|
ລາວ-ຫວຽດນາມ ສືບຕໍ່ຮ່ວມມືສ້າງບຸກຄະລາກອນສື່ມວນຊົນລາວ
ໂດຍມີທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານ ຫງຽນຫວຽດທາວ ຮອງອຳນວຍການສະຖາບັນ ການເມືອງແຫ່ງຊາດໂຮ່ຈີມິງ; ທ່ານ ລິວ ວັນອານ ຮອງອຳນວຍການສະຖາບັນສື່ສານມວນຊົນ ແລະ ໂຄສະນາ ພ້ອມສຳມະນາກອນລາວເຂົ້າຮ່ວມ 15 ຄົນ.
ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ກ່າວສະແດງຄວາມຂອບໃຈ ເປັນຢ່າງສູງ ຕໍ່ການນຳ, ຄູ-ອາຈານ ຢູ່ສະຖາບັນສື່ມວນຊົນ ແລະ ໂຄສະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິງ ທີ່ໄດ້ຊ່ວຍເຫລືອທາງດ້ານທຶນຮອນ, ແບ່ງປັນຄວາມຮູ້ ແລະ ປະສົບການອັນລໍ້າຄ່າ ໃນການອົບຮົມຍົກລະດັບພະນັກງານ ຂົງເຂດສື່ມວນຊົນລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ. ການເປີດຊຸດອົບຮົມວຽກງານຄຸ້ມຄອງສື່ມວນຊົນ ໄລຍະ 2 ເດືອນໃນຄັ້ງນີ້ ແມ່ນເຫດການໃໝ່ ໃນການສ້າງບຸກຄະລາກອນດ້ານສື່ມວນຊົນລະຫວ່າງ ລາວ-ຫວຽດນາມ ເຊິ່ງຈະເປັນຊ່ອງທາງອັນດີ ໃນການນຳເອົາຄວາມຮູ້ຈາກ ຄູ-ອາຈານ, ການແລກປ່ຽນປະສົບການ ລະຫວ່າງສື່ມວນຊົນລາວ ແລະ ຫວຽວນາມ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເຊິ່ງຈະເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການກ້າວໄປຂ້າງໜ້າຂອງ ສື່ມວນຊົນລາວ.
|
ບັນດາຜູ້ແທນສອງຝ່າຍຖ່າຍຮູບເປັນທີ່ລະນຶກ.
ຊຸດອົບຮົມຄັ້ງນີ້ ແມ່ນຈະເນັ້ນໜັກບັນຫາໃໝ່ໆ ທີ່ສຳຄັນໃນສະພາບປັດຈຸບັນ ເຊິ່ງນອກຈາກຮຽນທິດສະດີແລ້ວ ຍັງຈະໄດ້ລົງພາກປະຕິບັດຕົວຈິງ ແລະ ໄປເຄື່ອນໄຫວທັດສະນາສຶກສາ, ແລກປ່ຽນບົດຮຽນຢູ່ບັນດາສຳນັກງານ ຂອງສື່ມວນຊົນຢູ່ຮ່າໂນ້ຍ ແລະ ບາງແຂວງຢູ່ທ້ອງຖິ່ນ ຕື່ມອີກ. ອີງຕາມແຜນຮ່ວມມືແລ້ວ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິງ ເຫັນດີຊ່ວຍບໍາລຸງສ້າງບຸກຄະລາກອນ ສື່ມວນຊົນໃຫ້ແກ່ລາວ ປີລະຊຸດ ແຕ່ 2019-2023.
(ແຫຼ່ງຂໍ້ມູນ: ຂປລ)