ຈຸດເລີ່ມຕົ້ນໃໝ່ຈາກການພົບປະສຸດຍອດລະຫວ່າງ ລັດເຊຍ - ອາເມລິກາ

09:10 | 18/07/2018

ການພົບປະທີ່ໄດ້ຮັບຄວາມມຸ່ງຫວັງລໍຄອຍທີ່ສຸດໃນລະດູຮ້ອນປີນີ້ ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ກັບຄູ່ຕຳແໜ່ງ ອາເມລິກາ Donlad Trump ໄດ້ດຳເນີນໃນວັນທີ 16 ກໍລະກົດ ຢູ່ປະເທດ ແຟງລັງ, ເຊິ່ງໝາກຜົນບັນລຸໄດ້ແມ່ນເກີນຄວາມມຸ້ງຫວັງ ເມື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນຫາຕົ້ນຕໍ.

ນັກຊ່ຽວຊານຫລາຍທ່ານມີຄວາມປະເອີບໃຈຖືວ່າ: ໝາກຜົນແຫ່ງການພົບປະແມ່ນປະຖົມປັດໄຈເພື່ອໃຫ້ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ ແຕ່ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ເພື່ອໃຫ້ 2 ປະເທດສາມາດພ້ອມກັນຮ່ວມມື.

ຈຸດເລີ່ມຕົ້ນໃໝ່ຈາກການພົບປະສຸດຍອດລະຫວ່າງ ລັດເຊຍ - ອາເມລິກາ

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກັບຄູ່ຕຳແໜ່ງ ອາເມລິກາ Donlad Trump (ພາບ: AP)

ໃນການພົບປະ, ເຈລະຈາຢູ່ ແຟງລັງ ພຽງ 4 ຊົ່ວໂມງເທົ່ານັ້ນ, ບັນດາບັນຫາພົ້ນເດັ່ນທັງໝົດໃນການພົວພັນ 2 ຝ່າຍ ກໍ່ຄືສາກົນ ລ້ວນແຕ່ໄດ້ຮັບການເຕື້ອງເຖິງຈາກການນຳ 2 ທ່ານຂອງ 2 ປະເທດມະຫາອຳນາດແຖວໜ້າໂລກ. ແຕ່ເລື່ອງ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ, ເລື່ອງ ລັດເຊຍ ພ້ອມແລ້ວທີ່ຈະຕໍ່ກຳນົດເວລາສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (START ໃໝ່), ຕະຫລອດຮອດການແກ້ໄຂວິກິດການຢູ່ ຊີຣີ, ບັນຫານິວເຄຼຍຂອງ ອີຣານ ແລະ ແຫຼມ ເກົາຫຼີ.

ອາດເວົ້າໄດ້ວ່າ ເນື້ອໃນການປຶກສາຫາລືຮອບດ້ານພໍສົມຄວນ ແລະ ລ້ວນແຕ່ແມ່ນບັນດາບັນຫາຄອບງຳການພົວພັນ ລັດເຊຍ - ອາເມລິກາ ໃນປັດຈຸບັນ.

ເຫັນດີເປັນເອກະພາບບັນດາບັນຫາຕົ້ນຕໍ

ຜ່ານບັນດາບົດກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫລັງການພົບປະ, ອາດ ເຫັນໄດ້ວ່າ ການນຳ 2 ຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງບໍ່ແມ່ນໜ້ອຍ. ສິ່ງທີ່ເປັນໜ້າສົນໃຈທີ່ສຸດ ແມ່ນບັນດາຄຳກ່າວຫາ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ. ທ່ານປະທານາທິບໍດີ Donald Trump ໄດ້ກໍ່ຄວາມຕົກສະເງີ້ຕໍ່ວົງການນັກການເມືອງ ອາເມລິກາ ເມື່ອຖືວ່າ: ບໍ່ມີກົນອຸບາຍແຊກແຊງຂອງ ລັດເຊຍ ເຂົ້າໃນການເລືອກຕັ້ງ ອາເມລິກາ ແຕ່ຢ່າງໃດ ຄືດັ່ງການສືບສວນກ່າວຫາ ແລະ ທ່ານເນັ້ນໜັກວ່າ ເລື່ອງຮຽກຮ້ອງດຳເນີນການສືບສວນບັນຫານີ້ ແມ່ນວິນາດສະກຳ. ຊ້ຳບໍ່ໜຳ, ຜູ້ນຳໜ້າທຳນຽບຂາວຍັງຖະແຫຼງວ່າ ບໍ່ມີຍາມໃດຖືທ່ານປະທານາທິບໍດີ Putin ເປັນປໍລະປັກ, ເຊິ່ງນັ້ນແມ່ນຄູ່ແກ່ງແຍ້ງທີ່ດີ, ພ້ອມທັງຢືນຢັນວ່າ ຈະມີການພົບປະມີລັກສະນະສ້າງສັນກັບການນຳ Putin ໃນອະນາຄົດຕື່ມອີກຫລາຍຄັ້ງ.

