ງານວາງສະແດງຮູບພາບລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ຄົບຮອບ 70 ປີ

17:42 | 27/10/2019

ຕອນເຊົ້າວັນທີ 25 ຕຸລາ, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ຫໍພິພິທະພັນປະຫວັດສາດກອງທັບລາວ ໄດ້ຈັດຕັ້ງງານວາງສະແດງຮູບພາບລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໃນພາລະກິດປະຕິວັດຂອງປະຊາຊົນລາວ ບັນດາເຜົ່າ ຄົບຮອບ 70 ປີ (30/10/1949 - 30/10/2019).

ການນໍາກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບລາວ, ການນໍາສະຖານທູດຫວຽດນາມປະຈໍາລາວ, ອົງການທີ່ປຶກສາທູດຝ່າຍປ້ອງກັນຊາດຫວຽດນາມ ປະຈໍາລາວ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການ, ຂະແໜງການທີ່ກ່ຽວຂ້ອງຂອງລາວ ເຂົ້າຮ່ວມຢ່າງພ້ອມພຽງ.

ງານວາງສະແດງຮູບພາບລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ຄົບຮອບ 70 ປີ
ບັນດາຜູ້ແທນເຂົ້າຮ່ວມພິທີໄຂງານວາງສະແດງ. ພາບ: vov.vn

ງານວາງສະແດງຮູບພາບລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ຄົບຮອບ 70 ປີ
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ແລະທ່ານພົນໂທ ທອງລອຍ ສີລິວົງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຕັດແຖບຜ້າໄຂງານວາງສະແດງ. ພາບ: vov.vn

ງານວາງສະແດງຮູບພາບລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ຄົບຮອບ 70 ປີ
ບັນດາຜູ້ແທນຢ້ຽມຊົມ ແລະຮັບຟັງການແນະນໍາກ່ຽວກັບບັນດາຮູບພາບເອກະສານທີ່ງານວາງສະແດງ. ພາບ: vov.vn

ງານວາງສະແດງ ໄດ້ວາງສະແດງຮູບພາບ, ເອກະສານທີ່ລໍ້າຄ່າຈໍານວນ 300 ຢ່າງກ່ຽວກັບຊຸມປີເດືອນທີ່ສູ້ຮົບຢ່າງທຸກຍາກລໍາບາກ, ການເສຍສະຫຼະ ຊີວິດຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ດິນແດນລາວ ນັບແຕ່ຊຸມວັນເລີ່ມຕົ້ນຂອງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ; ບັນດາ ຮູບພາບກ່ຽວກັບບັນດາການນໍາສອງປະເທດ ໃນວິວັດການສົມທົບກັນຊີ້ນໍາ ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງຢູ່ສອງປະເທດ ຫວຽດນາມ - ລາວ ແລະການໜູນຊ່ວຍ, ສາມັກຄີກັນສູ້ຮົບລະຫວ່າງທະຫານອາສາສະໝັກຫວຽດນາມ ແລະກອງທັບປະເທດລາວ ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາ ປົດປ່ອຍປະເທດ ລາວ ໃນເດືອນ ສິງຫາ ປີ 1975.

ງານວາງສະແດງຮູບພາບລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ຄົບຮອບ 70 ປີ
ບັນດາຮູບພາບເອກະສານທີ່ງານວາງສະແດງ. ພາບ: vov.vn
ງານວາງສະແດງຮູບພາບລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ຄົບຮອບ 70 ປີ
ງານວາງສະແດງ ໄດ້ວາງສະແດງຮູບພາບ, ເອກະສານທີ່ລໍ້າຄ່າຈໍານວນ 300 ຢ່າງກ່ຽວກັບຊຸມປີເດືອນທີ່ສູ້ຮົບຢ່າງທຸກຍາກລຳບາກ, ການເສຍສະຫຼະຊີວິດຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ. ພາບ: vov.vn
ງານວາງສະແດງຮູບພາບລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ຄົບຮອບ 70 ປີ
ງານວາງສະແດງຮູບພາບເນື່ອງໃນໂອກາດລະນຶກວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໃນພາລະກິດການປະຕິວັດຂອງປະຊາຊົນລາວ ບັນດາເຜົ່າ (30/10/1949 - 30/10/2019). ພາບ: vov.vn

ທ່ານພັນໂທ ຄໍາສີ ລີຝຸງ, ຜູ້ອໍານວຍການຫໍພິພິທະພັນປະຫວັດສາດກອງທັບ ລາວ ໃຫ້ຮູ້ວ່າ: “ງານວາງສະແດງແມ່ນການເຄື່ອນໄຫວ ເຊິ່ງບໍ່ພຽງແຕ່ຫວນຄືນ ແລະຈາລຶກບຸນຄຸນຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ໄດ້ ປະຕິບັດໜ້າທີ່ສາກົນໃນພາລະກິດຕໍ່ສູ້ປົດປ່ອຍຂອງປະຊາຊົນລາວ ບັນດາເຜົ່າ ເທົ່ານັ້ນ, ຫາກຍັງແມ່ນການໂຄສະນາເຜີຍແຜ່ກ່ຽວກັບມູນເຊື້ອ ການຮ່ວມສໍາພັນສູ້ຮົບຂອງກອງທັບລາວ ແລະຫວຽດນາມ ໃນການຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ ອີກດ້ວຍ, ເພື່ອໃຫ້ພະ ນັກງານ, ນັກຮົບ ແລະປະຊາຊົນທຸກຊັ້ນວັນນະທັງພາຍໃນ ແລະຕ່າງປະເທດ ເຫັນໄດ້ຄວາມໝາຍຄວາມສໍາຄັນ, ນໍ້າໃຈສາກົນອັງສູງສົ່ງໃສແຈ້ງຂອງ ເພື່ອນມິດຍຸດທະສາດ. ຈາກນັ້ນສືບທອດມູນເຊື້ອ ແລະສືບຕໍ່ພັດ ທະນານໍ້າໃຈສາມັກຄີ, ການຮ່ວມມືສູ້ຮົບແບບພິເສດຂອງກອງທັບ ປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ, ປະກອບ ສ່ວນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນທີ່ເປັນມູນເຊື້ອມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ໃຫ້ນັບມື້ນັບໜັກແໜ້ນ ແລະຍືນຍົງຍາວນານ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.