ຄະນະແຂວງບໍລິຄຳໄຊ ໄຫວ້ ປູນີຍະສະຖານ ກີມລຽນ

19:05 | 14/12/2018

ຍສໝ - ຕອນບ່າຍຂອງວັນທີ 13 ທັນວານີ້, ໃນຂອບເຂດການເຮັດວຽກກັບແຂວງ ເຫງະອານ, ຄະນະພະນັກງານການນຳແຂວງ ບໍລິຄຳໄຊ ນຳໂດຍສະຫາຍ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆ ບໍລິຄຳໄຊ ໄດ້ນຳພາຄະນະ ໄປຢ້ຽມຊົມ ແລະ ໄຫວ້ ອະນຸສອນສະຖານ ປະທານ ໂຮ່ຈີ໋ມິງ ຢູ່ ເຂດປູນີຍະສະຖານ ກິມລຽນ ເມືອງນາມດ່ານ.

ຄະນະແຂວງບໍລິຄຳໄຊ ໄຫວ້ ປູນີຍະສະຖານ ກີມລຽນ

ຄະນະຜູ້ແທນແຂວງ ບໍລິຄຳໄຊ ອາໄລຫາດວງວີນຍານດ້ວຍຄວາມເຄົາລົບນັບຖືປະທານ ໂຮ່ຈິມິນ. (ພາບ: baonghean.vn)

ດ້ວຍຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນ ບັນດາສະຫາຍໃນຄະນະ ໄດ້ເຂົ້າໄຫວ້ ຈູດທູບ ຖະຫວາຍດອກໄມ້ຕໍ່ໜ້າອະນຸສອນໂຮ່ຈິ໋ມິງ -ຜູ້ເສຍສະຫຼະທັງຊີວິດໃຫ້ແກ່ພາລະກິດ ປົດປ່ອຍປະຊາຊົນຫວຽດນາມບັນດາເຜົ່າ ແລະ ປະຊາຊົນລາວອ້າຍນ້ອງ.

ປະທານໂຮ່ຈີ໋ມິງ ໄດ້ຮ່ວມກັບບັນດາສະຫາຍການນຳຂອງພັກ-ລັດຖະບານ ລາວ ຕໍ່ສູ້ຢ່າງລະອິດລະອ້ຽວບໍ່ມີວັນພັກຜ່ອນເພື່ອເອກກະລາດ ແລະ ເສລີພາບ ຂອງປະຊາຊົນສອງຊາດ ເພື່ອສັນຕິພາບຂອງປະຊາຊົນທັງໂລກ.

ຄະນະແຂວງບໍລິຄຳໄຊ ໄຫວ້ ປູນີຍະສະຖານ ກີມລຽນ

ບັນດາຜູ້ແທນແຂວງ ບໍລິຄຳໄຊ ຮັບຟັງການແນະນຳກ່ຽວກັບບັນດາວັດຖຸທີ່ລະນຶກ ຢູ່ບ້ານເກີດເມືອງນອນຂອງປະທານ ໂຮ່ຈິມິນ. (ພາບ: baonghean.vn.)

ຕອນບ່າຍຂອງວັນດຽວກັນຄະນະໄດ້ ຢ້ຽມຢາມ ບ້ານຂອງພໍ່ແມ່ປະທານ ໂຮ່ຈີ໋ມິງ, ຮັບຝັງການເລົ່າປະຫວັດກ່ຽວກັບ ຊີວິດ ແລະ ພາລະກິດຂອງ ທ່ານປະທານໂຮ່ຈິ໋ມິງ ແລະ ບັນດາຍາດຕິພີ່ນ້ອງໃນຄອບຄົວຂອງທ່ານປະທານໂຮ່ຈີ໋ມິງ.

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.