ການຕໍ່ສູ້ຂອງສອງມະຫາອຳນາດດ້ານເສດຖະກິດຂອງໂລກ.
ການວິເຄາະຂອງນັກວິເຄາະການຕໍ່ສູ້ຄັ້ງນີ້
ນັກວິເຄາະສະແດງຄວາມກັງວົນ ຕໍ່ຜົນກະທົບຈາກສົງຄາມການຄ້າລະຫວ່າງສະຫາລັດກັບ ຈິນ ຫຼັງການຈາກລັດຖະບານປະທານນາທິບໍດິ ໂດໂນທຣຳ ເລີ່ມຂຶ້ນກຳແພງພາສີການຄ້ານຳເຂົ້າຈາກຈີນອີກ 34 ພັນລ້ານໂດລາ, ເມື່ອເວລາກາງຄືນຂອງວັນສຸກ ຕາມເວລາທ້ອງຖິ່ນ, ຄະນະທີ່ຈິນກໍຕອບໂຕ້ຢ່າງສົມນ້ຳສົມເນື້ອດ້ວຍມາດຕາການຕອບໂຕພາສີສະຫາລັດ ໃນລະດັບເທົ່າທຽມກັນ.
ໂດຍກ່ອນໜ້ານີ້ລັດຖະບານ ປັງກິ່ງໄດ້ ເປີດເຜີຍລາຍການສິນຄ້ານຳເຂົ້າຈາກສະຫາລັດ ມູນຄ່າ 34 ພັນລ້ານ ໂດລາ, ທີ່ຈິນຈະປັບພາສີຂຶ້ນເພື່ອຕອບໂຕ້ ຊິ່ງລວມເຖິ່ງ, ຖົ່ວ, ລົດຍົນຂັບເຄື່ອນພະລັງງານໄຟຟ້າ ແລະ ເຫຼົ້າວິດສກີ ໃນອັດຕາພາສີ 25% ເທົ່າກັບອັດຕາພາສີທີ່ສະຫາລັດອາເມລີກາ ນໍາມາໃຊ້ກັບສິນຄ້າຈາກຈິນ.
ທ່ານ Enzio Von Pfeil ທີ່ປຶກສາດ້ານການລົງທຶນເອກະຊົນ ເຊື່ອລ່າ ລັດຖະບານຈິນອາດນຳຄວາມຄຽດແຄ້ນນີ້ໄປລົງກັບບໍລິສັດອາເມລິກາທີ່ລົງທຸນໃນຈິນເຊັ່ນກັນ ດ້ວຍການກຳໜົດກົດເກນໃໝ່ຕ່າງໆ ຮ່ວມທັ້ງເພີ່ມພາສີ ຫຼື ໂຈະເສັ້ນທາງວັດຖຸດິບ ຫຼື ອາດບໍ່ອະນຸຍາດໃຫ້ມີການຈ້າງບຸກຄະລາກອນທີມາຈາກສະຫາລັດອາເມລິກາ ເປັນຕົ້ນ.
ທ່ານ Mark Hamrick ນັກວິເຄາະແຫ່ງ Bankrate.com ຊີ້ບອກວ່າຜົນກະທົບທີ່ຈະເກີດຂິ້ນນັ້ນ ອາດຮຸນແຮງກວ່າທີ່ ປະທານນາທິບໍດິ ທຣຳ ຄາດຄິດໄວ້ ເຊິ່ງລວມເຖິງລາຄາສິນຄ້າພາຍໃນປະເທດທີ່ສູງຂຶ້ນ ອັດຕາເງິນເຟີ້ເພີ່ມຂຶ້ນ ຕະຫຼອດການຢຸດນິງຂອງເສດຖະກິດສະຫາລັດເອງ ເຊີ່ງຈະສົ່ງຜົນຕໍ່ເນື່ອງເຖິ່ງເສດຖະກິດໂລກອີກດ້ວຍ.
ປະທານນາທິບໍດິ ທຣຳ ຢັ້ງຢືນວ່າ ມາດຕະການພາສີນີ້ເປັນສິ່ງຈຳເປັນ ສຳລັບການຫຼຸດຍອດຂາດດຸນການຄ້າທີ່ສະຫາລັດອາເມລິກາ ມີຕໍ່ຈິນ ເຊິ່ງປະຈຸບັນ ຢູ່ໃນລະດັບກວ່າ 3,75 ແສນລ້ານໂດລາ.
