​ນະຄອນຫຼວງ​ວຽງ​ຈັນ ແລະ ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ ເພີ່ມ​ທະວີ​ການ​ຮ່ວມ​ມື

15:37 | 16/10/2019

ກອງ​ປະຊຸມ​ພົບ​ປະ ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫຼວງ​ວຽງ​ຈັນ (ນວ) ​ສປປ ລາວ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ ​ສສ ຫວຽດນາມ ຈັດ​ຂຶ້ນ​ວັນ​ທີ 15 ຕຸລາ 2019 ຢູ່​ສຳນັກງານ​ອົງການ​ປົກຄອງ ນວ ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ​ສະຫາຍ ສິນ​ລະ​ວົງ ຄຸດ​ໄພທູນ ກົມ​ການເມືອງ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ເຈົ້າ​ຄອງ ນວ ຝ່າຍ​ຫວຽດນາມ​ນຳ​ໂດຍ​ສະຫາຍ ຫງວ​​ຽນ ຮົ່ງ ລິ້ງ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ປະທານ​ສະພາ​ປະຊາຊົນ​ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ.

​ນະຄອນຫຼວງ​ວຽງ​ຈັນ ແລະ ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ ເພີ່ມ​ທະວີ​ການ​ຮ່ວມ​ມື

ນະຄອນຫຼວງ​ວຽງ​ຈັນ ແລະ ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ ເພີ່ມ​ທະວີ​ການ​ຮ່ວມ​ມື

ກອງ​ປະຊຸມ​ພົບ​ປະ ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫຼວງ​ວຽງ​ຈັນ (ນວ) ​ສປປ ລາວ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ ​ສສ ຫວຽດນາມ ຈັດ​ຂຶ້ນ​ວັນ​ທີ 15 ຕຸລາ 2019 ຢູ່​ສຳນັກງານ​ອົງການ​ປົກຄອງ ນວ ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ​ສະຫາຍ ສິນ​ລະ​ວົງ ຄຸດ​ໄພທູນ ກົມ​ການເມືອງ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ ເຈົ້າ​ຄອງ ນວ ຝ່າຍ​ຫວຽດນາມ​ນຳ​ໂດຍ​ສະຫາຍ ຫງວ​​ຽນ ຮົ່ງ ລິ້ງ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ປະທານ​ສະພາ​ປະຊາຊົນ​ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ.

ສະຫາຍ ສິນ​ລະ​ວົງ ຄຸດ​ໄພທູນ ໄດ້​ສະແດງ​ຄວາມ​ຂອບໃຈ ແລະ ຕີ​ລາຄາ​ສູງ​ຕໍ່​ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ກໍ​ຄື ນວ ຂອງ​ສະຫາຍ ຫງວ​​ຽນ ຮົ່ງ ລິ້ງ ພ້ອມ​ຄະນະ​ໃນ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ເພີ່ມ​ທະວີ ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ.

ການ​ຮ່ວມ​ມື​ຂອງ​ສອງ​ທ້ອງຖິ່ນ ເບື້ອງ​ຕົ້ນ​ສະເໝີ​ໃຫ້​ມີ​ການ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ການ​ພັດທະນາ ແລະ ຄຸ້ມ​ຄອງ​ເຂດ​ອຸດສາຫະກຳ ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະເທດ ມາ​ລົງທຶນ​ຢູ່​ເຂດ​ອຸດສາຫະກຳ ຊຸກ ຍູ້​ສົ່ງເສີມ​ໃຫ້​ພາກ​ທຸລະ​ກິດ​ຂອງ ນວ ແລະ ແຂວງ​ບ່າ​ເຣ່ຍ-ຫວຸ້ງ​ເຕົ່າ ໃຫ້​ມີ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ.

ໂອກາດ​ນີ້ ຍັງ​ໄດ້​ລົງ​ນາມ​ສັນຍາ​ຮ່ວມ​ມື​ດ້ານ​ທຸລະ​ກິດ​ທ່ອງ​ທ່ຽວ 3 ສະບັບ​ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.