ບາດກ້າວເລີ່ມຕົ້ນໃຫ້ໄລຍະໃໝ່ຂອງສະຫະພາບເອີຣົບ

10:47 | 03/12/2019

ສະຫະພາບເອີຣົບ ໄດ້ເລີ່ມຕົ້ນໄລຍະໃໝ່ເມື່ອທ່ານນາງ Ursula von der Leyen ໄດ້ຮັບການເລືອກຕັ້ງເປັນປະທານຄະນະກຳມະການເອີຣົບ (EC) ແລະທ່ານ Charles Michel ໄດ້ຮັບການເລືອກຕັ້ງເປັນປະທານຄົນໃໝ່ຂອງສະພາບເອີຣົບ ຊຶ່ງຈະເລີ່ມຕົ້ນອາຍຸການຂອງຕົນຢ່າງເປັນທາງການ.

ບາດກ້າວເລີ່ມຕົ້ນໃຫ້ໄລຍະໃໝ່ຂອງສະຫະພາບເອີຣົບ

ພາບປະກອບ

ທ່ານ David Sassoli ປະທານສະພາຕ່ຳເອີຣົບ (EP) ໄດ້ເປັນເຈົ້າພາບຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສົນທິສັນຍາ Lisbon ມີຜົນສັກສິດ ແລະກໍ່ແມ່ນພິທີຮັບດຳລົງຕຳແໜ່ງຂອງບັນດາການນຳຄົນໃໝ່ຂອງສະຫະພາບເອີຣົບ (EU) ຢູ່ນະຄອນຫລວງບຣຸກແຊນ, ປະເທດແບນຊິກ. ທ່ານ Charles Michel ຢັ້ງຢືນວ່າ ສົນທິສັນຍາ Lisbon ໄດ້ກຳນົດສີສັນ, ຄວາມຫລາຍຮູບຫລາຍແບບ ແລະແມ່ນພື້ນຖານຂອງ ອີຢູ ໃນວັນນີ້, ທ່ານເນັ້ນໜັກວ່າ ຄວນສືບຕໍ່ນຳໃຊ້ສົນທິສັນຍາສະບັນນີ້ໃນກິດຈະການປະຕິຮູບຂອງ ເອີຣົບ. ໃນຂະນະນັ້ນ, ທ່ານນາງ Ursula von der Leyen ປາດຖະໜາວ່າ ບັນດາປະເທດສະມາຊິກ ອີຢູ ຕ້ອງມີຄວາມຮັບຜິດຊອບພັດທະນາກຸ່ມ ອີຢູ ໃຫ້ເຂັ້ມແຂງກວ່າໃນອະນາຄົດ. ວັນທີ 29 ພະຈິກ, ມີ 6 ປະເທດເອີລົບ ລວມມີ ແຟງລັງ, ແບນຊິກ, ແດນມາກ, ໂຮນລັງ, ນອກແວ ແລະສະວິດ ແຈ້ງໃຫ້ຊາບວ່າໄດ້ເຂົ້າຮ່ວມເຄື່ອງມືໜູນຊ່ວຍການແລກປ່ຽນການຄ້າ (INSTEX) - ກົນໄກການເງິນຂອງສະຫະພາບເອີລົບ (ອີຢູ) ເຊິ່ງໄດ້ສ້າງອອກມາເພື່ອສ້າງເງື່ອນໄຂສະດວກໃນການແລກປ່ຽນການຄ້າກັບອີຣານ ໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດຂອງອາເມລິກາ. ຖະແຫຼງການຮ່ວມຂອງ 6 ປະເທດນີ້ກໍ່ຮຽກຮ້ອງໃຫ້ອີຣານ “ກັບຕ່າວຄືນຫາກບໍ່ໂຈະການປະຕິບັດບັນດາມາດຕາ ແລະຂ້ໍກຳນົດໃນຂໍ້ຕົກລົງນິວເຄຼຍຢ່າງຄົບຖ້ວນ”. ກ່ອນໜ້ານັ້ນ, ເຢຍລະມັນ, ອັງກິດ ແລະຝະລັ່ງ ໄດ້ເລີ່ມປະຕິບັດກົນໄກດັ່ງກ່າວເມື່ອເດືອນມັງກອນ ພາຍໃຕ້ຄວາມກົດດັນຂອງອີຣານ ເພື່ອແນໃສ່ຮັກສາ JCPOA. INSTEX ແມ່ນກົນໄກຊຳລະເຊິ່ງອັງກິດ, ຝະລັ່ງ ແລະເຢຍລະມັນ ຊຸກຍູ້ ເພື່ອແນໃສ່ໜູນຊ່ວຍການແລກປ່ຽນດ້ານການຄ້າກັບອີຣານ ແລະຊ່ວຍໃຫ້ເຕເຮຣານ ຫຼີກລ່ຽງບັນດາມາດຕະການລົງໂທດຂອງວໍຊິງຕັນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.