|
ບັນຍາກາດກອງປະຊຸມ.
ເຂົ້າຮ່ວມກອງປະຊຸມຍັງມີບັນດາສະຫາຍ: ພົນໂທ ຮ່ວາງຊົນຈ໋ຽນ ກຳມະການສູນກາງພັກ ຫົວໜ້າກອງບັນຊາການທະຫານຊາຍແດນ ຮອງຄະນະຊີ້ນຳ; ພົນຈັດຕະວາ ໂດ໋ແຢງເວື້ອງ ບັງຄັບການທະຫານຊາຍແດນ ຫົວໜ້າຄະນະຈັດຕັ້ງ; ຮ່ວມກັບບັນດາການນຳ ຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ຂອງ ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ, ກອງບັນຊາການທະຫານຊາຍແດນ...
|
ພົນຈັດຕະວາ ໂດ໋ແຢງເວື້ອງ ໃຫ້ຄຳເຫັນທີ່ກອງປະຊຸມ.
ຕາມແຜນ ການແລກປ່ຽນ “ຊາຍແດນແຫ່ງມິດຕະພາບ” ຄັ້ງທີ 3 ຈະດຳເນີນໄປ ຕັ້ງແຕ່ວັນທີ 23 ຫາ 26 ສິງຫາ 2018 ເຊິ່ງຈະປະກອບມີບັນດາຜູ້ແທນຂອງກຳລັງປ້ອງກັນຊາຍແດນ ຂອງ 6 ປະເທດເຂົ້າຮ່ວມ ຄື: ຫວຽດນາມ, ຈີນ, ລາວ, ກຳປູເຈຍ, ໄປ ແລະ ມ່ຽນມ້າ. ພິເສດໃນງານການແລກປ່ຽນດັ່ງກ່າວນີ້ ຈະໄດ້ຈັດຂື້ນຢູ່ທີ່ ຫ້ອງປະຊຸມ ກະຊວງຫປ້ອງກັນປະເທດ ເວລາ 20ໂມງ 10ນາທີ ມື້ວັນທີ 25 ສິງຫາ ແລະ ໄດ້ຮັບການຖ່າຍທອດສົດ ທາງໂທລະພາບ ຊ່ອງ VTV1 ສະຖານນີໂທລະພາບຫວຽດນາມ ແລະ ສົ່ງຕໍ່ໄປຫຼາຍສະຖານນີໂທລະພາບ ສູນກາງ ແລະ ທ້ອງຖິ່ນ. ງານແມ່ນໂອກາດ ເພື່ອໃຫ້ບັນດາກຳລັງປ້ອງກັນປະເທດຈາກຫຼາຍປະເທດ ແລກປ່ຽນ ແບ່ງປັນບົດຮຽນກໍ່ຄືປະສົບການໃນການຄຸ້ມຄອງຊາຍແດນ; ເພີ່ມທະວີຮູບແບບ, ວິທີເຮັດທີ່ດີຂອງປະຊາຊົນ ແລະ ກອງກຳລັງປ້ອງກັນຊາຍແດນ...
ສະຫຼຸບກອງປະຊຸມ ພົນໂທ ຫງວ໋ຽນຈ້ອງເຫງ໋ຍ ເນັ້ນໜັກບົດບາດ ຄວາມສຳຄັນຂອງ ງານການແລກປ່ຽນ “ຊາຍແດນແຫ່ງມິດຕະພາບ” ຄັ້ງທີ 3 ແນໃສ່ປະກອບສ່ວນຢ່າງຕັ້ງໜ້າ ຮັດແໜ້ນ ຄວາມສາມັກຄີ ກໍ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ ລະຫວ່າງຫວຽດນາມ ກັບບັນດາປະເທດໄກ້ຄຽງ ແລະ ລະຫວ່າງບັນດາປະເທດຮ່ວມສາຍແມ່ນຳ້ຂອງ; ພ້ອມດຽວກັນນັ້ນຊ່ວຍປະຊາຊົນ ພະນັກງານ ນັກຮົບຍົກສູງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບແນວທາງການທູດ ປ້ອງກັນປະເທດຂອງພັກ, ລັດ ແລະ ທະຫານໄລຍະປ່ຽນແປງໃໝ່.
ສະຫາຍ ຮອງຫົວໜ້າຮັບຜິດຊອບ ກົມໃຫຍ່ການເມືອງ ສະເໜີ ບັນດາສະມາຊິກໃນຄະນະຊີ້ນຳ, ຄະນະຈັດຕັ້ງທິທີ ແລະ ບັນດາອົງການ, ຫ້ອງການທີ່ກ່ຽວຂ້ອງ ສືບຕໍ່ເສີມຂະຫຍາຍນຳ້ໃຈຮັບຜິດຊອບ, ປະສານສົມທົບຢ່າງຮັດກຸມ, ຢ່າງຕັ້ງໜ້າປັບປຸງຜັນຂະຫຍາຍ, ເຮັດໃຫ້ໄດ້ດີ ວຽກງານການກະກຽມເພື່ອເຮັດໃຫ້ງານແລກປ່ຽນດຳເນີນໄປຢ່າງ ຮອບຄອບ, ສະຫງ່າຜ່າເຜີຍ, ຖືກຕ້ອງຕາມວາລະ, ເນື້ອໃຈໃຫ້ເປັນໄປຕາມແຜນການທີ່ໄດ້ວາງອອກ ຮັບປະກັນຜົນສຳເລັດຢ່າງສະຫງ່າງາມ.
(ຫັດທະບູນ)