|
ພິທີເຊັນບົດບັນທຶກມອບຮັບໂຄງການ. (ພາບ: ເລືອງຫງ໋ອກຢຸ໋ງ)
ນີ້ແມ່ນອາຄານໄດ້ຮັບການລົງທືນກໍ່ສ້າງຈາກ ແຫຼ່ງທືນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ມອບໃຫ້ແກ່ລັດຖະບານລາວ ດ້ວຍມູນຄ່າການລົງທືນໄດ້ຮັບການອະນຸມັດແມ່ນ 43.552 ລ້ານດົ່ງ. ໃນນັ້ນ ແຫຼ່ງທືນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ແມ່ນ 39.352ລ້ານດົ່ງ; ທືນປະກອບສ່ວນຂອງລັດຖະບານລາວ ແມ່ນ 4.200 ລ້ານດົ່ງ.
ກະຊວງ ກະສິກຳ-ປ່າໄມ້ ລາວ ໄດ້ມອບໃບຍ້ອງຍໍໃຫ້ແກ່ເຈົ້າຂອງໂຄງການ- ຄືກະຊວງ ກະສິກຳ-ພັດທະນາຊົນນະບົດຫວຽດນາມ ແລະ ຫົວໜ່ວຍກໍ່ສ້າງ. (ພາບ: ເລືອງຫງ໋ອກຢຸ໋ງ)
ອາຄານຂອງໂຄງການປະກອບມີ : ອາຄານເຮັດວຽກ 2 ຊັ້ນມີເນື້ອທີ່ປະມານ 556 ແມັດກາເລ ປະກອບມີ ຫ້ອງເຮັດວຽກ 5 ຫ້ອງ ແລະ ຫ້ອງປະຊຸມ 1 ຫ້ອງ ຈຸໄດ້ 100 ບ່ອນນັ່ງ; ຫ້ອງອາຫານປະສົມຫ້ອງວາງສະແດງ, ໂຄສະນາສິນຄ້າ ທີ່ມີ ເນື້ອທີ່ 370 ແມັດກາເລ... ບໍລິສັດ ກໍ່ສ້າງ COECCO-ລາວ ຈຳກັດຜູ້ດຽວ (ກຸ່ມບໍລິສັດຮ່ວມມືການຄ້າ-ທະຫານເຂດ4) ແມ່ນຫົວໜ່ວຍຮັບຜິດຊອບໃນການອອກແບບ ແລະ ກໍ່ສ້າງ.
ພາຍຫຼັງໜຶ່ງປີ ຂອງການກໍ່ສ້າງ, ອາຄານໄດ້ສຳເລັດຕາມກຳນົດຂອງ ແຜນການອອກແບບທີ່ອະນຸມັດ, ມີຄວາມຮັບປະກັນດ້ານຄຸນນະພາບ, ເຕັກນິກ, ຄວາມງາມ, ຮັບປະກັນປະສິດທິຜົນຂອງໂຄງການ ແລະ ໄດ້ຮັບການທົດລອງໃຊ້ຈາກບັນດາຂະແໜງການທີ່ກ່ຽວຂ້ອງ.
(ຫັດທະບູນ)