ຫວຽດນາມ - ລາວ ຮ່ວມມືທາງດ້ານຍຸຕິທໍາ

06:00 | 28/10/2019

ຍສໝ - ເມື່ອບໍ່ດົນມານີ້, ທີ່ສໍານັກງານອົງການໄອຍະການປະຊາຊົນສູງສຸດ, ທ່ານ ເລມິງຈີ້, ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ມີການຕ້ອນຮັບຄະນະຜູ້ແທນແຫ່ງ ສປປ ລາວ ນໍາໂດຍທ່ານ ໄຊຊະນະ ໂຄດພູທອນ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ.

ບົນພື້ນຖານໝາກຜົນການເຈລະຈາຮອບທີ 1 ທີ່ດໍາເນີນຢູ່ນະຄອນຫຼວງພະບາງ, ສປປ ລາວ, ສອງຝ່າຍໄດ້ດໍາເນີນການເຈລະຈາບັນດາຂໍ້, ມາດຕາທີ່ຍັງເຫຼືອຂອງສັນຍາ, ກວດກາຄືນສ່ວນທີ່ຍັງມີທັດສະນະແຕກຕ່າງກັນຈາກການເຈລະຈາຮອບກ່ອນນັ້ນ, ແລກປ່ຽນກ່ຽວກັບກົດໝາຍທີ່ກ່ຽວຂ້ອງຂອງແຕ່ລະປະເທດ, ຈາກນັ້ນ, ເຫັນດີເປັນເອກະພາບວິທີການແກ້ໄຂ.

ຫວຽດນາມ - ລາວ ຮ່ວມມືທາງດ້ານຍຸຕິທໍາ

ທ່ານ ເລມິງຈີ້ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ຕ້ອນຮັບທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ.(ພາບ:kiemsat.vn)

ທ່ານ ເລ ມິງ ຈີ້ ໄດ້ເນັ້ນໜັກວ່າ: ການເຈລະຈາສໍາເລັດຜົນແມ່ນເພື່ອກ້າວໄປເຖິງການເຊັນສັນຍາລະຫວ່າງສອງປະເທດ ຈະປະກອບສ່ວນຊ່ວຍປັບປຸງພື້ນຖານນິຕິກໍາ, ຊ່ວຍໃຫ້ບັນດາອົງການປະຕິບັດກົດໝາຍສອງປະເທດ ຕໍ່ສູ້ຕ້ານ, ສະກັດກັ້ນອາດຊະຍາກໍາທີ່ມີການຈັດຕັ້ງ, ຂ້າມຊາດມີປະສິດທິຜົນກວ່າເກົ່າ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ພ້ອມທັງຊ່ວຍໃຫ້ການພົວພັນຮ່ວມມືມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ - ລາວ ນັບມື້ນັບໄດ້ຮັບການເພີ່ມທະວີ, ປັບປຸງ ແລະພັດທະນາກວ່າອີກ.

ຫວຽດນາມ - ລາວ ຮ່ວມມືທາງດ້ານຍຸຕິທໍາ

ສອງຝ່າຍໄດ້ເຫັນດີເປັນເອກະພາບບັນດາຂໍ້, ມາດຕາຂອງຮ່າງສັນຍາ.(ພາບ:kiemsat.vn)

ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ທີ່ໄດ້ສະຫຼະເວລາຕ້ອນຮັບ ແລະເຮັດວຽກກັບຄະນະ. ພ້ອມທັງກໍໄດ້ແຈ້ງໃຫ້ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ຮັບຊາບກ່ຽວກັບຈຸດປະສົງຂອງການຢ້ຽມຢາມ, ພ້ອມທັງແຈ້ງຜົນການເຈລະຈາຮອບທີສອງກ່ຽວກັບສັນຍາຮ່ວມມືໃນບັນຫາອາຍາລະຫວ່າງສສ ຫວຽດນາມ ແລະສປປ ລາວ.

ສິ້ນສຸດການເຈລະຈາ, ຫົວໜ້າຄະນະສອງຝ່າຍໄດ້ເຊັນກວດຮ່າງສັນຍາ, ເຊິ່ງລວມມີຄໍາແນະນໍາ ແລະ 24 ມາດຕາ; ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບໝາກຜົນການເຈລະຈາຮອບທີ ສອງ. ຄາດຄະເນວ່າສັນຍາວ່າດ້ວຍການຮ່ວມມືທາງດ້ານຍຸຕິທໍາໃນບັນຫາທາງອາຍາລະຫວ່າງສອງປະເທດຈະໄດ້ລົງນາມຢ່າງເປັນທາງການໃນຕ້ົນປີ 2020 ຢູ່ ສປປ ລາວ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
ອ່ານຫຼາຍທີ່ສຸດ
302 Found

Found

The document has moved here.