ສ.ເກົາຫຼີ​ ຊຸກ​ຍູ້​ການ​ຈັດ​ຕັ​້ງກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ​ ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີຄັ້ງ​ທີ 4

08:32 | 18/04/2019

ທ່ານ Moon Jea-in ໄດ້ເວົ້າວ່າ ຮອດເວລາຊຸກຍູ້ການຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີ ແລ້ວ

ສ.ເກົາຫຼີ​ ຊຸກ​ຍູ້​ການ​ຈັດ​ຕັ​້ງກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ​ ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີຄັ້ງ​ທີ 4

ທ່ານ Moon Jea-in ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານ Kim Jong Un ການນຳ ສປປ.ເກົາຫຼີ (ພາບ: AFP/TTXVN)

ວັນທີ 16 ເມສາ, ກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ໃຫ້ຮູ້ວ່າກະຊວງດັ່ງກ່າວຈະສົມທົບຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງສຳຄັນໃນລັດຖະບານເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດຄັ້ງທີ 4 ລະຫວ່າງ ທ່ານ Moon Jea-in ປະທານາທິບໍດີ ສ.ເກົາຫຼີ ກັບທ່ານ Kim Jong Un ການນຳ ສປປ.ເກົາຫຼີ. ໃນວັນທີ 15 ເມສາ ກະຊວງ ທ້ອນໂຮມປະເທດຊາດ ສ.ເກົາຫຼີ ຍົກອອກແຈ້ງການດັ່ງກ່າວພາຍຫຼັງທ່ານ Moon Jea-in ໄດ້ເວົ້າວ່າ ຮອດເວລາຊຸກຍູ້ການຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີ ແລ້ວ ແລະ ທ່ານຢາກຈັດຕັ້ງໃນທັນທີເມື່ອ ສປປ.ເກົາຫຼີ ມີຄວາມພ້ອມ, ບໍ່ວ່າຈະຈັດຕັ້ງຢູ່ໃສ ຕາມຮູບແບບໃດກໍ່ຕາມ. ມີເຈົ້າໜ້າທີ່ຄົນໜຶ່ງຢູ່ ກະຊວງດັ່ງກ່າວແຈ້ງໃຫ້ຊາບວ່າ: ລັດຖະບານ ສ.ເກົາຫຼີ ຕັ້ງຄວາມຫວັງໄວ້ວ່າການພົບປະນີ້ຈະພາໄປເຖິງການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີໃນຄັ້ງກ່ອນຢ່າງເຖິງຖອງພ້ອມທັງແມ່ນກຳລັງໜູນຊຸກຍູ້ການເຈລະຈາ ລະຫວ່າງ ສປປ.ເກົາຫຼີ ແລະ ອາເມລິກາ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.