ລາວ: ປ້ອງ​ກັນ ຄວບ​ຄຸມ­ພະ​ຍາດ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ຫຼື ໂຄ​ໂຣ​ນາ​ໄວ​ຣັສ (nCov)

11:30 | 05/02/2020

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ວຽກ​ງານ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ­ພະ​ຍາດ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ຫຼື ໂຄ​ໂຣ​ນາ​ໄວ​ຣັສ (nCov) ຈັດ​ຂຶ້ນ​ໃນ​ວັນ​ທີ 3 ກຸມ­ພາ 2020 ທີ່​ສຳ­ນັກ​ງາ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເປັນ​ປະ­ທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ທັງ​ເປັນ​ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ­ພະ​ຍາດ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ ໂລກ​ສາຍ​ພັນ​ໃໝ່ ເປັນ​ກຽດ​ເຂົ້າ​ຮ່ວມ​ຊີ້​ນຳ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ ຄະ­ນະ​ສະ­ເພາະ​ກິດ​ດັ່ງ­ກ່າວ ເຂົ້າ​ຮ່ວມ.

ລາວ: ປ້ອງ​ກັນ ຄວບ​ຄຸມ­ພະ​ຍາດ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ຫຼື ໂຄ​ໂຣ​ນາ​ໄວ​ຣັສ (nCov)

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ວຽກ​ງານ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ­ພະ​ຍາດ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ຫຼື ໂຄ​ໂຣ​ນາ​ໄວ​ຣັສ (nCov). (ພາບ:vientianemai.net)

ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະ­ພາບ​ການ​ກຽ່ວ​ກັບ​ການ​ຄວບ​ຄຸມ ແລະ ເຝົ້າ​ລະ­ວັງ​ສະ­ພາບ​ການ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ໂຄ​ໂຣ​ນາ 2019 (nCoV) ຢູ່ ສປປ ລາວ ນັບ​ແຕ່​ວັນ​ທີ 15 ມັງ­ກອນ?2 ກຸມ­ພາ 2020 ຢູ່ ສປປ ລາວ ມີ 13 ກໍ­ລະ­ນີ​ສົງ­ໄສ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ 9 ກໍ­ລະ­ນີ ແຂວງ​ບໍ່​ແກ້ວ 2 ກໍ­ລະ­ນີ ອຸ­ດົມ​ໄຊ ແລະ ແຂວງ​ສະ­ຫວັນ​ນະ​ເຂດ ແຂວງ​ລະ 1 ກໍ­ລະ­ນີ (ຄົນ​ຈີນ 4 ກໍ­ລະ­ນີ ແລະ ຄົນ​ລາວ 9 ກໍ­ລະ­ນີ) ໄດ້​ຮັບ​ການ​ສອບ​ສວນ ແລະ ເກັບ​ຕົວ­ຢ່າງ​ທັງ​ໜົດ 13 ຕົວ­ຢ່າງ ໃຫ້​ຜົນ​ລົບ 11 ຕົວ­ຢ່າງ ແລະ ຍັງ​ອິກ 2 ຕົວ­ຢ່າງ ຍັງ​ລໍ­ຖ້າ​ຜົນ​ກວດ ມາ​ຮອດ​ປັດ­ຈຸ­ບັນ​ຢູ່ ສປປ ລາວ ຍັງ​ບໍ່​ພົບ​ກໍ­ລະ­ນີ​ຕິດ­ເຊື້ອ​ຢູ່​ລາວ ແລະ ປັດ­ຈຸ­ບັນ​ນັກ​ສຶກ​ສາ​ລາວ​ທີ່​ຍັງ​ອາ­ໄສ​ຢູ່ ສປ ຈີນ 242 ຄົນ ໃນ​ນັ້ນ ຍັງ​ຢູ່​ເມືອງ​ອູ​ຫັ່ນ ແຂວງ​ຫູ​ເປີຍ ຈຳ­ນວນ 37 ຄົນ ຍັງ​ມີ​ສຸ­ຂະ­ພາບ​ທີ່​ແຂງ­ແຮງ​ດີ ແລະ ປອດ​ໄພ​ດີ.

