![]() |
ບຸນຊ່ວງນາກຄະລາດ ຮ່າໂນ້ຍເປີດກວ້າງ ປະຈຳປີ 2019,(ພາບ: vietbao.vn)
ໃນສອງວັນແຕ່ 16-17, ມີປະຊາຊົນ ແລະ ນັກທ່ອງທ່ຽວນະຄອນຫຼວງ ຈຳນວນຫຼວງຫຼາຍ ໄດ້ພາກັນມາຊົມການແຂ່ງຂັນເຮືອຊ່ວງນາກຄະລາດ ຮ່າໂນ້ຍ ເປີດກ້ວາງ 2019 ຢູ່ ໜອງໂຮ່ເຕີຍ ເຂດສວນສາທາລະນະ ລີ໋ ຕື໊ຈ້ອງ ແລະ ລຽບຕາມຖະໜົນແທັງນຽນ-ຫງວ໋ຽນດິ່ງທີ່ ບັນຍາກາດ ເຕັມໄປດ້ວຍຄວາມຟົດຟື້ນ ແລະ ມ່ວນຊື່ນ.
ນີ້ແມ່ນງານບຸນປະຈຳປີ ໂດຍຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ ຮ່ວມກັບ ສາຍການບິນ Vietnam Airlines ຈັດຂື້ນ ເພື່ອຫັນສັນຍາການຮ່ວມມືຂອງສອງຝ່າຍປະກົດເປັນຮູບປະທຳ ກ່ຽວກັບການພັດທະນາ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຂອງນະຄອນຫຼວງ.
![]() |
ທີມຊ່ວງເຮືອທີມລາວ ປະເພດ 12 ສີພາຍອາຊີບ.(ພາບ: vietbao.vn)
ທ່ານ ເຢືອງ ຈີ໋ແທັ່ງ-ອຳນວຍການໃຫຍ່ ສາຍການບິນ Vietnam Airlines ໄດ້ແບ່ງປັນວ່າ: “ພວກເຮົາຕີລາຄາ ບຸນຊ່ວງເຮືອນາກຄະລາດ ຮ່າໂນ້ຍເປີດກວ້າງ ປະຈຳປີ2019 ໄດ້ດຳເນີນໄປດ້ວຍຄວາມສຳເລັດອັນໜ້າເພິ່ງພໍ່ໃຈ. ປີນີ້, ດ້ວຍການເຂົ້າຮ່ວມຂອງທີມເຮືອຊ່ວງ ມາຈາກບັນດາປະເທດ: ຮົ່ງກົງ, ສິງກະໂປ, ມາເລເຊຍ ແລະ ລາວ ຮ່ວມກັບທີມເຮືອຊ່ວງມາຈາກບັນແຂວງຂອງຫວຽດນາມ, ຄຸນນະພາບສີພາຍ ເພີ່ມຂື້ນສູງຫຼາຍ. ການແຂ່ງຂັນດຳເນີນໄປດ້ວຍຄວາມຕັດສິນໃຈ, ເບີກບານ, ມິດຕະພາບ ແລະ ຄວາມສາມັກຄີ”.
ຕອນເຊົ້າຂອງວັນທີ 16/02/2019, ບຸນຊ່ວງເຮືອນາກຄະລາດ ຮ່າໂນ້ຍເປີດກວ້າງ ປະຈຳປີ2019 ໄດ້ເປີດຂື້ນຢ່າງເປັນທາງການ ດ້ວຍການເຂົ້າຮ່ວມ ແລະ ເປັນສັກຂີພະຍານຂອງ ຮອງນາຍົກລັດຖະມົນຕີ ທ່ານ ຫວູ ດຶກດາມ, ທ່ານ ຫງວ໋ຽນ ດຶກຈຸງ ປະທານກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະ ບັນດາການນຳຂອງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, Vietnam Airlines ແລະ ສະຫະພັນກິລາເຮືອຊ່ວງຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
![]() |
![]() |
![]() |
ບັນດາທີມເຮືອຊ່ວງທີ່ເຂົ້າຮ່ວມ ບຸນຊ່ວງເຮືອຮ່າໂນ້ຍເປີດກວ້າງ ປະຈຳປີ 2019. (ພາບ:thegioitiepthi.vn)
ພາຍຫຼັງສອງວັນຂອງການແຂ່ງຂັນອັນດຸເດືອດ, ງານບຸນຊ່ວງເຮືອໄດ້ມີຜູ້ຊະນະ ແລະ ຊື່ຂອງຜູ້ຊະນະເລີດ ປະກອບມີ: ທີມເຮືອຊ່ວງມາຈາກປະເທດ ລາວ ປະເພດ ຊາຍ 12 ສີພາຍອາຊີບ; ທີມເຮືອຊ່ວງແຂວງກວ້າງຈິ ປະເພດ ຍິງ 12 ສີພາຍອາຊີບ; ທີມເຮືອຊ່ວງ ອຶງຮວ່າ ປະເພດຊາຍ 12 ສີພາຍສະໝັກຫຼິ້ນ; ທີມເຮືອຊ່ວງ ເຈືອງໝີ ປະເພດ 12 ສີພາຍສະໝັກຫຼິ້ນ; ທີມເຮືອຊ່ວງ Vietnam Airlines ປະເພດປະສົມຊາຍ-ຍິງ 12 ສີພາຍສະໝັກຫຼິ້ນ. ທີມຊະນະເລີດ ໄດ້ຮັບລາງວັນປະກອບມີ ເງິນສົດ, ທຸງທີ່ລະນຶກ ແລະ ຫຼຽນ. ໃນນັ້ນລາງວັນສູງສຸດ ມອບໃຫ້ທີມຊະນະເລີດປະເພດອາຊີບ ແມ່ນ 100ລ້ານດົ່ງ ແລະ ປີ້ຍົນໄປກັບ ທົ່ວໂລກທີ່ສາຍການບິນ Jetstar Pacific ເປີດບໍລິການ.
(ຫັດທະບູນ)