ຕະຫຼາດແຮງງານຢູ່ປະເທດລາວ ມີຄວາມດຶງດູດແຮງງານ ຫວຽດນາມ

06:42 | 17/06/2019

ຍສໝ - ກາລະໂອກາດດໍາເນີນທຸລະກິດທີ່ເປີດກວ້າງ ແລະ ລາຍຮັບສູງ ແມ່ນສິ່ງທີ່ຜູ້ອອກແຮງງານຫວຽດນາມ ພວມຊອກເຫັນຢູ່ປະເທດລາວ.

ຕະຫຼາດແຮງງານຢູ່ປະເທດລາວ ມີຄວາມດຶງດູດແຮງງານ ຫວຽດນາມ

ຄົນຫວຽດນາມ ຈໍານວນຫຼວງຫຼາຍຂາຍເຄື່ອງຢູ່ຕະຫຼາດກາງຄືນນະຄອນຫຼວງວຽງຈັນ

ສປປ ລາວ ພວມຢູ່ໃນໄລຍະພັດທະນາ, ສະນັ້ນ ຕ້ອງການແຮງງານທີ່ມີສີມືທໍາມະດາ ແລະ ແຮງງານທີ່ມີມືອາຊີບເປັນຈໍານວນຫຼາຍ ເພື່ອແນໃສ່ຮັບໃຊ້ພັດທະນາພື້ນຖານໂຄງລ່າງ. ເພາະສະນັ້ນ, ໂອກາດເຮັດວຽກໃຫ້ຜູ້ອອກແຮງງານຫວຽດນາມ ຢູ່ ລາວ ແມ່ນຫຼາຍ. ຍິ່ງໄປກວ່ານັ້ນ, ຫວຽດນາມ ແລະ ລາວໄດ້ ແລະ ພວມຮ່ວມມືກັນໃນດ້ານການໜູນຊ່ວຍກໍ່ຄືການລົງທຶນ, ເຮັດໃຫ້ເລື່ອງໄປເຮັດວຽກຢູ່ ລາວ ມີຄວາມງ່າຍດາຍກວ່າຢູ່ຕະຫຼາດອື່ນ.

ປະຈຸບັນ, ຜູ້ອອກແຮງງານຫວຽດນາມ ຢູ່ ລາວ ມີປະມານ 40.000 ກວ່າຄົນ, ສ່ວນໃຫຍ່ໃນຈໍານວນນີ້ໄດ້ຮັບການຕີລາຄາວ່າແມ່ນມີຄວາມອົດທົນ, ມັກຮຽນຮູ້ ແລະມີລະດັບຄວາມຮູ້, ເປັນມືອາຊີບດີ. ເຂົາເຈົ້າເຄີຍເຮັດວຽກໃນຂົງເຂດດໍາເນີນທຸລະກິດ, ຄ້າຂາຍ, ກໍ່ສ້າງ, ຜະລິດປຸງແຕ່ງໄມ້, ກົນຈັກ, ບໍລິການເສີມສວຍ ແລະ ອື່ນໆ.

ຕາມກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ແລ້ວ, ປະຈຸບັນ, ຕະຫຼາດລາວ ພວມມີຄວາມຕ້ອງການຫຼາຍສຳລັບຂະແໜງເຕັກນິກ, ວິສະວະກອນກິດຈະການ ແລະ ຜູ້ຄຸ້ມຄອງການກໍ່ສ້າງ. ຜູ້ອອກແຮງງານເຮັດວຽກຢູ່ບັນດາກຸ່ມອາຊີບນີ້ມີລາຍຮັບສະເລ່ຍຈາກ 700 - 1.000 ໂດລາສະຫະລັດ/ຄົນ/ເດືອນ.

ຕະຫຼາດແຮງງານຢູ່ປະເທດລາວ ມີຄວາມດຶງດູດແຮງງານ ຫວຽດນາມ

ອາຊີບແປງລົດໂອໂຕ ຢູ່ ລາວ ສ້າງລາຍຮັບດີ

ອ້າຍ ຫງວຽນ ແທັງ ຫາຍ ແມ່ນນາຍຊ່າງທີ່ເກັ່ງຂອງອູ່ສ້ອມແປງລົດໂອໂຕທີ່ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ອາຊີບນີ້ມີລາຍຮັບດີ. ອ້າຍ ຫ໋າຍ ມັກອາຊີບນີ້ຍ້ອນວ່າໄດ້ນຳມາໃຫ້ອ້າຍຊີວິດການເປັນຢູ່ມີອັນກິນອັນຢູ່ຢ່າງພຽງພໍ ແລະ ຄວາມຜາສຸກ.

ຫວ່າງແລ້ວນີ້, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໄດ້ມີຄວາມເຫັນດີເປັນເອກະພາບກ່ຽວກັບມາດຕະການຈໍານວນໜຶ່ງເພື່ອຊຸກຍູ້ການພົວພັນດ້ານແຮງງານສອງຝ່າຍຢ່າງຮອບດ້ານ ແລະ ຍົກສູງປະສິດທິຜົນຂອງບັນດາໂຄງການທີ່ກ່ຽວຂ້ອງເຖິງຜູ້ອອກແຮງງານ.

ຕະຫຼາດແຮງງານຢູ່ປະເທດລາວ ມີຄວາມດຶງດູດແຮງງານ ຫວຽດນາມ

ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ລົງນາມໃນບົດບັນທຶກຮ່ວມມືລະຫວ່າງສອງກະຊວງໄລຍະ 2019-2021.

ຕາມນັ້ນແລ້ວ, ສອງຝ່າຍກໍ່ໄດ້ສະເໜີພິຈາລະນາເລື່ອງຍູ້ແຮງການສ້າງຕັ້ງບັນດາບໍລິສັດສະໜອງແຮງງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງຢູ່ທ້ອງຖິ່ນ ແລະ ອື່ນໆ. ດ້ວຍບັນດາປັດໄຈພາວະວິໄສ ແລະ ອັດຕະວິໄສຄືດັ່ງກ່າວ, ອາດເຫັນໄດ້ວ່າ, ຕະຫຼາດແຮງງານຢູ່ ລາວ ພວມຟົດຟື້ນທີ່ສຸດ, ແມ່ນຈຸດນັດພົບທີ່ເໝາະສົມໃຫ້ແກ່ຜູ້ອອກແຮງງານຫວຽດນາມ ໄປປະຕິບັດງານ ແລະ ເຮັດວຽກຢູ່ ລາວ.

(ໄຊພອນ)