ອົງການອະນາໄມໂລກ (WHO) ໄດ້ຕັ້ງຊື່ຢ່າງເປັນທາງການໃຫ້ແກ່ ໄວຣັດ Corona ສາຍພັນໃໝ່ ແມ່ນ SARS – CoV – 2

06:06 | 24/02/2020

ຍສໝ - ວັນທີ 22 ກຸມພາ, ອົງການອະນາໄມໂລກ (WHO) ໄດ້ຕັ້ງຊື່ຢ່າງເປັນທາງການໃຫ້ແກ່ ໄວຣັດ Corona ສາຍພັນໃໝ່ ແມ່ນ SARS – CoV – 2.

ອົງການອະນາໄມໂລກ (WHO) ໄດ້ຕັ້ງຊື່ຢ່າງເປັນທາງການໃຫ້ແກ່ ໄວຣັດ Corona ສາຍພັນໃໝ່ ແມ່ນ SARS – CoV – 2

ພາບປະກອບ

ຊື່ນີ້ ໄດ້ເລືອກເອົາຍ້ອນວ່າ ໄວຣັດສາຍພັນໃໝ່ນີ້ມີຄວາມຄ້າຍຄືກັນກ່ຽວກັບ Gen ກັບ ໄວຣັດ Corona ທີ່ກໍ່ໃຫ້ເກີດພະຍາດອັກເສບປອດ SARS ໃນປີ 2003. ເຖິງວ່າກ່ຽວຂ້ອງກັນ ແຕ່ສອງໄວຣັດດັ່ງກ່າວແມ່ນແຕກຕ່າງກັນ. ພະຍາດໄດ້ຕັ້ງຊື່ເພື່ອອະນຸຍາດໃຫ້ປຶກສາຫາລືກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ການແຜ່ລະບາດ, ລະດັບຄວາມຮຸນແຮງ ແລະ ວິທີການປິ່ນປົວ. ດັ່ງນັ້ນ, ຊື່ທາງການຂອງ ໄວຣັດ ແມ່ນ SARS – CoV – 2 ແລະ ຊື່ໂລກລະບາດ ແມ່ນ COVID – 19.

ຕອນເຊົ້າວັນທີ 23 ກຸມພາ, ຄະນະກຳມະການສາທາລະນະສຸກແຂວງ ຮູເປີ່ຍ (ຈີນ) ປະກາດວ່າ ໄລ່ຮອດທ້າຍວັນທີ 22 ກຸມພາ, ແຂວງນີ້ໄດ້ຢືນຢັນວ່າ ມີຜູ້ເສຍຊີວິດຍ້ອນ Covid-19 ຕື່ມອີກ 96 ຄົນ ແລະ ມີ 630 ຄົນຕິດເຊື້ອໃໝ່. ດ້ວຍຈຳນວນຕົວເລກທີ່ຫາກໍ່ປະກາດນັ້ນ, ແຂວງ ຮູເປີ່ຍ ໄດ້ມີ 2.346 ຄົນເສຍຊີວິດຍ້ອນ Covid-19 ແລະ 64.084 ຄົນຕິດເຊື້ອພະຍາດ. ສະນັ້ນ, ຈຳນວນຜູ້ເສຍຊີວິດຍ້ອນ Covid-19 ຢູ່ ຈີນ ແມ່ນ 2.441 ຄົນ. ໃນຂະນະນັ້ນ, ຕອນເຊົ້າວັນທີ 23 ກຸມພາ, ອົງການສາທາລະນະສຸກ ສ.ເກົາຫຼີ ໄດ້ປະກາດວ່າ ມີຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ທີ່ກໍ່ໃຫ້ເກີດພະຍາດອັກເສບປອດຕື່ມອີກ 123 ຄົນ, ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ແມ່ນ 556 ຄົນ. ສ່ວນຢູ່ປະເທດ ອີຕາລີ, ໄລ່ຮອດຕອນເຊົ້າວັນທີ 23 ກຸມພາ, ຈຳນວນຄົນຕິດເຊື້ອ Covid-19 ຢູ່ປະເທດນີ້ ແມ່ນ 79 ຄົນ, ໃນນັ້ນ ມີ 2 ຄົນເສຍຊີວິດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.