ຊາວຫວຽດນາມທີ່ ອາໄສ ຢູ່ແຂວງຫົວພັນ ໄດ້ຊ່ວຍເຫຼືອ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ເມືອງກວານເຊີນ ແລະ ເມືອງ ລາດ

09:36 | 23/08/2019

ຍສໝ - ວັນທີ 21 ສິງຫາ, ຢູ່ເມືອງກວານເ່ຊີນ, ຄະນະຜູ້ແທນ ຄົນຫວຽດກ່ຽວ ທີ່ ດຳລົງຊີວິດ ຢູ່ ແຂວງຫົວພັນ, ສປປ ລາວ ໄດ້ໃຫ້ການຊ່ວຍເຫຼືອປະຊາຊົນ ຢູ່ ບັນດາເມືອງທີ່ຖືກນ້ ຳຖ້ວມຄື: ເມືອງກວານເຊີນ 50 ລ້ານດົງ ແລະ ເມື່ອງລາດ 35 ລ້ານດົ່ງ.

ຊາວຫວຽດນາມທີ່ ອາໄສ ຢູ່ແຂວງຫົວພັນ ໄດ້ຊ່ວຍເຫຼືອ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ເມືອງກວານເຊີນ ແລະ ເມືອງ ລາດ

ຜູ້ຕາງໜ້າ ປະຊາຄົມຊາວຫວຽດນາມ ຢູ່ ແຂວງຫົວພັນ ໄດ້ມອບການຊ່ວຍເຫຼືອແກ່ ຜູ້ຕາງໜ້າ ເມືອງກວານເຊີນ.(ພາບ:baothanhhoa.vn)

ຊາວຫວຽດນາມທີ່ ອາໄສ ຢູ່ແຂວງຫົວພັນ ໄດ້ຊ່ວຍເຫຼືອ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ເມືອງກວານເຊີນ ແລະ ເມືອງ ລາດ

ຜູ້ຕາງໜ້າ ອຳນາດການປົກຄອງເມືອງເມື່ອງລາດ ຮັບການຊ່ວຍເຫຼືອ ຈາກຜູ້ຕາງໜ້າຊາວຫວຽດນາມ ຢູ່ຫົວພັນ.(ພາບ:baothanhhoa.vn)

ຊາວຫວຽດນາມທີ່ ອາໄສ ຢູ່ແຂວງຫົວພັນ ໄດ້ຊ່ວຍເຫຼືອ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ເມືອງກວານເຊີນ ແລະ ເມືອງ ລາດ

ຜູ້ຕາງໜ້າ ຊາວຫວຽດນາມ ຢູ່ ຫົວພັນ ໄດ້ກ່າວຄຳເຫັນ, ແບ່ງປັນຄວາມໂສກເສົ້າກັບປະຊາຊົນໃນ 2 ເມືອງທີ່ຖືກນໍ້າຖ້ວມ.(ພາບ:baothanhhoa.vn)

ດ້ວຍຈິດໃຈທີ່ຢາກຊ່ວຍເຫຼືອ, ຮັກແພງເຊິ່ງກັນແລະກັນ, ປະຊາຄົມຊາວຫວຽດນາມ ຢູ່ແຂວງຫົວພັນ, ປະເທດລາວດ້ວຍກຳລັງຫຼັກແມ່ນສະມາຄົມນັກທຸລະກິດຫວຽດນາມ ຢູ່ແຂວງຫົວພັນ, ໄດ້ລະດົມເງິນຈຳນວນ 85 ລ້ານດົ່ງ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ. ນີ້ແມ່ນຄວາມຮູ້ສຶກລູກຫຼານທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນເພື່ອແບ່ງປັນຄວາມຫຍຸ້ງຍາກ ແລະ ທຸກໂສກ ເຖິງຜູ້ປະສົບເຄາະຮ້າຍຈາກໄພພິບັດ ຂອງທຳມະຊາດ ຢູ່ສອງເມືອງຄື: ເມືອງກວານເຊີນ ແລະ ເມືອງ ເມື່ອງລາດ.

ຊາວຫວຽດນາມທີ່ ອາໄສ ຢູ່ແຂວງຫົວພັນ ໄດ້ຊ່ວຍເຫຼືອ ປະຊາຊົນທີ່ຖືກນໍ້າຖ້ວມ ຢູ່ເມືອງກວານເຊີນ ແລະ ເມືອງ ລາດ

ຜູ້ຕາງໜ້າ ອຳນາດການປົກຄອງເມືອງກວານເຊີນ ສະແດງຄວາມຂອບອົກຂອບໃຈຄະນະຜູ້ໃຈບຸນ.(ພາບ:baothanhhoa.vn)

ຜູ້ຕາງໜ້າອຳນາດການປົກຄອງ ສອງເມືອງ: ເມືອງກວານເຊີນ ແລະ ເມື່ອງລາດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ປະຊາຄົມຊາວຫວຽດນາມ ຫຼືວ່າ ຫວຽດກ່ຽວ ທີ່ອາໄສ ຢູ່ ແຂວງຫົວພັນ, ພ້ອມທັງສັນຍາວ່າຈະຈັດສັນແຫຼ່ງທືນການຊ່ວຍເຫຼືອນີ້ ໃຫ້ໄປເຖິງ ຈຸດເປົ້າໝາຍ, ທັນການ ຮອດມືປະຊາຊົນຜູ້ທີ່ປະສົບໄພ ແລະ ໄດ້ຮັບຄວາມສູນຫາຍ. ຍ້ອນໄພນໍ້າຖ້ວມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.