເມື່ອທຽບໃສ່ປີ 2019.

ໃນສອງເດືອນຕົ້ນປີ 2020, ຍອດເງິນລົງທຶນຕ່າງປະເທດລົງທຶນເຂົ້ານະຄອນໂຮ່ຈີມິນ ແມ່ນ 480,6 ລ້ານ USD ເຊິ່ງລວມທັງເງິນລົງທຶນຈົດທະບຽນໃໝ່, ເງິນລົງທຶນດັດປັບການຈົດທະບຽນ ແລະ ປະກອບທຶນ, ຊື້ຫຸ້ນສ່ວນຂອງບັນດານັກລົງທຶນຕ່າງປະເທດ, ເຊິ່ງມີມູນຄ່າເທົ່າກັບ 47% ຍອດເງິນລົງທຶນທັງໝົດ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕາມນັ້ນແລ້ວ, ມີໂຄງການໃໝ່ 186 ໂຄງການ ດ້ວຍທຶນຈົດທະບຽບ ບັນລຸ 83,3 ລ້ານ USD; ເງິນດັດປັບການລົງທຶນໂຄງການ ແມ່ນມີ 27 ໂຄງການ; ສໍາລັບກໍລະນີປະກອບທຶນ, ຊື້ຫຸ້ນສ່ວນ ແມ່ນມີ 840 ກໍລະນີ. ໃນນັ້ນ, ວິສາຫະກິດການຄ້ານໍາໜ້າເຊິ່ງ ກວມເອົາ 2/3 ຍອດເງິນລົງທຶນທັງໝົດທີ່ໄດ້ຮັບອະນຸຍາດໃນ 2 ເດືອນຕົ້ນປີ 2020. ຖັດມາແມ່ນບັນດາການເຄື່ອນໄຫວດ້ານວິຊາສະເພາະ, ວິທະຍາສາດເຕັກໂນໂລຢີ, ການກໍ່ສ້າງ, ການຖະແຫຼງຂ່າວ ແລະ ສື່ສານ; ອຸດສາຫະກໍາປຸງແຕ່ງ.

ກຸ່ມຄົ້ນຄວ້າຂອງທະນາຄານລົງທຶນ ແລະພັດທະນາຫວຽດນາມ (BIDV) ໃຫ້ຂໍ້ສັງເກດວ່າ, ເຊື້ອພະຍາດ Covid-19 ນໍາມາເຊິ່ງກາລະໂອກາດເພື່ອໃຫ້ຫວຽດນາມ ຮັບເອົາບັນດາໂຄງການ FDI ໃໝ່. ຕາມບັນດານັກຊ່ຽວຊານຂອງ BIDV ແລ້ວ, ໂລກພະຍາດຈະຊຸກຍູ້ບັນດານັກລົງທຶນພິຈາລະນາຫັນປ່ຽນແຫຼ່ງທຶນ, ໂຄງການ FDI ຈາກຈີນ ແລະບັນດາດິນແດນກ່ຽວຂ້ອງ, ຄື: ຮົ່ງກົງ, ມາກາວ... ທີ່ເຄີຍຫັນປ່ຽນໃນໄລຍະຜ່ານມາ, ກໍ່ຄືໃນສະພາບຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ-ຈີນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.