ຜູ້ຕາງໜ້າຈາກວ່າ 60 ປະເທດ ຈະເຂົ້າຮ່ວມເວທີປາໄສເສດຖະກິດທິດຕາເວັນອອກ

08:45 | 05/09/2018

ຄະນະຈັດຕັ້ງ ເວທີປາໄສເສດຖະກິດທິດຕາເວັນອອກແລ້ວ, ທ່ານປະທານາທິບໍດີລັດເຊຍ V.Putin ໄດ້ມີຄຳກ່າວຕ້ອນຮັບບັນດາແຂກ ແລະ ບັນດາຜູ້ແທນເຂົ້າຮ່ວມເວທີປາໄສຄັ້ງທີ່ສີ່, ເຊິ່ງຈະຈັດຂື້ນແຕ່ວັນທີ 11-13 ກັນຍາ ທີ່ນະຄອນ Vladovostok - ສະຫະພັນລັດເຊຍ. ປີນີ້ຈະມີບັນດາຄະນະຜູ້ແທນຈາກກວ່າ 60 ປະເທດທົ່ວໂລກເຂົ້າຮ່ວມ ເພື່ອຊອກຫາບັນດາໂອກາດ ໃນການຮ່ວມມື, ລົງທຶນ.

ຜູ້ຕາງໜ້າຈາກວ່າ 60 ປະເທດ ຈະເຂົ້າຮ່ວມເວທີປາໄສເສດຖະກິດທິດຕາເວັນອອກ

ທ່ານປະທານາທິບໍດີ ລັດເຊຍ ວະລາດິເມຍ ປູຕິນ.

ໃນຄຳກ່າວຕ້ອນຮັບ, ທ່ານປະທານາທິບໍດີລັດເຊຍ V.Putin ຊີ້ແຈ້ງ: ຫົວຂໍ້ຂອງເວທີປາໄສປີນີ້ແມ່ນ: “ຕາເວັນອອກໄກ - ເປີດກ້ວາງຂອບເຂດຂອງບັນດາກຳລັງຄວາມສາມາດ”, ເຊິ່ງສ່ອງແສງເຖິງຄວາມມານະພະຍາຍາມ ໃນການເຊື່ອມໂຍງຂອງລັດເຊຍ ເຂົ້າໃນບັນດາການພົວພັນຮ່ວມມືເສດຖະກິດ ຢູ່ເຂດອາຊີ - ປາຊິຟິກກວ້າງໃຫຍ່. ຕາມການນຳລັດເຊຍແລ້ວ, ເພື່ອຊຸກຍູ້ບັນດາຂໍ້ລິເລີ່ມ ດຳເນີນທຸລະກິດຢູ່ພາກພື້ນ ຕາເວັນອອກໄກນັ້ນ,ລັດເຊຍໄດ້ສ້າງບັນດາເຂດພັດທະນາພິເສດ ສະຫງວນໃຫ້ແກ່ບັນດາວິສາຫະກິດ, ໃຫ້ແກ່ການເລີ່ມຕົ້ນບັນດາຂະແໜງການຜະລິດໃໝ່; ໄດ້ສ້າງຕັ້ງເຂດທ່າກຳປັ່ນດ້ວຍກົນໄກພິເສດ ກ່ຽວກັບພາສີ ແລະ ອາກອນ ທ່າກຳປັ່ນເສລີ Vladovostok. ປະເທດລັດເຊຍກຳລັງປະຕິບັດບັນດາ ໂຄງການຂະໜາດໃຫຍ່ກ່ຽວກັບສັງຄົມ, ໂຄງລ່າງ, ການສຶກສາ ແລະ ວິທະຍາສາດ, ບັນດາໂຄງການແນໃສ່ໜູນຊ່ວຍການສົ່ງອອກ ແລະ ຫັນເປັນເຕັກໂນໂລຊີທັນສະໄໝ. ທັງໝັດທີ່ກ່າວມານີ້ ກຳລັງ ເປີດອອກພາບພົດທີ່ກວ້າງໃຫຍ່ໃຫ້ແກ່ການຮ່ວມມື ກັບຄູ່ຮ່ວມມື, ການຄ້າ, ການລົງທຶນໄລຍະຍາວ, ເພື່ອພັດທະນາບັນດາຮູບແບບເສດຖະກິດທີ່ທັນສະໄໝ ແລະ ບັນດາຕົວແບບ ການຮ່ວມມືລວມມີທັງໃນຂອບເຂດຂອງບັນດາໂຄງສ້າງຫຼາຍຝ່າຍຄື ສະຫະພັນເສດຖະກິດ ອາຊີ - ເອີຣົບ, ອົງການຮ່ວມມື ຊຽງໄຮ ແລະ APEC.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.