WEF ASEAN 2018: ASEAN ສະໜັບສະໜູນການຮັກສາການຄ້າເສລີ

08:58 | 14/09/2018

ກ່າວຄຳເຫັນທີ່ເວທີປາໄສ WEF ASEAN 2018, ທ່ານ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີ ສິງກະໂປ, ເຊິ່ງເປັນປະເທດປະທານ ອາຊຽນ ປີ 2018.

WEF ASEAN 2018: ASEAN ສະໜັບສະໜູນການຮັກສາການຄ້າເສລີ

ທ່ານ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີ ສິງກະໂປ.

ການນຳບັນດາປະເທດສະມາຊິກ ອາຊຽນ ໄດ້ສະໜັບສະໜູນເລື່ອງຮັກສາການຄ້າເສລີຄືດັ່ງປັດໄຈຫຼັກແຫຼ່ງໃນການພັດທະນາເສດຖະກິດໄລຍະຍາວ. ໜັງສືພິມ The Straits Times (ສິງກະໂປ) ສະບັບອອກວັນທີ 13 ກັນຍາ ໃຫ້ຮູ້ວ່າ ທັດສະນະດັ່ງກ່າວໂດຍບັນດາປະເທດ ອາຊຽນ ສະແດງອອກທີ່ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) 2018, ທີ່ຈັດຕັ້ງຢູ່ຮ່າໂນ້ຍ.

ກ່າວຄຳເຫັນທີ່ເວທີປາໄສ WEF ASEAN 2018, ທ່ານ ຫຼີຊຽນຫຼົງ, ນາຍົກລັດຖະມົນຕີ ສິງກະໂປ, ເຊິ່ງເປັນປະເທດປະທານ ອາຊຽນ ປີ 2018ຖືວ່າ, ໜ້າທີ່ຂອງປະເທດນີ້ແມ່ນເພີ່ມທະວີການຮ່ວມມືກັບບັນດາປະເທດຮ່ວມທິດກ້າວເດີນໃນວິວັດທະນາການສ້າງຕັ້ງລະບົບການຄ້າຫຼາຍຝ່າຍເປີດ, ໂດຍອີງໃສ່ບັນດາຫຼັກການເຫັນດີເປັນເອກະພາບ. ຕາມທ່ານແລ້ວ, ລະບົບນີ້ແມ່ນຮັບປະກັນການເຕີບໂຕ ແລະ ສະຖຽນລະພາບ. ທ່ານກໍ່ຖືວ່າ ປະຈຸບັນ ລະບົບນີ້ພວມຖືກກຳລັງກົດດັນ ແລະ ຖືກນາບຂູ່ຢ່າງໜັກໜ່ວງ.

ກ່ຽວຂ້ອງເຖິງບັນຫານີ້, ທ່ານຮອງນາຍົກລັດຖະມົນຕີ ຈີນ ຂູຊ໊ວງຂວາ, ນຳໜ້າຄະນະຜູ້ແທນຈີນ ເຂົ້າຮ່ວມກອງປະຊຸມ WEF ASEAN 2018, ກໍ່ຮຽກຮ້ອງບັນດາປະເທດຕັດສິນໃຈຄັດຄ້ານນະໂຍບາຍອາລັກຂາການຄ້າຢ່າງເດັດຂາດ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