ການນໍານະຄອນໂຮ່ຈິມິນ ອວຍພອນບຸນປີໃໝ່ລາວ

08:11 | 11/04/2019

ຕອນທ່ຽງວັນທີ 9 ເມສາ, ຄະນະຜູ້ແທນນະຄອນໂຮ່ຈິມິນ ນໍາໂດຍ ທ່ານ ເຈິ່ນລຶວກວາງ, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈິມິນ ໄດ້ໄປອວຍພອນພະນັກງານ, ພາລະກອນສະຖານກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈິມິນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ (ພສ 2562) ຂອງສປປ ລາວ.

ການນໍານະຄອນໂຮ່ຈິມິນ ອວຍພອນບຸນປີໃໝ່ລາວ

ທ່ານ ເຈິ່ນລຶວກວາງ ອວຍພອນທ່ານນາງ ພິມພາ ແກ້ວມີໄຊ ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ. (ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານ ເຈິ່ນລຶວກວາງ ອວຍພອນທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈິມິນ ພ້ອມກັບພະນັກງານ, ພາລະກອນສະຖານກົງສູນໃຫຍ່ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ; ພ້ອມກັບນະຄອນໂຮ່ຈິມິນ ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບໝັ້ນຄົງ, ພັດທະນາຕື່ມອີກ.

ທ່ານນາງ ພິມພາ ແກ້ວມີໄຊ ສະແດງຄວາມຂອບອົກຂອບໃຈການໜູນຊ່ວຍ, ຊ່ວຍເຫຼືອຂອງລັດຖະບານ ແລະປະຊາຊົນຫວຽດນາມ ຕໍ່ລັດຖະບານ ແລະປະຊາຊົນລາວ, ກໍ່ຄືຄວາມເອົາໃຈໃສ່ຢ່າງຮອບຄອບຖີ່ຖ້ວນຂອງນະຄອນໂຮ່ຈິມິນ ຕໍ່ສະຖານກົງສູນໃຫຍ່ລາວ ໃນໄລຍະຜ່ານມາ. ທ່ານນາງກໍ່ປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມມື, ຊ່ວຍເຫຼືອຈາກນະຄອນໃນຊຸມປີຕໍ່ໜ້າ.

ການນໍານະຄອນໂຮ່ຈິມິນ ອວຍພອນບຸນປີໃໝ່ລາວ

ທ່ານ ເຈິ່ນລຶວກວາງ ເຂົ້າຮ່ວມພິທີບາສີສູ່ຂວັນເນື່ອງໃນໂອກາດບຸນປີໃໝ່ລາວ. (ພາບ: ສໍານັກຂ່າວສານຫວຽດນາມ)

ເມື່ອແບ່ງປັນຄວາມໝາຍປະເພນີຕ້ອນຮັບບຸນປີໃໝ່ຂອງປະເທດລາວ, ທ່ານນາງ ພິມພາ ແກ້ວມີໄຊ ເນັ້ນໜັກວ່າ, ສອງປະເທດຫວຽດນາມ-ລາວ ມີຫຼາຍຈຸດທີ່ຄ້າຍຄືກັນ, ມີສາຍພົວພັນໝັ້ນຄົງ, ສະໜິດຕິດພັນ. ລັດຖະບານ ແລະປະຊາຊົນລາວ ປາດຖະໜາຢາກ ຫວຽດນາມ, ໃນນັ້ນມີນະຄອນໂຮ່ຈິມິນ ຈະຈັດຕັ້ງຫຼາຍກິດຈະກໍາຮ່ວມມືມິດຕະພາບ, ປັບປຸງ, ພັດທະນາສາຍພົວພັນທີ່ເປັນມູນເຊື້ອອັນດີງາມກວ່າອີກ, ພ້ອມກັນປະກອບສ່ວນສ້າງສາ ແລະພັດທະນາສອງປະເທດ.

ທ່ານ ເຈິ່ນລຶວກວາງ ແລະຜູ້ແທນນະຄອນໂຮ່ຈິມິນ ໄດ້ເຂົ້າຮ່ວມລາຍການຕ້ອນຮັບບຸນປີໃໝ່ ໂດຍສະຖານກົງສູນໃຫຍ່ ລາວ ຈັດຕັ້ງ, ເຂົ້າຮ່ວມບັນດາພິທີການ ຄື: ພິທີບາສີສູ່ຂວັນ, ພິທີຫົດນໍ້າ...

(ແຫຼ່ງ​ຂໍ້​ມູນ​: ທະນາພອນ/ກປ.ອອນໄລ)

ເຫດການ
ອ່ານຫຼາຍທີ່ສຸດ