ນອກຈາກນີ້ ຄະນະເຮັດວຽກຂອງລັດຖະບານ ທຣຳ ໄດ້ອ້າງວ່າຈິນໃຊ້ກົນລະຍຸດແບບນັກລາ ເພື່ອຍາດແຍ່ງຄວາມເປັນຜູ້ນຳດ້ານເຕັກໂນໂລຊີຈາກອາເມລິກາ ບໍ່ວ່າຈະເປັນການ ຈໍລະກຳໂລກໄຊເບີ ແລະ ການບັງຄັບໃຂ້ບໍລິສັດເຕັກໂນໂລຊີສະຫາລັດອາເມລິກາ ຖ່າຍທອດເຕັກໂນໂລຊີໃຫ້ກັບລັດຖະບານຈີນ ເພື່ອແລກກັບການເຂົ້າໃຈເຖິງຕະຫຼາດໃນປະເທດຈີນ.
ການຕໍ່ສູ້ທີ່ບໍ່ມີໃຜຍອມໃຜຂອງຍັກໃຫຍ່ດ້ານເສດຖະກິດ.
ການໂຕ້ຕອບກັນດ້ວຍກຳແພງພາສີ
ວັນທີ 06 ກໍລະກົດ, ສົງຄາມການຄ້າຄັ້ງໃຫຍ່ທີ່ສຸດໃນປະຫວັດສາດເສດຖະກິດຖືກລະເບີດຂຶ້ນ ເມື່ອວໍຊິງຕັນ ໄດ້ໃຊ້ອັດຕາພາສີ 25% ສຳລັບສິນຄ້ານຳເຂົ້າທີ່ມີມູນຄ່າ 34 ຕື້ຶ້ USD ຈາກປັກກິ່ງ ຢ່າງເປັນທາງການ. ໃນທັນທີ, ປະເທດນີ້ກໍມີບັນດາມາດຕະການໂຕ້ຕອບເລັ່ງໃສ່ອາເມລິກາ. ສິ່ງທີ່ໜ້າສົນໃຈແມ່ນ, ບັນດາປະເພດສິນຄ້າຖືກຈັດວາງອັດຕາພາສີລ້ວນແຕ່ແມ່ນບັນດາຂົງເຂດ “ຫຼັກແຫຼ່ງ” ຂອງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກ.
ນອກຈາກອັດຕາພາສີທີ່ຫາກໍ່ຈັດວາງນັ້ນ, ໃນຮອບເວລາ 2 ອາທິດຈະມາເຖິງ, ອາເມລິກາ ຈະສືບຕໍ່ຈັດວາງອັດຕາພາສີເພີມເຕີ່ມສຳລັບບັນດາປະເພດສິນຄ້າຂອງຈີນ ທີ່ມີມູນຄ່າ 16 ຕື້ USD. ຊ້ຳບໍ່ໜຳ, ທ່ານປະທານາທິບໍດີອາເມລິກາ Donald Trump ຍັງກ່າວເຕືອນວ່າ, ວໍຊິງຕັນ ພ້ອມແລ້ວທີ່ຈະຈັດວາງອັດຕາພາສີ 10% ສຳລັບສິນຄ້າຂອງຈີນ ທີ່ມີມູນຄ່າ 200 – 300 ຕື້ USD, ຍົກຈຳນວນສິນຄ້າຂອງຈີນ ທີ່ຖືກອາເມລິກາ ຈັດວາງອັດຕາພາສີຂຶ້ນເຖິງກວ່າ 550 ຕື້ USD. ກະຊວງການຄ້າຈີນ ໄດ້ຕຳໜິຕິຕຽນການກະທຳຂອງອາເມລິກາ ແມ່ນຮູບແບບ “ບັງປຽດດ້ານການຄ້າ”, ພ້ອມທັງແຈ້ງວ່າ ໄດ້ສົ່ງໃບຮ້ອງຟ້ອງຕໍ່ອົງການການຄ້າໂລກ (WTO). ຊ້ຳບໍ່ໜຳ ປັກກິ່ງ ຍັງເອີ້ນການກະທຳດັ່ງກ່າວຂອງວໍຊິງຕັນ ແມ່ນບໍ່ໃສແຈ້ງ, ເຮັດໃຫ້ບັນດາຜົນປະໂຫຍດຂອງບັນດາປະເທດອື່ນ, ກໍຄືຂອງປະເທດນີ້ເອງຖືກຫຼຸດລົງ.
ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ຕົກລົງຈັດວາງອັດຕາພາສີສຳລັບສິນຄ້າທີ່ນຳເຂົ້າຈາກຈີນ ບໍ່ແມ່ນການກະທຳໂດຍບັງເອີນ. ນັບແຕ່ການຂົນຂວາຍຫາສຽງເລືອກຕັ້ງ, ຍາມໃດທ່ານ Donald Trump ກໍຢືນຢັນທັດສະນະກ່ຽວກັບເລື່ອງຈັດວາງອັດຕາພາສີແມ່ນມີຄວາມຈຳເປັນ ເພື່ອປົກປ້ອງຊັບສິນທາງປັນຍາ ແລະ ເຕັກໂນໂລຊີຂອງອາເມລິກາ, ຫຼຸດຜ່ອນການຂາດດຸນການຄ້າອາເມລິກາ ກັບຈີນ.
ເຖິງຢ່າງໃດກໍ່ຕາມ, ໃນຕົວຈິງ, ສາຍເຫດຂອງມັນບໍ່ແມ່ນຢູ່ບ່ອນນັ້ນ. ຕາມບັນດານັກໄຈ້ແຍກແລ້ວ, ການກະທຳໂຕ້ຕອບດ້ານການຄ້າຂອງ 2 ຝ່າຍໄດ້ສ່ອງແສງເຖິງການແກ່ງແຍ້ງທີ່ນັບມື້ນັບຮ້າຍແຮງທາງດ້ານເສດຖະກິດ, ການທະຫານ ລະຫວ່າງອາເມລິກາ ແລະ ຈີນ ເຊິ່ງ 2 ປະເທດມີຄວາມແຕກຕ່າງກັນກ່ຽວກັບຫຼັກໝັ້ນ ແລະ ຄວາມມັກໃຫຍ່ໄຝ່ສູງຫຼາຍຢ່າງ ໄດ້ສົ່ງຜົນສະທ້ອນເຖິງທົ່ວໂລກ . ຄວາມເຄັ່ງຕຶງຍຸດທະສາດດັ່ງກ່າວ ອາດສາມາດພຽງແຕ່ເພີ່ມຂຶ້ນເທົ່ານັ້ນ, ຫາກບໍ່ຫຼຸດຜ່ອນບໍ່ວ່າການສູ້ຢັນດ້ານພາສີໃນປະຈຸບັນຈະມີຜົນອອກມາຄືແນວໃດ.
ກົນລະຍຸດແຫ່ງການຕໍ່ສູ້ດ້ານເສດຖະກິດ.
ຜົນສະທ້ອນຈາກສົງຄາມການຄ້າທີ່ທັງສອງສ້າງຂື້ນ
ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ສົງຄາມການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ດ້ວຍການ “ໂຕ້ຕອບກັນ” ອາດຈະຖືກແກ່ຍາວ ແລະ ສົ່ງຜົນກະທົບຢ່າງແຮງເຖິງສະພາບການເສດຖະກິດຂອງ 2 ປະເທດ, ກໍຄືການຄ້າທົ່ວໂລກ.
ເມື່ອເຕື້ອງເຖິງລະດັບຜົນສະທ້ອນຂອງ 2 ພື້ນຖານເສດຖະກິດເອງ, ຢູ່ລະດັບມະຫາພາກ, ບັນດາມາດຕະການຈັດວາງພາສີດັ່ງກ່າວຈະເຮັດໃຫ້ລະດັບເຕີບໂຕດ້ານເສດຖະກິດຂອງອາເມລິກາ ແລະ ຈີນ ໃນປີ 2018 ນີ້ຖືກຫຼຸດ 0,1% - 0,2%. ນີ້ອາດບໍ່ແມ່ນຕົວເລກໃຫຍ່ພໍປານໃດ, ແຕ່ຖ້າຄິດໄລ່ຂອບຂະໜາດຂອງພື້ນຖານເສດຖະກິດໃຫຍ່ຄືອາເມລິກາ ແລະ ຈີນ, ຄວາມເສຍຫາຍຈະຢູ່ໃນລະດັບຫຼາຍພໍສົມຄວນ. ນອກນັ້ນ, ບັນດາການກະທົບຕໍ່ລະດັບຄວາມສ່ຽງດຳເນີນທຸລະກິດ, ຄວາມໄວ້ເນື້ອເຊື່ອໃຈຂອງບັນດາພາກເອກະຊົນ ແລະ ລະບົບສະໜອງຖືກຕັດຕອນ ອາດເຮັດໃຫ້ ບັນດາພື້ນຖານເສດຖະກິດຖືກຜົນສະທ້ອນຢ່າງຮ້າຍແຮງກວ່າ. ສ່ວນຢູ່ລະດັບຈຸລະພາກ, ບໍລິສັດສົ່ງອອກຫຼາຍແຫ່ງຂອງຈີນ ທີ່ສົ່ງອອກໄປຍັງອາເມລິກາ ຖືກຜົນສະທ້ອນ, ໃນຂະນະທີ່ອາເມລິກາ ເປີດກວ້າງການຈັດວາງອັດຕາພາສີສຳລັບທຸກປະເພດສິນຄ້າທີ່ນຳເຂົ້າຈາກຈີນ ໄດ້ເຮັດໃຫ້ບໍລິສັດອາເມລິກາ ຫຼາຍແຫ່ງທີ່ເຄື່ອນໄຫວຢູ່ຈີນ ກໍຖືກເສຍຫາຍ.
