ຮັດແໜ້ນຄວາມສະໜິດຕິດພັນລະຫວ່າງພະນັກງານການທູດຍິງ ຫວຽດນາມ-ລາວ ກວ່າອີກ

00:54 | 15/05/2019

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງປະຊາຄົມອາຊຽນ, ເປັນຕົ້ນແມ່ນໃນບັນດາການເຄື່ອນໄຫວກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ-ຊາຍ...

ຮັດແໜ້ນຄວາມສະໜິດຕິດພັນລະຫວ່າງພະນັກງານການທູດຍິງ ຫວຽດນາມ-ລາວ ກວ່າອີກ

ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ແລະທ່ານນາງ Alouny Kommasith. (ພາບ: phuthodfa.gov.vn)

ໂດຍຮັບຄໍາເຊີນຂອງທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ, ພັນລະຍາຂອງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ, ປະທານກິດຕິມະສັກກຸ່ມແມ່ຍິງປະຊາຄົມອາຊຽນ ຢູ່ຮ່າໂນ້ຍ, ທ່ານນາງ Alouny Kommasith, ພັນລະຍາລັດຖະມົນຕີການຕ່າງປະເທດລາວ, ປະທານກິດຕິມະສັກຄະນະຮັບຜິດຊອບວຽກງານແມ່ຍິງໃນກຳມະບານກະຊວງການຕ່າງປະເທດລາວ ມາ ຫວຽດນາມ ເຂົ້າຮ່ວມລາຍການພົບປະແລກປ່ຽນປະຈຳປີ ຄະນະຮັບຜິດຊອບວຽກງານແມ່ຍິງໃນກຳມະບານສອງກະຊວງການຕ່າງປະເທດ ຫວຽດນາມ-ລາວ ໃນລະຫວ່າງວັນທີ 21-24 ມີນາ.

ຮັດແໜ້ນຄວາມສະໜິດຕິດພັນລະຫວ່າງພະນັກງານການທູດຍິງ ຫວຽດນາມ-ລາວ ກວ່າອີກ

ບັນຍາກາດທີ່ການເຮັດວຽກ. (ພາບ: phuthodfa.gov.vn)

ທ່ານນາງເອກອັກຄະລັດຖະທູດ ຫງວຽນຫງວຽດງາ ເຊື່ອໝັ້ນວ່າ: ຜ່ານກົນໄກພົບປະແລກປ່ຽນປະຈຳປີ, ພະນັກງານການທູດຍິງສອງປະເທດມີເງື່ອນໄຂຖອດຖອນບົດຮຽນ, ແບ່ງປັນບົດຮຽນການຕ່າງປະເທດສອງຝ່າຍ ແລະຫຼາຍຝ່າຍ, ແລກປ່ຽນກ່ຽວກັບບັນດາຄວາມຮຽກຮ້ອງຕ້ອງການໃໝ່ສຳລັບພະນັກງານການທູດຍິງ ໃນໄລຍະສອງປະເທດຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ຜ່ານນັ້ນຊ່ວຍໃຫ້ພະນັກງານການທູດຍິງ ປະກອບສ່ວນນັບມື້ນັບມີປະສິດທິຜົນກວ່າໃຫ້ວຽກງານຂອງຂະແໜງການຕ່າງປະເທດ.

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງປະຊາຄົມອາຊຽນ, ເປັນຕົ້ນແມ່ນໃນບັນດາການເຄື່ອນໄຫວກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຍົກສູງກຳລັງຄວາມສາມາດໃຫ້ແກ່ແມ່ຍິງ ກໍຄືບັນດາການເຄື່ອນໄຫວ ແລະຂໍ້ລິເລີ່ມໂດຍຫວຽດນາມ ເປັນເຈົ້າການໃນບົດບາດປະທານອາຊຽນ 2020.

(ແຫຼ່ງ​ຂໍ້​ມູນ​: ສົມເພັດ/ກປ.ອອນໄລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.