ຊາວໜຸ່ມ 2 ນະຄອນຫຼວງ ແລກປ່ຽນກິດຈະກຳຊ່ວຍເຫຼືອສັງຄົມ

08:46 | 09/08/2019

ພິ­ທີ​ໄຂ​ຂະ​ບວນ​ການ­ເຄື່ອນ­ໄຫວ​ກິດ­ຈະ­ກຳ ຂອງ​ອາ­ສາ​ສະ­ໝັກ​ຊາວ​ໜຸ່ມ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ສສ ຫວຽດ­ນາມ ແລະ ຊາວ​ໜຸ່ມ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 1 ສິງ­ຫາ​ຜ່ານ​ມາ​ນີ້ ຢູ່​ໂຮງ­ຮຽນ​ປະ­ຖົມ​ບ້ານ​ນາ​ພອກ ເມືອງ​ໄຊ​ທາ­ນີ ນວ ໂດຍ​ມີ​ທ່ານ​ນາງ ສຸ­ມາ­ລີ ທຳ​ມະ​ວົງ ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ ປປລ ນວ ທ່ານ ບຸນ​ວັນ ຈະ​ສົ໋ວ​ເກົ້າ ຮອງ​ເຈົ້າ­ເມືອງ​ໄຊ​ທາ­ນີ ທ່ານ ຫງຽນ ດຶກ ຕຽນ ຮອງ​ເລ­ຂາ​ຄະ­ນະ​ບໍ­ລິ­ຫານ​ງານ​ຊາວ​ໜຸ່ມ​ກອມ​ມູ​ນິດ​ໂຮ່​ຈິ​ມິງ ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຊາວໜຸ່ມ 2 ນະຄອນຫຼວງ ແລກປ່ຽນກິດຈະກຳຊ່ວຍເຫຼືອສັງຄົມ

ຊາວໜຸ່ມ 2 ນະຄອນຫຼວງ ແລກປ່ຽນກິດຈະກຳຊ່ວຍເຫຼືອສັງຄົມ

ທ່ານ ຫງຽນ ດຶກ ຕຽນ ກ່າວ​ວ່າ: ເພື່ອ​ເປັນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ແບບ​ພິ­ເສດ ແລະ ການ​ຮ່ວມ​ມື​ຮອບ­ດ້ານ ລະ­ຫວ່າງ​ສອງ​ພັກ ສອງ​ລັດ ກໍ​ຄື ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ແລະ ນວ ເພື່ອ​ຊຸກ­ຍູ້​ສົ່ງ­ເສີມ​ໃຫ້​ຊາວ​ໜຸ່ມ​ສອງ​ນະ­ຄອນ­ຫຼວງ​ ໄດ້​ຮ່ວມ​ມື​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ ພົບ​ປະ​ຖອດ​ຖອນ​ບົດ­ຮຽນ​ຮ່ວມ​ກັນ ຮັບ​ຮູ້ ແລະ ເຂົ້າ­ໃຈ​ເຖິງ​ສາຍ​ພົວ­ພັນ​ອັນ​ແໜ້ນ​ແກ່ນ ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ສອງ​ຊາດ ກໍ​ຄື ສອງ​ນະ­ຄອນ ກິດ­ຈະ­ກຳ​ຄັ້ງ​ນີ້​ລວມ​ມີ​ການ​ກວດ​ສຸ­ຂະ­ພາບ ແຈກ​ຢາຍ​ຢາ​ປິ່ນ­ປົວ​ພະ­ຍາດ​ໃຫ້​ປະ­ຊາ­ຊົນ ຈັດ​ເຝິກ​ອົບ​ຮົບ​ແນະ­ນຳ​ເຕັກ­ນິກ​ການ​ປູກ ຝັງ-ລຽງ​ສັດ ແນະ­ນຳ​ເຕັກ­ນິກ​ກູ້​ຊີບ ຫຼື ປະ­ຖົມ­ພະ­ຍາ­ບານ​ຂັ້ນ​ຕົ້ນ​ຂອງ​ເດັກ­ນ້ອຍ ເວ­ລາ​ເກີດ​ອຸ­ບັດ­ເຫດ​ຕ່າງໆ​ຢູ່​ໂຮງ­ຮຽນ​ໃຫ້​ຄູ-ອາ­ຈານ ແລະ ນັກ­ຮຽນ ແຕ້ມ​ຮູບ​ລະ­ບາຍ​ສີ​ໃສ່​ຝາ​ໂຮງ­ຮຽນ ແລະ ກິດ­ຈະ­ກຳ​ຕ່າງໆ ໂອ­ກາດ​ນີ້ ທ່ານ ຫງຽນ ດຶກ ຕຽນ ຍັງ​ໄດ້​ມອບ​ເງິນ 500 ລ້ານ​ດົງ ຫຼື ປະ­ມານ 186 ລ້ານ​ກີບ ໃຫ້​ທ່ານ​ນາງ ສຸ­ມາ­ລີ ທຳ​ມະ​ວົງ ເພື່ອ​ນຳ​ໃຊ້​ໃນ​ວຽກ​ງານ ການ​ຮຽນ-ການ​ສອນ​ໃນ ນວ ນອກ​ນີ້ ຍັງ​ໄດ້​ມອບ​ເງິນ 100 ລ້ານ​ດົງ ຫຼື ປະ­ມານ 37 ລ້ານ​ກີບ ເພື່ອ​ສ້າງ​ຫ້ອງ​ນ້ຳ ແລະ ຫຼັງ­ຄາ​ໂຮງ­ຮຽນ ຢູ່​ບ້ານ​ນາ​ພອກ ແລະ ມອບ​ຄອມ​ພິວ​ເຕີ ແລະ ເຄື່ອງ​ອັດ​ເອ­ກະ­ສານ​ຢ່າງ​ລະ 4 ຊຸດ ໃຫ້​ຊາວ​ໜຸ່ມ ປປລ ນວ ຕື່ມ​ອີກ.

ໂອ­ກາດ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ຄັ້ງ​ນີ້ ຄະ­ນະ​ຊາວ​ໜຸ່ມ ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ຍັງ​ໄດ້​ຢ້ຽມ​ຄຳ­ນັບ​ທ່ານ ບຸນ​ທ່ຽງ ຂຸນ​ສີ ປະ­ທານ​ແນວ​ລາວ​ສ້າງ​ຊາດ ນວ ຜູ້​ຊີ້​ນຳ​ວຽກ​ງານ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ວາງ​ກະ­ຕ່າ​ດອກ​ໄມ້​ຢູ່​ອະ­ນຸ­ສອນ​ສະ­ຖານ​ປະ­ທານ ໄກ­ສອນ ພົມ­ວິ­ຫານ ຢ້ຽມ​ຄຳ­ນັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສສ ຫວຽດ­ນາມ ປະ­ຈຳ ສປປ ລາວ ແລະ ການ​ນຳ​ສູນ​ກາງ​ຊາວ​ໜຸ່ມ ປປລ ນອກ​ນີ້ ຍັງ​ໄດ້​ແລກ­ປ່ຽນ​ກິດ­ຈະ­ກຳ​ກີ­ລາ ສະ­ແດງ​ສິ­ລະ​ປະ ແລະ ທ່ຽວ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ສຳ­ຄັນ​ຕ່າງໆ​ຢູ່ ນວ ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.