ການ​ເຝົ້າ​ລະ­ວັງ ແລະ ການ­ບົ່ງ­ມະ­ຕິ​ດ້ານ​ວິ­ເຄາະ​ມີ​ເຄືອ​ຄ່າຍ​ລະ­ບົບ​ເຝົ້າ​ລະ­ວັງ​ໂດຍ​ເຊື່ອມ​ໂຍງ​ກັບ ດ່ານ​ເຂົ້າ?ອອກ ແລະ ສະ­ຖານ­ທີ່​ບໍ­ລິ­ການ​ສາ­ທາ­ລະ­ນະ​ສຸກ​ໃນ​ທົ່ວ​ປະ­ເທດ ລວມ​ທັງ​ຄຣີ​ນິກ​ເອ­ກະ​ຊົນ ໃຫ້​ຂ່າວ​ແກ່​ມວນ​ຊົນ​ທົ່ວ​ໄປ ໃນ​ການ​ຕິດ­ຕໍ່​ຫາ​ຜູ້​ຮັບ​ສາຍ​ດ່ວນ 166 ຫຼື ເບີ​ໂທ​ຕິດ­ຕໍ່ (IHR) ເພື່ອ​ລາຍ​ງານ ແລະ ແກ້​ຂໍ້​ຂ້ອງ​ໃຈ ພ້ອມ​ທັງ​ລາຍ​ງານ​ກໍ­ລະ­ນີ​ສົງ­ໄສ ເພື່ອ​ເຮັດ​ການ​ສອບ​ສວນ​ໄດ້​ທັນ​ເວ­ລາ​ສ້າງ​ລະ­ບົບ​ຕິດ­ຕາມ ແລະ ກວດ­ຄືນ​ຂ່າວ​ລື ກ່ຽວ​ກັບ​ກໍ­ລະ­ນີ​ສົງ­ໄສ ເຮັດ​ລາຍ​ງານ​ປະ­ຈຳ​ວັນ ແລະ ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ​ການ​ເຝົ້າ​ລະ­ວັງ​ປະ­ຈຳ​ວັນ​ກັບ​ແຂວງ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ທົ່ວ​ປະ­ເທດ ສ່ວນ​ການ​ປ້ອງ​ກັນ​ການ​ຕິດ­ເຊື້ອ ແລະ ການ​ຄຸ້ມ​ຄອງ​ກໍ­ລະ­ນີ​ໂຮງ­ໝໍ​ສູນ​ກາງ​ໄດ້​ກຳ­ນົດ​ເອົາ​ສາມ​ໂຮງ­ໝໍ​ເປັນ​ບ່ອນ​ຮັບ­ຮອງ​ໃນ​ການ​ແຍກ​ປ່ຽວ​ກໍ­ລະ­ນີ​ສົງ­ໄສ (ໂຮງ­ໝໍ​ມະ­ໂຫ­ສົດ ເສດ​ຖາ​ທິ​ຣາດ ໂຮງ­ໝໍ​ເດັກ) ແລະ ກຳ­ນົດ​ເອົາ​ໂຮງ­ໝໍ​ມິດ­ຕະ­ພາບ​ທີ່​ເປັນ​ບ່ອນ​ປີ່ນ​ປົວ​ຄົນ​ເຈັບ​ຕິດ­ເຊື້ອ ສຳ­ລັບ​ແຂວງ​ແມ່ນ​ໂຮງ­ໝໍ​ແຂວງ​ເປັນ​ບ່ອນ​ປິ່ນ­ປົວ ສ່ວນ​ຢູ່​ຈຸດ​ຜ່ານ​ແດນ​ດ່ານ​ຂາ​ເຂົ້າ?