ກ່ຽວກັບການຮ່ວມມືເສດຖະກິດ, 2 ຝ່າຍໄດ້ເຫັນດີເປັນເອກະສັນສ້າງຕັ້ງກຸ່ມລວມກຸ່ມໜຶ່ງ ເພື່ອເຕົ້າໂຮມບັນດາ “ນັກທຸລະກິດໃໝ່” ຂອງວົງການນັກທຸລະກິດ 2 ປະເທດ; ຢັ້ງຢືນຄວາມສຳຄັນຂອງເລື່ອງສືບຕໍ່ຮ່ວມມືໃນການໄຈ້ແຍກບັນດາສຳເນົາເອກະສານດ້ານການເມືອງ - ການທະຫານທັງໝົດ ພ້ອມທັງສະເໜີການສ້າງຕັ້ງກຸ່ມວຽກງານລວມກ່ຽວກັບການຕ້ານກໍ່ການຮ້າຍ. ຝ່າຍ ລັດເຊຍ ໄດ້ມອບໃບສະເໜີການຮ່ວມມືໃນຂົງເຂດຍຸດທະສາດເປັນປົກກະຕິ ແລະ ບໍ່ແຜ່ຂະຫຍາຍອາວຸດລ້າງຜານໃຫ້ຝ່າຍ ອາເມລິກາ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ແຈ້ງກັບທ່ານປະທານາທິບໍດີ ອາເມລິກາ Donlad Trump ວ່າ ລັດເຊຍ ພ້ອມແລ້ວທີ່ຈະຕໍ່ກຳນົດເວລາສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (START ໃໝ່), ຂໍ້ຕົກລົງຈຳກັດຈຳນວນບັນດາອາວຸດນິວເຄຼຍທີ່ໄດ້ຜັນຂະຫຍາຍ ແລະ ສ້າງຕັ້ງກົນໄກກວດກາໃໝ່, ເຊິ່ງຈະໝົດອາຍຸໃນປີ 2021.

ໃນບັນດາບັນຫາສາກົນ ທີ່ກ່ຽວຂ້ອງເຖິງສະພາບການ ຊີຣີ, ການນຳ ລັດເຊຍ ຕີລາຄາວ່າ ມົດສະກູ ແລະ ວໍຊິງຕັນ ອາດຈະຮັບປະກັນບົດບາດຕົ້ນຕໍ ໃນການແກ້ໄຂວິກິດການມະນຸດສະທຳຢູ່ ຊີຣີ. ການນຳ ລັດເຊຍ ແລະ ອາເມລິກາ ກໍ່ປຶກສາຫາລືກ່ຽວກັບບັນຫາ ອີຣານ, ສະພາບການປະຕິບັດຂໍ້ຕົກລົງທຳລາຍລູກສອນໄຟໄລຍະກາງ ແລະ ໄລຍະສັ້ນ. ທ່ານປະທານາທິບໍດີ Putin ກໍ່ຕີລາຄາສູງ ບັນດາບາດກ້າວເດີນຢ່າງມີປະສິດທິຜົນ ແນໃສ່ແກ້ໄຂສະພາບການໃນແຫຼມ ເກົາຫຼີ ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ Trump. ໃນຂະນະນັ້ນ, ທ່ານ Trump ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານ Putin ແລະ ປະເທດ ລັດເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບ ອາເມລິກາ ເພື່ອແກ້ໄຂບັນຫານິວເຄຼຍຂອງ ສປປ.ເກົາຫຼີ, ກໍ່ຄືການຮ່ວມມືກັບ ອາເມລິກາ ແລະ ອິດສະລາແອນ ໃນການແກ້ໄຂສະພາບການຢູ່ ຊີຣີ.

