ລາວ-ຫວຽດນາມ ຮ່ວມມືຊ່ວຍເຫລືອສ້າງບຸກຄະລາກອນຂົງເຂດສື່ມວນຊົນ

15:35 | 10/10/2019

ປັດຈຸບັນ ຂະແໜງສື່ມວນຊົນຢູ່ ສປປ ລາວ ແມ່ນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ທັງດ້ານປະລິມານ ແລະ ຄຸນນະພາບ, ໃນນັ້ນ ດ້ານບຸກຄະລາກອນໃນຂົງເຂດສື່ມວນຊົນ ກໍໄດ້ຮັບການພັດ ທະນາ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຢູ່ ສສ ຫວຽດນາມ, ເຊິ່ງຝ່າຍ ສສ ຫວຽດນາມ ກໍໄດ້ໃຫ້ການສະໜັບສະໜູນຊ່ວຍ ເຫລືອດ້ານທຶນຮອນ ເພື່ອພັດ ທະນາບຸກຄະລາກອນ ດ້ວຍດີຕະຫລອດມາ.

ລາວ-ຫວຽດນາມ ຮ່ວມມືຊ່ວຍເຫລືອສ້າງບຸກຄະລາກອນຂົງເຂດສື່ມວນຊົນ

ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ.(ພາບ:ຂປລ)

ທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 10 ຕຸລາ 2019 ນີ້ວ່າ: ໃນໄລຍະຜ່ານມາ ສະຖາບັນສື່ມວນຊົນ, ວັດທະ ນະທຳ ແລະ ທ່ອງທ່ຽວ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ສປປ ລາວ ​​ແລະ ກົມ​ສື່​ມວນ​ຊົນ ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ; ສະຖາບັນສື່ສານມວນຊົນ ແລະ ໂຄສະນາ; ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິງ ​ໄດ້​ຮ່ວມ​ມື​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ ໃນ​ການ​ກໍ່ສ້າງ​ບຸກຄະ ລາ​ກອນ, ​ເຊິ່ງສະ​ແດງ​ອອກ​ໃນ​ການ​ແລກປ່ຽນ ​ບົດຮຽນ​ທາງ​ດ້ານ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ດ້ານ​ການ​ເຄື່ອນ​ໄຫວ​​ວິຊາ​ສະ​ເພາະ​ຕ່າງໆ ລວມທັງ​ການຈັດ​ຝຶກ​ອົບຮົມຢູ່ ສປປ ລາວ ​ໃຫ້ພະນັກງານຂົງເຂດສື່ມວນຊົນ ທັງສູນກາງ ແລະ ທ້ອງຖິ່ນ ໄລຍະສັ້ນ 1-2 ອາທິດ ໄດ້ຫລາຍກວ່າ 5 ຊຸດ, ແຕ່ລະຊຸດ ຈະມີຜູ້ເຂົ້າຮ່ວມປະມານ 35-40 ຄົນ, ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ທຶນຮອນ​ ​ແລະ ຄູ​ອາຈານ​ ມາ​ສິດ​ສອນ ຈາກ ສສ ຫວຽດນາມ, ພ້ອມ​ກັນ​ນີ້ ສະຖາບັນສື່ສານມວນຊົນ ແລະ ໂຄສະນາ ສສ ຫວຽດນາມ ຍັງ​ໄດ້​ເປີດ​ຊຸດ​ອົບຮົມ​ ໃຫ້​ແກ່​ນັກ​ຂ່າວ​ລາວ ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ສື່​ມວນ​ຊົນ ​ໄລຍະ 2 ອາທິດ ຢູ່ ສສ ຫວຽດນາມ ​ໂດຍ​ໄດ້​ດຳ​ເນີນ​ມາ​ແລ້ວ 5 ຊຸດ, ຊຸດ​ລະ 20 ຄົນ ​ເພື່ອ​ນຳ​ເອົາ​ບົດຮຽນ​ດັ່ງກ່າວ,​ ມາ​ໜູນ​ໃຊ້​ເຂົ້າ​ໃນ​ວຽກ​ງານຕົວ​ຈິງ.

ໃນປີ 2019 ນີ້, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິງ ຮ່ວມ​ກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ໄດ້​ເຊັນ​ບົດ​ບັນ​ທຶກ​ການ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ​ໃນ​ການ​ສ້າງ​ພະນັກ ງານ​ຄຸ້ມ​ຄອງ​ສື່​ມວນ​ຊົນ​ ໃຫ້​ແກ່ ສປປ ລາວ ​ໄລຍະ ປີ 2019-2023 ປີ​ລະ 1 ​ຊຸດ, ຊຸ​ດລະ 20 ຄົນ ​ເປັນ​ເວລາ 2 ​ເດືອນ, ​ໃນ​ນັ້ນ ຊຸດ​ທຳ​ອິດ​ແມ່ນ​ຈະ​ເລີ່​ມ​ແຕ່ ວັນ​ທີ 13 ຕຸລາ ​ເຖິງ 13 ທັນວາ 2019 ​ໂດຍ​ມີ​ພະນັກງານ​​ຄຸ້ມ​ຄອງ​ສື່​ມວນ​ຊົນ ​ຈາກ​ສຳນັກງານ​ສື່​ມວນ​ຊົນ​ຕ່າງໆ ​ເພື່ອ​ແລກປ່ຽນ​ບົດຮຽນ, ປະສົບ​ການ​ເຊິ່ງກັນ ​ແລະ ກັນ ​ເຊິ່ງຈະ​ເປັນ​ພື້ນຖານ​ໃຫ້​ແກ່​ ການ​ຄຸ້ມ​ຄອງວຽກ​ງານສື່ມວນ​ຊົນ​ຂອງລາວ​ເຮົາ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

302 Found

Found

The document has moved here.