ອອກ​ນັ້ນ​ໄດ້​ແຕ່ງ­ຕັ້ງ​ພະ­ນັກ­ງານ​ແພດ​ປະ­ຈຳ​ຢູ່​ດ່ານ​ສາ­ກົນ​ທົ່ວ​ປະ­ເທດ ເພື່ອ​ກັ່ນ​ກອງ​ຜູ້­ໂດຍ­ສານ​ເດີນ­ທາງ​ເຂົ້າ​ມາ​ກໍ­ລະ­ນີ​ມີ​ໄຂ້ ຫຼື ເດີນ­ທາງ​ມາ​ຈາກ​ເຂດ​ທີ່​ມີ​ການ​ລະ­ບາດ ຈະ​ໄດ້​ສອບ​ຖາມ​ປະ­ຫວັດ​ຢ່າງ​ລະ­ອຽດ​ພ້ອມ​ທັງ​ເອົາ​ເບີ​ໂທ​ຕິດ­ຕໍ່ ເພື່ອ​ຈະ​ຕິດ­ຕາມ​ອາ­ການ​ພາຍ​ໃນ 14 ວັນ ຕິດ​ຕັ້ງ​ເຄື່ອງ​ວັດ­ແທກ​ອຸນ­ຫະ­ພູມ​ຢູ່​ດ່ານ​ສາ­ກົນ​ທົ່ວ​ປະ­ເທດ​ມີ​ຢູ່ 4 ດ່ານ ນອກ​ນີ້ ຍັງ​ໄດ້​ຕັ້ງ​ເຄື່ອງ​ແທກ​ອຸນ­ຫະ­ພູມ​ຍິງ​ແສງ​ອິນ​ຟຣາ​ເຣດ 27 ດ່ານ​ສາ­ກົນ ກົມ​ກົງ​ສູນ ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ແຈ້ງ​ໃຫ້​ໂຈະ​ການ​ອອກ​ວີ​ຊາ​ກັບ​ດ່ານ ຊົ່ວ­ຄາວ (ສະ­ເພາະ​ດ່ານ​ທີ່​ມີ​ຊາຍ​ແດນ​ກັບ ສປ ຈີນ) ວຽກ​ງານ​ປະ­ສານ​ງານ​ໄດ້​ເປີດ​ຫ້ອງ​ປະ­ຕິ­ບັດ​ງານ​ເຫດ­ການ​ສຸກ​ເສີນ ດ້ານ​ສາ­ທາ­ລະ­ນະ​ສຸກ ເພື່ອ​ປືກ​ສາ​ຫາ­ລື​ຮ່ວມ​ກັບ​ບັນ­ດາ​ກົມ ສູນ ແລະ ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ທຸກໆ​ວັນ ໃນ​ກອງ​ປະ­ຊຸມ​ຄະ­ນະ​ສະ­ເພາະ​ກິດ​ຍັງ​ໄດ້​ປຶກ­ສາ​ຫາ­ລື ວາງ​ແຜນ­ການ​ປະ­ສານ​ງານ​ກັນ​ຢ່າງ​ລະ­ອຽດ ເພີ່ມ​ຕື່ມ​ເພື່ອ​ເຮັດ​ໃຫ້­ການ​ເຝົ້າ​ລະ­ວັງ​ການ​ຕອບ​ໂຕ້ ແລະ ຮັບ​ມື​ພະ­ຍາດ​ດັ່ງ­ກ່າວ​ໃຫ້​ທັນ​ກັບ​ສະ­ພາບ​ເພີ່ມ​ຂຶ້ນ.

