![]() |
ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມພະນັກງານອ້ອມຂ້າງແຂວງ ເຂົ້າໄຫວອາໄລ ການເສຍຊີວິດຂອງ ອາດີດປະທານປະເທດ ຫວຽດນາມ ເລ ດຶກ ແອັງ.
ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2019 ນີ້, ກົງສູນຫວຽດນາມປະຈໍາແຂວງສະຫວັນນະເຂດ ໄດ້ຈັດພິທີໄຫວ້ອາໄລ ແລະ ລະນຶກເຖິງດວງວິນຍານ ຂອງທ່ານ ພົນເອກ ເລດຶກ ແອັງ ອະດີດກໍາມະການສູນກາງພັກສະໄໝທີ IV, V, VI, VII, VIII, ອະດີດເລຂາທິການສູນກາງພັກສະໄໝທີ VII ແລະ ເປັນກໍາມະການກົມການເມືອງ 3 ສະໄໝ, ອະດີດປະທານປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ. ເຊິ່ງທ່ານ ເກີດໃນ ວັນທີ 1 ທັນວາ 1920 ເກີດຢູ່ບ້ານລົກອານ ເມືອງພູ໋ລົກ ແຂວງເທື່ອທຽນເຫວ້ ແລະ ໄດ້ເສຍຊີວິດໃນວັນທີ 22 ເມສາ 2019 ທີ່ຜ່ານມານີ້, ຢູ່ທີ່ ເຮືອນພັກສ່ວນຕົວຂອງທ່ານເອງດ້ວຍໂຣກຊະລາ, ລວມອາຍຸໄດ້ 99 ປີ. ຜ່ານມາທ່ານໄດ້ເຂົ້າສູ່ຂະບວນການປະຕິວັດໃນປີ 1937 ແລະເຂົ້າເປັນສະມາຊິກພັກຄອມມູນິດຫວຽດນາມໃນປີ 1938. ຕະຫຼອດໄລຍະ 80 ກວ່າປີ ຖືໄດ້ວ່າເກືອບທັງຊີວິດທີ່ທ່ານໄດ້ອຸທິດຕົນເອງ ປະກອບສ່ວນເຂົ້າໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ໂດຍທ່ານໄດ້ມີຄຸນງາມຄວາມດີອັນຍິ່ງໃຫຍ່ຕໍ່ປະເທດຊາດ ໃນການຕໍ່ສູ້ນໍາພາປະເທດ ຈຶ່ງຮັບຫຼຽນໄຊ ແລ ະຫຼຽນກາ ຕ່າງໆຫຼາກຫຼາຍຫຼຽນ.
ດັ່ງນັ້ນ, ການນໍາຂັ້ນສູງ ຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ສະພາປະຊາຊົນແຂວງ, ກົງສູນໃຫຍ່ ແຫ່ງຣາຊະອານາຈັກໄທ ປະຈໍາ ແຂວງສະຫວັນນະເຂດ, ບັນດາກໍາລັງປ້ອງກັນຊາດ, ປ້ອງການຄວາມສະຫງົບ, ພະແນກການຕ່າງໆອ້ອມຂ້າງແຂວງ ແລະ ອີກຫຼາຍໆ ພາກສ່ວນເຊິ່ງນໍາໂດຍທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ນໍາພາກ້ອນກໍາ ລັງຕ່າງໆເຂົ້າວາງພວງມາລາເພື່ອໄຫວ້ອາໄລ ແລະ ລະນຶກເຖິງຄຸນງາມຄວາມດີ ຂອງທ່ານ ພົນເອກ ເລ ດຶກ ແອັງ ທີ່ໄດ້ອຸທິດໃນການຕໍ່ສູ້ກູ້ຊາດ ແລະ ສ້າງສາຍພົວພັນມິດຕະພາບ ລະຫວ່າງສອງຊາດ ລາວ-ຫວຽດນາມ ຈາກອະດີດມາຈົນເຖິງປະຈຸບັນນີ້./.
(ແຫຼ່ງຂໍ້ມູນ: Savanhphuttana News)