ກຳປູເຈຍກຳລັງ ຈັດການເລືອກຕັ້ງ ສະພາແຫ່ງຊາດ ສະໄໝທີ VI

06:52 | 29/07/2018

ຍສໝ - ການກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດກຳປຸເຈຍ ສະໄໝທີ VI ແມ່ນສົມບູນແລ້ວ, ກຳປູເຈຍກຽມພ້ອມໃຫ້ແກ່ການແຂ່ງຂັນທີ່ຈະດຳເນີນໄປໃນມື້ນີ້ 29 ກໍລະກົດ . ຄາດວ່າຈະມີປະຊາຊົນຜູ້ມີສິດເລືກຕັ້ງໄປໃຊ້ສິດປະມານ 8,3 ລ້ານຄົນ ເພື່ອປ່ອນບັດຄັດເລືອກເອົາ ສະມາຊິກສະພາແຫ່ງຊາດ ຈຳນວນ 125 ເຊິ່ງຈະດຳເນີນໄປຕັ້ງແຕ່ 7ໂມງເຊົ້າ ຮອດ 15ໂມງມື໊ນີ້.

ກຳປູເຈຍກຳລັງ ຈັດການເລືອກຕັ້ງ ສະພາແຫ່ງຊາດ ສະໄໝທີ VI

ການເລືອກຕັ້ງກຳປູເຈຍສະໄໝທີ 6.

ວັນທີ 28 ກໍລະກົດ ການກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດກຳປຸເຈຍ ສະໄໝທີ VI ຖືວ່າສົມບູນແລ້ວ, ປະເທດອັງກໍວັດກຽມພ້ອມເຂົ້າສູ່ການເລືອກຕັ້ງມື້ນີ້ 29 ກໍລະກົດ.

ຕັ້ງແຕ່ເຊົ້າວັນທີ 28 ກໍລະກົດ ຊາວຜູ້ອອກແຮງງານຫຼາຍແສນຄົນຢູ່ນະຄອນຫຼວງ ແລະ ນະຄອນໃຫຍ່ຂອງກຳປູເຈຍ ໄດ້ກັບບ້ານເພື່ອກຽມໄປເລືອກຕັ້ງ ປະຕິບັດສິດຂອງປະຊາຊົນໃນວັນທີ 29 ກຳລະກົດນິ້. ບໍລິສັດ, ໂຮງຈັກໂຮງງານ, ເຈົ້າຂອງກິດຈະການອະນຸຍາດໃຫ້ແຮງງານພັກເປັນເວລາ 3 ມື້ເພື່ອສ້າງເງື່ອນໄຂໃຫ້ພວກເຂົາໄປເລືອກຕັ້ງ.

ຜູ້ມີສິດເລືອກຕັ້ງກວ່າ 8,3 ລ້ານຄົນ ໄດ້ລົງທະບຽນເພື່ອຈະໄປເລືອກຕັ້ງເຊິ່ງຈະດຳເນີນໄປໃນເວລາ 7ໂມງ ຫາ 15ໂມງຂອງວັນທີ 29 ກໍລະກົດ

ອີງຕາມຄະນະກຳມະການ-ການເລືອກຕັ້ງກຳປູເຈຍ (NEC), ອຸປະກອນທີ່ຕ້ອງການໃຫ້ແກ່ການເລືອກຕັ້ງຄື: ຫີບເລືອກຕັ້ງ, ບັດເລືອກຕັ້ງ, ນຳ້ມືກເພື່ອໃຊ້ໃນການເລືອກຕັ້ງ... ໄດ້ຖືກນຳສົ່ງເຖິງຈຸດເລືອກຕັ້ງ ຈຳນວນ 23.000ຈຸດ ທົ່ວປະເທດ.

ເຊົ້າມື້ວັນ 28 ກໍລະກົດ , ບັນດາພະນັກງາານ (NEC) ໄດ້ກວດກາຄວາມພ້ອມຢູ່ບາງຈຸດປ່ອນບັດ ແລະ ໄດ້ໃຫ້ຮູ້ວ່າວຽກງານການກະກຽມຄວາມພ້ອມແມ່ນຖືກຕາມແຜນການໝົດແລ້ວ.

ຕອນແລງ 28 ກໍລະກົດ NEC ໄດ້ສຳເລັດການລົງທະບຽນໃຫ້ແກ່ນັກສັງເກດການສາກົນ ທີ່ຈະເຂົ້າຮ່ວມສັງເກດການການເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ສະໄໝທີ VI ໃນວັນທີ 29 ກໍລະກົດນີ້.