ຂໍ້ມູນຫລ້າສຸດວັນທີ 04 ກຸມພາ 2020, ສະຖານະການລະບາດຂອງ ເຊື້ອໄວຣັດ ອັກເສບປອດຮຸນແຮງ ໂຄໂຣນາ ຫລື ໄວຣັສ ອູຮັນ ໃນໄລຍະ 10 ວັນຜ່ານມາ ຊຶ່ງມີອັດຕາເພີ່ມຂຶ້ນນຢ່າງຕໍ່ເນື່ອງຈົນກວ່າຈະໝົດໄລຍະຟັກຕົວ (14 ວັນ), ນັບແຕ່ວັນທີ 26 ມັງກອນ ຮອດປັດຈຸບັນ ຜູ້ຕິດເຊື້ອໄວ ຣັດ 20.438 ລາຍ, ເພີ່ມຂຶ້ນຈາກມຶື້ຜ່ານມາ 3.235 ລາຍ ແລະ ຜູ້ເສັຍຊີວິດ 425 ລາຍ, ເພີ່ມຂຶ້ນ 64 ລາຍ.

ບັນດາສະຖິຕິລາຍລະອຽດ 14 ວັນອັນຕະລາຍ ຕິດຕາມສະພາບການລະບາດໄວຣັດໂຄໂຣນາ:
(1). ວັນທີ 26 ມັງກອນ 2020 ມີຜູ້ຕິດເຊື້ອໄວຣັດ 2.540 ລາຍ ແລະ ຜູ້ເສຍຊີວິດ 56 ລາຍ;

(2). ວັນທີ 27 ມັງກອນ 2020 ມີຜູ້ຕິດເຊື້ອໄວຣັດ 2.744 ລາຍ, ເພີ່ມຂຶ້ນຈາກວັນທີ່ຜ່ານມາ 204 ລາຍ ແລະ ຜູ້ເສຍຊີວິດ 80 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 24 ລາຍ;

(3). ວັນທີ 28 ມັງກອນ 2020 ມີຜູ້ຕິດເຊື້ອໄວຣັດ 4.515 ລາຍ, ເພີ່ມຂຶ້ນຈາກວັນທີ່ຜ່ານມາ 1.771 ລາຍ ແລະ ຜູ້ເສຍຊີວິດ 106 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 24 ລາຍ);

(4). ວັນທີ 29 ມັງກອນ 2020 ມີຜູ້ຕິດເຊື້ອໄວຣັດ 5.974 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 1.432 ລາຍ) ແລະ ຜູ້ເສັຍຊີວິດ 132 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 26 ລາຍ;

(5). ວັນທີ 30 ມັງກອນ 2020 ມີຜູ້ຕິດເຊື້ອໄວຣັດ 7.711 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 1.737 ລາຍ, ຜູ້ໄດ້ຮັບການປິ່ນປົວຫາຍຂາດ ແລະ ອອກໂຮງໝໍ ຈຳນວນ 124 ລາຍ ແລະ ຜູ້ເສັຍຊີວິດ 170 ລາຍ,ເພິ່ມຂຶ້ນຈາກມື້ຜ່ານມາ 38 ລາຍ;

(6). ວັນທີ 31 ມັງກອນ 2020 ມີຜູ້ຕິດເຊື້ອໄວຣັດ 9.692 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 1.981 ລາຍ) ຜູ້ໄດ້ຮັບການປິ່ນປົວຫາຍຂາດ ແລະ ອອກໂຮງໝໍ ຈຳນວນ 171 ລາຍ ແລະ ຜູ້ເສັຍຊີວິດ 213 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 43 ລາຍ);

(7). ວັນທີ 01 ກຸມພາ 2020, ມີຜູ້ຕິດເຊື້ອໄວຣັດ 11.791 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 2.102 ລາຍ) ຜູ້ໄດ້ຮັບການປິ່ນປົວຫາຍຂາດ ແລະ ອອກໂຮງໝໍ ຈຳນວນ 243 ລາຍ ແລະ ຜູ້ເສັຍຊີວິດ 259 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 46 ລາຍ;

(8). ວັນທີ 02 ກຸມພາ 2020, ຜູ້ຕິດເຊື້ອໄວຣັດ 14.381 ລາຍ, ຜູ້ເສັຍຊີວິດ ຈຳນວນ 304 ລາຍ, ເພີ່ມຂື້ນຈາກມື້ຜ່ານມາ 45 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 2.590 ລາຍ, ຜູ້ໄດ້ຮັບການປິ່ນປົວຫາຍຂາດ ແລະ ອອກໂຮງໝໍ ຈຳນວນ 344 ລາຍ;

(9). ວັນທີ 03 ກຸມພາ 2020, ຜູ້ຕິດເຊື້ອໄວຣັດ 17.205 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 2.829 ລາຍ, ຜູ້ເສັຍຊີວິດ ຈຳນວນ 361 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 57 ລາຍ, ຜູ້ໄດ້ຮັບການປິ່ນປົວຫາຍຂາດ ແລະ ອອກໂຮງໝໍ ຈຳນວນ 475 ລາຍ;

(10). ວັນທີ 04 ກຸມພາ 2020, ຜູ້ຕິດເຊື້ອໄວຣັດ 20.440 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 3.235 ລາຍ, ແລະ ຜູ້ເສັຍຊີວິດ ຈຳນວນ 425 ລາຍ, ເພີ່ມຂຶ້ນຈາກມື້ຜ່ານມາ 64 ລາຍ, ຜູ້ໄດ້ຮັບການປິ່ນປົວຫາຍຂາດ ແລະ ອອກໂຮງໝໍ ຈຳນວນ 632 ລາຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.