ລັດຖະບານລາວຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ

16:31 | 21/05/2019

ຍສໝ - ໃນຕອນບ່າຍຂອງວັນທີ 20 ພຶດສະພາ 2019, ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມໄດ້ມີການເຮັດວຽກກັບຄະນະຕິດຕໍ່ພົວພັນຊາວລາວ ອາໄສຢູ່ຕ່າງປະເທດ ທີ່ສຳນັກງານກະຊວງການຕ່າງປະເທດລາວ, ນະຄອນຫຼວງວຽງຈັນ.

ລັດຖະບານລາວຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ

ທ່ານນາງ ຄຳເພົາ ເອີນທະວັນ ກ່າວຄໍາເຫັນທີ່ການເຮັດວຽກ.(ພາບ:TTXVN)

ໃນຕອນບ່າຍຂອງວັນທີ 20 ພຶດສະພາ 2019, ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ນໍາໂດຍທ່ານ ຫງວຽນກວກເກື່ອງ, ຮອງລັດຖະມົນຕີ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ມີການເຮັດວຽກກັບຄະນະຕິດຕໍ່ພົວພັນຊາວລາວອາໄສຢູ່ຕ່າງປະເທດທີ່ສຳນັກງານກະຊວງການຕ່າງປະເທດລາວ, ນະຄອນຫຼວງວຽງຈັນ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງຕ່າງປະເທດລາວ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວທີ່ມີຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດລາວ; ຢືນຢັນວ່າ, ພັກ, ລັດລາວ ຈະສ້າງເງື່ອນໄຂຢ່າງສຸດຂີດໃຫ້ແກ່ປະຊາຄົມຊາວຫວຽດນາມ ພວມອາໄສຢູ່ລາວດຳລົງຊີວິດ, ເຮັດວຽກ ແລະ ເຊື່ອມໂຍງເຂົ້າກັບສັງຄົມລາວ.

ລັດຖະບານລາວຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ

ທ່ານ ຫງວຽນກວກເກື່ອງ ກ່າວຄໍາເຫັນທີ່ການເຮັດວຽກ.(ພາບ:TTXVN)

ທີ່ການເຮັດວຽກ, ທ່ານ ຫງວຽນກວກເກື່ອງ ໄດ້ສະເໜີໃຫ້ສອງຄະນະກຳມະການສືບຕໍ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງເຊິ່ງໄດ້ຮັບການລົງນາມແລ້ວໃຫ້ມີປະສິດທິຜົນ, ພ້ອມທັງເພີ່ມທະວີການແລກປ່ຽນ, ສົມທົບກັນສ້າງແຜນການຮ່ວມມືຢ່າງລະອຽດ, ຊ່ວຍໃຫ້ຊາວຫວຽດນາມ - ລາວ ອາໄສຢູ່ແຕ່ລະປະເທດທຳມາຫາກິນ, ດຳລົງຊີວິດຢ່າງມີສະຖຽນລະພາບ ແລະ ຖືກຕ້ອງຕາມກົດໝາຍຂອງປະເທດປະຈຳຖິ່ນ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມຂອງແຕ່ລະປະເທດ ແລະ ສືບຕໍ່ເປັນຂົວຕໍ່ໃຫ້ແກ່ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.