ນະຄອນໂຮ່ຈິ໋ມິງ ແລະ ນະຄອນຫຼວງວຽງຈັນ ຊຸກຍູ້ການຮ່ວມມືຢ່າງຮອບດ້ານ

23:18 | 16/06/2019

ຍສໝ - ໃນວັນທີ 15 ມິຖຸນາ 2019, ຢູ່ນະຄອນໂຮ່ຈິ໋ມິງ, ຄະນະການນຳນະຄອນໂຮ່ຈິ໋ມິງ ໂດຍ ທ່ານ ຫງວຽນ ທ້ຽນ ເຍິນ, ເລຂາຄະນະພັກນະຄອນໂຮ່ຈິ໋ມິງ ນຳໜ້າ ໄດ້ມີການພົບປະເຈລະຈາ ກັບ ຄະນະການນຳນະຄອນຫຼວງວຽງຈັນ ປະເທດລາວ ໂດຍທ່ານ ສິນລະວົງ ຄຸດໄພທຸນ ເລຂາ, ເຈົ້າຄອງນະຄອນຫຼວງວຽງຈັນ ນຳໜ້າ.

ນະຄອນໂຮ່ຈິ໋ມິງ ແລະ ນະຄອນຫຼວງວຽງຈັນ ຊຸກຍູ້ການຮ່ວມມືຢ່າງຮອບດ້ານ

ບັນຍາກາດທີ່ການພົບປະເຈລະຈາ.(ພາບ:hcmcpv.org.vn)

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນບົດຮຽນຄວາມຄືບໜ້າໃນການປະຕິບັດຂໍ້ຕົກລົງທີ່ໄດ້ຮັບການລົງນາມເມື່ອປີ 2017 ລະຫວ່າງນະຄອນໂຮ່ຈິມິນ ແລະ ນະຄອນຫຼວງວຽງຈັນ; ສອງຝ່າຍໄດ້ເຫັນດີຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ໄວຄວາມຄືບໜ້າໃນການປະຕິບັດສອງໂຄງການການເງິນ - ພາສີອາກອນ, ເປີດກວ້າງບັນດາການສົ່ງເສີມການລົງທຶນ - ການຄ້າ; ເພີ່ມທະວີການສົມທົບກັນໃນຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ, ລະອຽດແມ່ນພັດທະນາການລ້ຽງສັດ, ປຸງແຕ່ງຜະລິດຕະພັນງົວພັນຊີ້ນ.

ນອກຈາກນັ້ນ, ສອງຝ່າຍກໍ່ເຫັນດີເປັນເອກະພາບຊຸກຍູ້ບັນດາຮາກຖານ, ຂະແໜງ ແລະ ວິສາຫະກິດເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ນຳມາເຊິ່ງຜົນປະໂຫຍດລວມ; ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຮ່ວມມືລະຫວ່າງເມືອງ 5 (ນະຄອນໂຮ່ຈິ໋ມິງ) ແລະ ເມືອງ ສີໂຄດຕະບອງ (ນະຄອນຫຼວງວຽງຈັນ) ບົນເນື້ອໃນຈິດໃຈສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງນະຄອນໂຮ່ຈິ໋ມິງ ແລະ ນະຄອນຫຼວງວຽງຈັນ ເວົ້າສະເພາະ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