ສຳລັບຈີນ, ເມື່ອເກີດສົງຄາມການຄ້າ, ການເຕີບໂຕດ້ານເສດຖະກິດໄລຍະສັ້ນຈະຖືກຜົນສະທ້ອນບໍ່ແມ່ນນ້ອຍ, ສ້າງຄວາມຫຍຸ້ງເຫຍືອງຕໍ່ເລື່ອງຮັບປະກັນສະຖຽນລະພາບດ້ານເສດຖະກິດ, ສັງຄົມ. ໃນຂະນະນັ້ນ, ທັດສະນະແຂງກະດ້າງຕໍ່ຈີນ ຂອງທ່ານ Trump ອາດຈະໄດ້ຮັບການສະໜັບສະໜູນຢູ່ພາຍໃນປະເທດຢ່າງຫຼວງຫຼາຍໃນຈຸດເວລາສຳຄັນ ເມື່ອທ່ານພວມມຸ່ງໄປເຖິງການເລືອກຕັ້ງສະພາແຫ່ງຊາດໃນເດືອນ ພະຈິກ ທີ່ຈະມາເຖິງຫຼື ບໍ່ ກໍແມ່ນບັນຫາທີ່ໜ້າວິຕົກກັງວົນ. ອາດຈະແມ່ນວ່າ, ອຳນາດການປົກຄອງຂອງທ່ານ Trump ຈະຖືກຕຳໜິຕິຕຽນຈາກຝ່າຍຄ້ານ ແລະ ປະເຊີນໜ້າກັບບັນດາການແຫ່ຂະບວນປະທ້ວງຂອງບັນດາຂະແໜງອາຊີບທີ່ຖືກເສຍຫາຍໃນສົງຄາມການຄ້າດັ່ງກ່າວ.
ເຖິງຢ່າງໃດກໍ່ຕາມ, ຝ່າຍຖືກເສຍຫາຍຫຼາຍທີ່ສຸດບໍ່ແມ່ນອາເມລິກາ ຫຼື ຈີນ, ຫາກແມ່ນພື້ນຖານເສດຖະກິດທີ່ຕິດພັນກັບລະບົບມູນຄ່າທົ່ວໂລກຢ່າງແໜ້ນແຟ້ນ. ດ້ວຍບັນດາການຜັນແປທີ່ພວມເກີດຂຶ້ນນັ້ນ, ວົງການນັກຊ່ຽວຊານຖືວ່າ, ນີ້ບໍ່ແມ່ນບາດກ້າວເດີນທຳອິດໃນການປະເຊີນໜ້າດ້ານການຄ້າທີ່ບໍ່ມີຝ່າຍໃດປະນິປະນອມລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກ, ດ້ວຍຄວາມສາມາດກໍ່ໃຫ້ເກີດຄວາມເສຍຫາຍ ບໍ່ພຽງແຕ່ສຳລັບ 2 ພື້ນຖານເສດຖະກິດອາເມລິກາ - ຈີນ ເທົ່ານັ້ນ, ຫາກຍັງນາບຂູ່ເຖິງພື້ນຖານເສດຖະກິດທົ່ວໂລກອີກດ້ວຍ.
(ຫັດທະບູນ)