ໜັງສືພິມ ທະຫານຊາຍແດນ ຂໍນຳສະເໜີເນື້ອໃນຂອງສານອວຍພອນອັນຄົບຖ້ວນ.
ກົມໃຫ່ຍປ້ອງກັນຄວາມສະຫງົບ(502), ກະຊວງປ້ອງກັນຄວາມສະຫງົບ, ແຫ່ງ ສປປ ລາວ
ຮຽນ: ສະຫາຍ ພົນໂທ ຮ່ວາງ ຊົນຈຽ໋ນ, ກຳມະການສູນກາງພັກ, ກຳມະການທະຫານສູນກາງ, ຫົວໜ້າກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ.
ເນື່ອງໃນໂອກາດ ຄົບຮອບ 60 ປີ ແຫ່ງວັນມູນເຊື້ອ ທະຫານຊາຍແດນຫວຽດນາມ (3/3/1959-3/3/2019) ແລະ ຄົບຮອບ 30 ປີ ວັນທະຫານຊາຍແດນທົ່ວປວງຊົນ (3/3/1989-3/3/2019), ຂ້າພະເຈົ້າ ພົນຈັດຕະວາ ບຸນມີ ແສງຄຳດວງ, ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກົມໃຫຍ່ກົມປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ເປັນກຽດຕ່າງໜ້າ ໃຫ້ຄະນະພັກ-ການນຳຂອງກົມໃຫຍ່ປ້ອງກັນຄວາມສະຫົງບລາວ ສະແດງຄວາມຈິງໃຈ, ຄວາມສາມັກຄີ, ມິດຕະພາບ ແລະ ຝາກເຖິງ ຄະນະພັກ-ກໍ່ຄືການນຳ ກອງບັນຊາການທະຫານຊາຍແດນ, ບັນດາຫົວໜ່ວຍທີ່ຂື້ນກັບ ກອງບັນຊາການທະຫານຊາຍແດນ, ພະນັກງາານທະຫານ, ນັກຮົບ, ກຳລັງທະຫານຊາຍແດນ ຫວຽດນາມ ເວົ້າລວມ, ແລະ ສ່ວນຕົວ ສະຫາຍ ພົນໂທ ຮ່ວາງ ຊົນຈ໋ຽນ ກຳມະການກົມການເມືອງ ສູນກາງພັກ, ຄະນະພັກທະຫານສູນກາງ, ຫົວໜ້າກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ເວົ້າສະເພາະ ຄຳອວຍພອນ ອັນຈົບງາມທີ່ສຸດ.
|
ພົນໂທ ຮ່ວາງ ຊົນຈ໋ຽນ ແລະ ພົນຈັດຕະວາ ບຸນມີ ແສງຄຳດວງ ຮ່ວມເຊັນບົດບັນທຶກລົງນາມໃນບົດບັນທຶກກອງປະຊຸມ ຮັບປະກັນຄວາມສະຫງົບ, ຄວາມປອດໄພ ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ຄັ້ງທີ III ໂດຍ ກອງບັນຊາການທະຫານຊາຍແດນ ແລະ ກົມໃຫຍ່ປ້ອງກັນຄວາມສະຫງົບ ລາວ ປະສານສົມທົບໃນການຈັດພິທີ ໃນວັນທີ 12-09-2018 ຢູ່ ນະຄອນຫຼວງວຽງຈັນ. (ພາບ: ຟ້າມ ວັນຕ່ວານ)
ຂ້າພະເຈົ້າຂໍອວຍພອນໃຫ້ບັນດາໝາກຜົນ ແລະ ບັນດາໄຊຊະນະອັນຍິ່ງໃຫຍ່ ທີ່ກຳລັງທະຫານຊາຍແດນ ຫວຽດນາມຍາດມາໄດ້ໃນຊຸມປີທີ່ຜ່ານມາ ໃນຂະບວນ ປົກປັກຮັກສາ ແລະ ການສ້າງສາ ພັດທະນາປະເທດ, ຄວາມເສຍສະຫຼະ, ຄວາມອົດທົນ, ຄວາມໜັກແໜ້ນ, ອົດສະຜ່ານຜ່າຄວາມຫຍຸ້ງຍາກ ເພື່ອເຮັດສຳເລັດພາລະກິດ ອັນສະຫງ່າງາມ ຂອງຕົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາສິນອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ, ພັດທະນາເສດຖະກິດ-ສັງຄົມອັນເຂັ້ມແຂງ. ຂ້າພະເຈົ້າ ເຊື່ອໝັ້ນວ່າ: ພາຍໃຕ້ການນຳອັນສະຫຼາດສ່ອງໃສ່ຂອງພັກກອມມູນິດຫວຽດນາມ ແລະ ຄະນະພັກຂັ້ນແຂວງ, ການນຳກະຊວງປ້ອງກັນປະເທດ ຫວຽດນາມ, ກຳລັງທະຫານຊາຍແດນຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ສາມາດຍາດມາໄດ້ຜົນສຳເລັດອັນໃຫຍ່ຫຼວງຂື້ນກ່ວາເກົ່າ. ພ້ອມກັນນັ້ນ ສືບຕໍ່ຮັດແໜ້ນ, ປັບປຸງ ແລະ ເສີມສ້າງນຳ້ໃຈສາມັກຄີ, ການຮ່ວມມືລະຫວ່າງ ກຳລັງປ້ອງກັນຄວາມສະຫງົບ ລາວ ແລະ ກຳລັງທະຫານຊາຍແດນຫວຽດນາມ ນັບມື້ນັບເກີດດອກອອກຜົນ ແລະ ໄດ້ຮັບໝາກຜົນອັນໃໝ່ຈົບງາມຂື້ນເກົ່າເກົ່າ.
ອີກຄັ້ງໜຶ່ງ, ຕ່າງໜ້າໃຫ້ຄະນະພັກ-ການນຳຂອງກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫົງແຫ່ງ ສປປ ລາວ ຂໍສົ່ງຄຳວວຍພອນໄຊ ມາຍັງສະຫາຍ ພົນໂທ ຮວ່າງ ຊົນຈ໋ຽນ, ກອງບັນຊາການທະຫານຊາຍແດນ ພ້ອມທັງພະນັກງານ, ນັກຮົບຂອງກຳລັງ ທະຫານຊາຍແດນຫວຽດນາມ ຄຳວວຍພອນໄຊ, ສຸກຂະພາບເຂັ້ມແຂວງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນມີກຽດສະຫງ່າງາມຂອງຕົນ.
ວັນທີ 1-3-2019
ຫົວໜ້າກົມໃຫຍ່ກົມປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ
(ໄດ້ເຊັນ)
ພົນຈັດຕະວາ ບຸນມີ ແສງຄຳດວງ
(ຫັດທະບູນ)