ເພີ່ມທະວີການຮ່ວມມື ຢ່າງຮອບດ້ານ ລະຫວ່າງ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ

19:53 | 22/08/2019

ຍສໝ - ໃນວັນທີ 21-22 ສິງຫາ 2019, ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມໜ່ວຍງານວິຊາການ ຂະແໜງການບູລິມະສິດ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ເຊິ່ງມີຄະນະຜູ້ແທນຈາກ ຂະແໜງການຕ່າງໆຂອງ 4 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ຂອງຂອບການຮ່ວມມື 4 ປະເທດ, ທັງເປັນການກະກຽມໃຫ້ແກ່ການເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ 4 ປະເທດ ຄັ້ງທີ 10 ໃນປີ 2020 ທີ່ ສປປ ລາວ.

ສຳລັບວັນທີ 21 ສິງຫາ 2019, ກອງປະຊຸມໜ່ວຍງານວິຊາການ ຂະແໜງການບູລິມະສິດ 4 ປະເທດ ໄດ້ທົບທວນຜົນການຮ່ວມມືໃນຫລາຍຂົງເຂດ ເຊັ່ນ: ຂະແໜງການການຂົນສົ່ງ, ທ່ອງທ່ຽວ, ກະສິກຳ, ອຸດສາ ຫະກຳ, ພະລັງ ງານ, ເທັກໂນໂລຊີ, ຂໍ້ມູນ-ຂ່າວສານ ແລະ ການຕິດຕໍ່ສື່ສານ, ການຄ້າ ແລະ ການລົງທຶນ ລວມທັງການພັດ ທະນາຊັບພະຍາກອນມະນຸດ. ພ້ອມທັງທົບທວນຄືນບັນດາແຜນງານ ແລະ ໂຄງການຮ່ວມມື ໃນແຕ່ລະຂະແໜງການ ແລະ ພ້ອມກັນປຶກສາຫາລືກັນ ເພື່ອກໍານົດທິດທາງການ ຮ່ວມມືໃນຕໍ່ໜ້າ ບົນພື້ນຖານຄວາມເປັນເອກະພາບ ຂອງປະເທດສະມາຊິກ.

ເພີ່ມທະວີການຮ່ວມມື ຢ່າງຮອບດ້ານ ລະຫວ່າງ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ

ຄະນະຜູ້ແທນຂອງ 4 ປະເທດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ໃນພົບປະເຈລະຈາ

ສ່ວນວັນທີ 22 ສິງຫາ 2019, ກອງປະຊຸມເຈົ້າໜ້າທີ່ອາວຸໂສ 4 ປະເທດ ໂດຍການເປັນປະທານ ຂອງທ່ານ ວິລະສັກ ສົມພົງ ຮັກສາການຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສ 4 ປະເທດ ຂອງ ສປປ ລາວ ເຊິ່ງໄດ້ຮັບຊາບຜົນ ຂອງກອງປະຊຸມ ໜ່ວຍງານວິຊາການ 8 ຂະແໜງການບູລິມະສິດ ແລະ ຄວາມຄືບໜ້າຂອງການ ຮ່າງຂອບການພັດທະນາ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ເຊິ່ງມີແຜນຈະນໍາສະເໜີບັນດາ ຜູ້ນໍາ 4 ປະເທດ ຮັບຮອງເອົາໃນກອງ ປະຊຸມສຸດຍອດ ຄັ້ງທີ 10 ໃນຕົ້ນປີ 2020. ພ້ອມນີ້, ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຈັດຕັ້ງປະຕິບັດ ບັນດາວຽກງານການຮ່ວມມື ໃນໄລຍະຜ່ານມາ ກໍຄື ຄວາມຄືບໜ້າ, ​ຂໍ້ຄົງຄ້າງ ແລະ ຂໍ້ສະເໜີໃນການແກ້ໄຂຮ່ວມກັນ ລວມທັງໄດ້ປຶກ ສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ຂອງ ຂອບການຮ່ວມມື 4 ປະເທດ. ນອກນັ້ນ, ສປປ ລາວ ໃນນາມເປັນປະທານ 4 ປະເທດ ໃນປັດຈຸບັນ, ໄດ້ລາຍງານຕໍ່ກອງປະຊຸມ ກ່ຽວກັບ ການກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມສຸດຍອດ ຄັ້ງທີ 10 ໃນປີ 2020 ໂດຍສະເພາະ ຮ່າງວາລະກອງປະຊຸມ ແລະ ລາຍການເອກະສານສໍາຄັນຕ່າງໆ ທີ່ຈະສະເໜີຜູ້ນໍາ 4 ປະເທດ ພິຈາລະນາຮັບຮອງເອົາ.

ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ກ່າວໃນງານລ້ຽງຕ້ອນ ຮັບຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໂດຍໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການຮ່ວມມື 4 ປະເທດ ແລະ ການສືບຕໍ່ຮ່ວມມືກັນ ເພື່ອພັດທະນາ ເສດຖະກິດ-ສັງຄົມ ຢູ່ໃນພາກພື້ນ ກໍຄືຢູ່ບັນດາປະເທດ 4 ປະເທດ ເພື່ອຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ແລະ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ໄດ້ຢ່າງເຂັ້ມແຂງ. ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍ ໄມຕີຈິດມິດຕະພາບ, ສາມາດບັນລຸຕາມຈຸດປະສົງ ເປົ້າໝາຍທີ່ວາງໄວ້ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.