ການຄົ້ນຄວ້ານະໂຍບາຍ ແລະ ໃຫ້ຄຳປຶກສາ ກ່ຽວກັບການພັດທະນາກະສິກໍາ ແລະ ຊົນນະບົດ ສໍາລັບ ແມ່ນໍ້າຂອງເຂດນ້ອຍ

17:42 | 17/07/2019

ຍສໝ - ໃນຕອນເຊົ້າຂອງວັນທີ 16 ເດືອນກໍລະກົດ, ກະຊວງກະສິກໍາ ແລະ ການພັດທະນາຊົນນະບົດໄດ້ປະສານສົມທົບກັບກອງທຶນພັດທະນາກະສິກໍາສາກົນ (IFAD) ເພື່ອຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບໂຄງການ "ເຄືອຂ່າຍການຄົ້ນຄວ້ານະໂຍບາຍ ແລະ ໃຫ້ຄຳປຶກສາ ກ່ຽວກັບການພັດທະນາກະສິກໍາ ແລະ ຊົນນະບົດ ສໍາລັບ ແມ່ນໍ້າຂອງເຂດນ້ອຍ (NARDT).

ການຄົ້ນຄວ້ານະໂຍບາຍ ແລະ ໃຫ້ຄຳປຶກສາ ກ່ຽວກັບການພັດທະນາກະສິກໍາ ແລະ ຊົນນະບົດ ສໍາລັບ ແມ່ນໍ້າຂອງເຂດນ້ອຍ

ພິທີເຊັນສັນຍາຮ່ວມມືເພື່ອປະຕິບັດໂຄງການ. (ພາບ: TTXVN)

ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຝຸ່ງ ດຶກ ຕ໋ຽນ ກ່າວວ່າໃນອາຊຽນ, ຂະແຫນງການກະສິກໍາຂອງ ຫວຽດນາມ, ມຽນມາ, ລາວ ແລະ ກໍາປູເຈຍ ຍັງມີບົດບາດສໍາຄັນໃນການພັດທະນາເສດຖະກິດ ແລະ ຄວາມຫມັ້ນຄົງດ້ານສັງຄົມ. ທ່ານຮອງລັດຖະມົນຕີ ຝຸ່ງ ດຶກ ຕ໋ຽນ ຫວັງວ່າ ໂດຍຜ່ານໂຄງການນີ້, ຫວຽດນາມຄາດຫວັງວ່າບັນດາປະເທດຈະເພີ່ມທະວີການຮ່ວມມືໃນການແລກປ່ຽນປະສົບການທີ່ດີ ສໍາລັບການພັດທະນາກະສິກໍາ ແລະ ພັດທະນາຊົນນະບົດ ລະຫວ່າງບັນດາປະເທດແມ່ນໍ້າຂອງເຂດນ້ອຍ ຕາມການຮັບຮອງເອົາເຄືອຂ່າຍທີ່ປຶກສາດ້ານນະໂຍບາຍຢ່າງກວ້າງຂວາງ ຈາກບັນດາອົງການລັດຖະບານ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ພາກເອກະຊົນໃນກໍາປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຝຸ່ງ ດຶກ ຕ໋ຽນ ກ່າວວ່າ ໂຄງການນີ້ຈະຍົກສູງປະສິດທິຜົນຂອງ ນະໂຍບາຍບັນດາປະເທດໃນເຂດນ້ອຍແມ່ນໍ້າຂອງ, ກະສິກໍາ ແລະ ການພັດທະນາຊົນນະບົດ, ພ້ອມກັນນັ້ນ ເພີ່ມທະວີການຮ່ວມມືເພື່ອສົ່ງເສີມການຄ້າ ແລະ ການລົງທຶນພັດທະນາ, ທີ່ມີຄວາມຮັບຜິດຊອບ ໃນບັນດາປະເທດທາງດ້ານກະສິກໍາ ແລະ ການພັດທະນາຊົນນະບົດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.