ເພື່ອຕີລາຄາໂດຍສັງເຂບກ່ຽວກັບໝາກຜົນແຫ່ງການພົບປະລະຫວ່າງ ລັດເຊຍ - ອາເມລິກາ, ທ່ານປະທານາທິບໍດີ Donlad Trump ໄດ້ກ່າວວ່າ ນີ້ແມ່ນ “ຈຸດເລີ່ມຕົ້ນໃໝ່ອັນດີງາມ ໃຫ້ບັນດາຝ່າຍທັງໝົດ”. ການພົວພັນ 2 ປະເທດຈະປ່ຽນແປງພາຍຫລັງການພົບປະຢູ່ Helsinki.

ປະຕິກິລິຍາຢ່າງຫຍໍ້ທໍ້ຈາກວົງການເຈົ້າໜ້າທີ່ ອາເມລິກາ

ກົງກັນຂ້າມກັບຄຳປາກຫວານ ແລະ ທ່າທີມີເຈດຕະນາດີເຊິ່ງທ່ານປະທານາທິບໍດີ Donlad Trump ສະຫງວນໃຫ້ປະເທດ ລັດເຊຍ ກໍ່ຄືໃຫ້ທ່ານ Putin ນັ້ນ, ວົງການນັກການເມືອງ ອາເມລິກາ ພັດອອກສຽງຕຳໜິຕິຕຽນການກະທຳຂອງທ່ານ Donlad Trump.

ພາຍຫລັງການພົບປະສຸດຍອດສິ້ນສຸດລົງ, ບັນດາສະມາຊິກລັດຖະສະພາທັງພັກປະຊາທິປະໄຕ ທັງພັກສາທາລະນະ ແລະ ນັກການເມືອງຫລາຍທ່ານໄດ້ອອກສຽງຕຳໜິຕິຕຽນດ້ວຍບັນດາຄຳເວົ້ນວຸນແຮງທີ່ສຸດຄື: ໜ້າອາຍ, ອ່ອນແອ, ຊົ່ວຮ້າຍ, ລັດເຊຍ ບໍ່ແມ່ນປະເທດພັນທະມິດ…ບັນດາການນຳພັກປະຊາທິປະໄຕໄດ້ຈັດຕັ້ງກອງປະຊຸມຂ່າວຕຳໜິຕິຕຽນການພົບປະສຸດຍອດ ໃນຂະນະທີ່ປະຊາຄົມສືບລາຊະການລັບ ອາເມລິກາ ກໍ່ຍົກອອກແຈ້ງການຂ່າວໂຕ້ຕອບຖະແຫຼງການຂອງທ່ານ Donlad Trump ເມື່ອທ່ານປະຕິເສດການແຊກແຊງຂອງ ລັດເຊຍ ເຂົ້າໃນການເລືອກຕັ້ງປີ 2016 ກໍ່ຄືພື້ນຖານປະຊາທິປະໄຕຂອງປະເທດນີ້.

ບັນດາການຜັນແປດັ່ງກ່າວ ຍິ່ງຢັ້ງຢືນທັດສະນະຂອງວົງການນັກໄຈ້ແຍກທີ່ຖືວ່າ: ສະພາແຫ່ງຊາດ ອາເມລິກາ ມີທ່າທີຫຍໍ້ທໍ້ທີ່ສຸດສຳລັບ ລັດເຊຍ. ຊ້ຳບໍ່ໜຳ ເຂົາເຈົ້າອາດຈະປິດລ້ອມການຜັນຂະຫຍາຍບັນດາຂໍ້ຕົກລົງ ເຊິ່ງທ່ານ Donlad Trump ບັນລຸໄດ້ກັບຝ່າຍ ລັດເຊຍ.

ສະນັ້ນ, ປັດຈຸບັນ ແມ່ນຍັງໄວເກີນໄປຕໍ່ຄວາມປະເອີບໃຈກ່ຽວກັບບັນດາໂຄງການຮ່ວມມືລະຫວ່າງ ລັດເຊຍ - ອາເມລິກາ ໃນໄລຍະຈະມາເຖິງ. ເຖິງຢ່າງໃດກໍ່ຕາມ ການພົບປະສຸດຍອດ Putin – Trump ຍັງຄົງແມ່ນບາດກ້າວຈຳເປັນ ເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ອາເມລິກາ ແລະ ລັດເຊຍ, 2 ປະເທດມີບົດບາດສຳຄັນທີ່ສຸດໃນການແກ້ໄຂບັນດາບັນຫາເຄັ່ງຮ້ອນໃນທົ່ວໂລກ.


(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.