ສະຫະລັດອາເມລິກາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຜັນຂະຫຍາຍການປ້ອງກັນ, ຄວບຄຸມໂລກລະບາດ Covid-19

19:17 | 29/02/2020

ໂດຍອີງໃສ່ການປະເມີນສະຖານະການຕົວຈິງ, ສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດອາເມລິກາ (CDC) ຂອງສະຫະລັດອາເມລິກາ ໄດ້ຕັດສິນໃຈເອົາປະເທດ ຫວຽດນາມ ອອກຈາກບັນຊີຈຸດໝາຍ ທີ່ມີຄວາມສາມາດໃນການຕິດພະຍາດເຊື້ອໄວຣັດໃໝ່ (SARS-CoV-2).

ວັນທີ 27 ກຸມພາ, ສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດອາເມລິກາ (CDC) ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຜັນຂະຫຍາຍການປ້ອງກັນ, ຄວບຄຸມໂລກລະບາດ Covid-19.

CDC ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຜັນຂະຫຍາຍການປ້ອງກັນ, ຄວບຄຸມໂລກລະບາດ Covid-19. ບັນດາມາດຕະການກວດກາຕິດຕາມ, ແຍກຕົວ ແລະ ປິ່ນປົວບັນລຸໝາກຜົນຢ່າງຕັ້ງໜ້າ, ປະກອບສ່ວນຫຼຸດຜ່ອນຄວາມສ່ຽງຕິດແປດໃນວົງຄະນະຍາດ.

ສະຫະລັດອາເມລິກາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຜັນຂະຫຍາຍການປ້ອງກັນ, ຄວບຄຸມໂລກລະບາດ Covid-19

ທ່ານ Mitchell Wolfe, ຫົວໜ້າຊ່ຽວຊານການແພດ, ຫົວໜ້າຫ້ອງການສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດອາເມລິກາ (CDC). (ພາບ: ສະຖານທູດຫວຽດນາມປະຈຳ ອາເມລິກາ)

ມາຮອດປະຈຸບັນ, ສະພາບການໂລກລະບາດ Covid-19 ຢູ່ຫວຽດນາມ ໄດ້ຮັບການຄວບຄຸມເປັນຢ່າງດີ, ຄົນເຈັບທີ່ຕິດເຊື້ອໄດ້ປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ; ສະພາບແວດລ້ອມໄດ້ຮັບປະກັນຄວາມປອດໄພ, ບໍ່ກໍ່ຜົນສະທ້ອນທີ່ຫຍໍ້ທໍ້ເຖິງບັນດາການເຄື່ອນໄຫວພັດທະນາເສດຖະກິດ, ສັງຄົມ ແລະ ທ່ອງທ່ຽວ. ບັນດາຄວາມມານະພະຍາຍາມ ແລະ ໝາກຜົນເຊິ່ງຫວຽດນາມ ບັນລຸໄດ້ນັ້ນ ໄດ້ຮັບການຕີລາຄາສູງຈາກອົງການອະນາໄມໂລກ ແລະ ປະຊາຄົມສາກົນ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.