ຮັກສາຄວາມໝັ້ນຄົງແຫ່ງຊາດລະຫວ່າງ ຫວຽດນາມ ແລະ ອາຣັບບິ ຊະອຸດິ

06:44 | 23/02/2020

ໃນຕອນຄ່ຳວັນທີ 21 ກຸມພາ ຢູ່ຮ່າໂນ້ຍ, ໄດ້ຈັດຂຶ້ນການສົນທະນາລະຫວ່າງ ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ອາຣັບບິ ຊະອຸດິ ປະຈຳ ຫວຽດນາມ Saud F.M. Alsuwelim ແລະ ກະຊວງຕຳຫລວດ ຫວຽດນາມ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ອາຣັບບິ ຊະອຸດິ ປະຈຳ ຫວຽດນາມ Saud F.M. Alsuwelim ໃນຕອນຄ່ຳວັນທີ 21 ກຸມພາ ຢູ່ຮ່າໂນ້ຍ, ທ່ານພົນເອກ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ສະເໜີໃຫ້: 2 ຝ່າຍສືບຕໍ່ຮັກສາການປະຕິບັດກົນໄກຂອງຄະນະກຳມະການປະສົມ ແນໃສ່ຍູ້ແຮງຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງ, ສັນຍາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຊຸກຍູ້ສົມທົບກັນດ້ານວິຊາການ, ພິເສດແມ່ນຂໍ້ມູນກ່ຽວກັບອາດຊະຍາກຳຂ້າມຊາດ, ອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ອາດຊະຍາກຳຢາເສບຕິດ, ອາດສະຍາກຳການຄ້າມະນຸດ…

ຮັກສາຄວາມໝັ້ນຄົງແຫ່ງຊາດລະຫວ່າງ ຫວຽດນາມ ແລະ ອາຣັບບິ ຊະອຸດິ

ທີ່ການຕ້ອນຮັບ (ພາບ: cand.com.vn)

ສ່ວນທ່ານເອກອັກຄະລັດຖະທູດ Saud F.M. Alsuwelim ຢັ້ງຢືນວ່າ: ດ້ວຍຖານະຂອງຕົນ ຈະເປັນຂົວເຊື່ອມຕໍ່ ເພື່ອຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງ 2 ຝ່າຍໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ພິເສດແມ່ນໃນຂົງເຂດຮ່ວມມືກ່ຽວກັບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ; ເຊື່ອມຕໍ່ບັນດາອົງການເຈົ້າໜ້າທີ່ 2 ປະເທດເວົ້າລວມ, ເຊື່ອມຕໍ່ກະຊວງພາຍໃນ ອາຣັບບິ ຊະອຸດິ ແລະ ກະຊວງຕຳຫລວດ ຫວຽດນາມ ເວົ້າສະເພາະ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດບັນດາເອກະສານທີ່ໄດ້ຮັບການລົງນາມແລ້ວ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ
302 Found

Found

The document has moved here.