ອີງຕາມການລາຍງານຂອງທ່ານ Dim Sovannarom ໂຄສົກ NEC ໄດ້ໃຫ້ຮູ້ວ່າ: ຄະນະສັງເກດການສາກົນ ປະກອບມີ 25 ຄົນ ມາຈາກປະເທດ: ລັດເຊຍ, ອັງກິດ, ຝລັ່ງເສດ, ອິດຕາລີ, ເບລາລຸດ, ບຣາຊິນ... ໄດ້ມີການເຮັດວຽກກັບ NEC ເພື່ອສຳເລັດໃນການເຂົ້າຮ່ວມສັງເກດການການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ໃນວັນທີ 29 ກໍລະກົດນີ້.

ສະນັ້ນ ຜູ້ສັງເກດການ ທີ່ລົງທະບຽນເພື່ອເຂົ້າຮ່ວມສັງເກດການ ການເລືອກຕັ້ງກຳປູເຈຍ ສະໄໝທີ 6 ທັງໝົດແມ່ນ 539ຄົນ, ເປັນສະຖິຕິໃໝ່ໃນການເລືອກຕັ້ງແຕ່ລະສະໄໝຂອງກຳປູເຈຍ.

ຈຳນວນພົນຜູ້ສັງເກດການສາກົນທີ່ໄດ້ລົງທະບຽນເຂົ້າຮ່ວມສັງເກດການຢ່າງຫຼວງຫຼາຍ ຢູ່ກຳປູເຈຍ ຄັ້ງນີ້ສະແດງໃຫ້ເຫັນຄວາມສົນໃຈຂອງສາກົນ ຕໍ່ກັບສະພາບການ-ການເມືອງຂອງກຳປູເຈຍ.

NEC ໄດ້ຍອມຮັບວ່າໄດ້ມີ ຜູ້ສັງເກດການພາຍໃນຈຳນວນ 89.612 ຄົນເຂົ້າຮ່ວມໃນການສັງເກດການ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະໄໝທີ 6ນີ້.

ຜູ້ສັງເກດການພາຍໃນ ແລະ ສາກົນ ສາມາດໄປສັງເກດການໄດ້ທົ່ວທຸກຈຸດ ໃນຈຳນວນ 23.000 ຈຸດເລືອກຕັ້ງທົ່ວປະເທດ ເພື່ອຈັດຕັ້ງປະຕິບັດວຽກງານການສັງເກດການຂອງຕົນ.

NEC ສະແດງຄວາມຕ້ອງການວ່າຜູ້ສັງເກດການສາກົນທີ່ມາບໍ່ພຽງແຕ່ສັງເກດການການເລືອກຕັ້ງເທົ່ານັ້ນ ແຕ່ຍັງເພື່ອໃຫ້ເຫັນປະຈັກຕາເຖິງບັນຍາກາດຂອງຄວາມເສລີ, ປະຊາທິປະໄຕກໍ່ຄືຜົນສຳເລັດແຫ່ງການພັດທະນາຂອງດິນແດນອັງກໍວັດ.

ນີ້ແມ່ນການເລືອກຕັ້ງສະພາແຫ່ງຊາດສະໄໝທີ VI ນັບແຕ່ກຳປູເຈຍ ເລີ່ມຈັດການເລືອກເລືອກຕັ້ງແບບຫຼາຍພັກ ໃນປີ 1993 ພາຍໃຕ້ການສະໜັບສະໜູນຂອງສະຫະປາຊາຊາດ. ໃນການເລືອກຕັ້ງຄັ້ງນີ້ ນຳ້ມືກໃຊ້ເຂົ້າໃນການປຳ້ນິ້ວມືແມ່ນນຳ້ມືກທີ່ລ້າງອອກຍາກ ແລະນຳເຂົ້າຈາກປະເທດອິນເດຍ.

ມືກນີ້ຈະຕິດບໍ່ສາມາດລ້າງອອກໄດ້ໃນໄລຍະສອງສາມອາທິດ ແລະ ນີ້ແມ່ນມາດຕະການເພື່ອສະກັດກັ້ນການກະທຳຜິດໃນການປ່ອນບັດ.

ອີງຕາມກົດໝາຍວ່າດ້ວຍການເລືອກຕັ້ງຂອງກຳປູເຈຍ, ພັກໃດທີ່ໄດ້ຮັບໄຊຊະນະດ້ວຍຄະແນນ 50%+1 ຂອງຈຳນວນບັດເລືອກຕັ້ງ ຈະໄດ້ຮັບສິດໃນການຈັດຕັ້ງລັດຖະບານໃໝ່. NEC ຍອມຮັບການເຂົ້າຮ່ວມຂອງພັກການເມືອງຈຳນວນ 20ພັກເພື່ອແຂ່ງຂັນໃນຄັ້ງນີ້, ໃນນັ້ນພັກ CPP ໄດ້ຮັບການຕີລາຄາສູງວ່າມີໂອກາດຈະໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້.

(ຫັດ​ທະ​ບູນ)

ເຫດການ