ກອງປະຊຸມສຸດຍອດ ອາຊີ - ປາຊີຟິກ ປີ 2019

11:28 | 20/11/2019

ຍສໝ - ກອງປະຊຸມສຸດຍອດ ອາຊີ - ປາຊີຟິກ (APS) ປີ 2019 ໄດ້ໄຂຂຶ້ນໃນວັນທີ 19 ພະຈິກ ຢູ່ ນະຄອນຫລວງ ພະນົມເປັນ ປະເທດກຳປູເຈຍ.

ກອງປະຊຸມສຸດຍອດ ອາຊີ - ປາຊີຟິກ ປີ 2019

ກອງປະຊຸມສຸດຍອດ ອາຊີ - ປາຊີຟິກ ປີ 2019

ກອງປະຊຸມສຸດຍອດ ອາຊີ - ປາຊີຟິກ ປີ 2019 ດ້ວຍຫົວຂໍ້ “ຮັບມືກັບບັນດາສິ່ງທ້າທາຍຕົ້ນຕໍປະຈຸບັນ: ສັນຕິພາບ, ປອງດອງຊາດ, ຫນູນຊ່ວຍເຊິ່ງກັນ ແລະກັນ ພ້ອມກັນວັດທະນາຖາວອນ ແລະ ບັນດາຄຸນຄ່າທົ່ວໂລກ”. ເຂົ້າຮ່ວມກອງປະຊຸມ ມີແຂກຖືກເຊີນປະມານ 2000 ຄົນມາຈາກ 50 ປະເທດ ແລະ ພາກພື້ນ ລວມມີ ບັນດາປະມຸກລັດ ແລະ ອະດີດປະມຸກລັດ, ການນຳລັດຖະບານ, ສະພາແຫ່ງຊາດ.ໃນໄລຍະດຳເນີນກອງປະຊຸມ, ບັນດາຜູ້ແທນຈະປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເພື່ອແນໃສ່ເພີ່ມທະວີການຮ່ວມມື, ຍົກສູງຄຸນຄ່າຂອງສັນຕິພາບ, ວັດທະນາຖາວອນສຳລັບມວນມະນຸດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.