|
ກອງພັນທີ 5 ກອງທັບປະຊາຊົນລາວ ໄດ້ ເຊັນສັນຍາມອບ-ຮັບເງິນ ແລະ ມອບໃບກຽດຕິຄຸນໃຫ້ແກ່ ສະຫາຍພັນເອກ ເລວັນ ວັນເທື່ອງ ຕາງໜ້າໃຫ້ແກ່ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ. (ພາບ: ສະຖານີໂທລະພາບແຂວງຈຳປາສັກ)
ໃນໂອກາດມາຄັ້ງນີ້, ສະຫາຍໄດ້ສະແດງຄວາມຢ່ຽມຢາມຖາມຂ່າວເຖິງຄະນະພັກຄະນະບັນຊາ ພະນັກງານນັກຮົບຢູ່ໃນທົ່ວກອງພົນທີ 5 ພ້ອມທັງສະແດງຄວາມຮັກແພງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນມາຕະຫຼອດ ນັບແຕ່ບັນພະບູລຸດຮອດປະຈຸບັນທີ່ ສອງພັກ, ສອງລັດ, ສອງຊາດລາວ-ຫວຽດນາມ-ຫວຽດນາມ-ລາວ ກໍ່ຄື ສອງກອງທັບທີ່ມີມູນເຊື້ອການຕໍ່ສູ້ຄຽງບ່າຄຽງົລ່ກັນຕະຫຼອດມາເວົ້າລວມ, ເວົ້າສະເພາະກໍ່ຄືການພົວພັນຮ່ວມມືລະຫວ່າງ 2 ກອງພົນທີ 5 ກອງທັບປະຊາຊົນລາວ ກັບເຂດ 5 ກອງທັບປະຊາຊົນຫວຽດນາມ ທີ່ຍາມໃດກໍ່ໄດ້ມີການພົວພັນຮ່ວມມືຢ່າງສະນິດແໜ້ນ.
ໂອກາດດັ່ງກ່າວ ພັນໂທ ສີປະເສີດ ເຜີຍຄຳສິງ ກໍ່ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ທີ່ສະຫາຍໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ໃຫ້ຄຳໜັ້ນສັນຍາວ່າຈະນຳເອົາເງິນຈຳນວນດັ່່ງັກ່າວນຳເຂົ້າໃຊ້ໃນວຽກງານຂອງກົມກອງໃຫ້ມີປະສິດທິພາບສູງ ທັງອວຍພອນໃຫ້ສາຍພົວພັນການຮ່ວມມືກັນທັງສອງພັກ, ສອງລັດ, ສອງກອງທັບ ເວົ້າລວມ, ເວົ້າສະເພາະກໍ່ຄື ກອງພົນທີ 5 ກອງທັບປະຊາຊົນລາວ ກັບເຂກ 5 ກອງທັບປະຊາຊົນຫວຽດນາມ ຈົ່ງພ້ອມກັນສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຮ່ວມມື ພິເສດຮອບດ້ານໃຫ້ຈະເລີນງອກງາມຕະຫຼອດກາລະນານ. ໂອກາດດັ່ງກ່າວຍັງໄດ້ເຊັນສັນຍາມອບ-ຮັບເງິນ ແລະ ມອບໃບກຽດຕິຄຸນໃຫ້ແກ່ສະຫາຍພັນເອກ ເລວັນ ວັນເທື່ອງ ທີ່ປະກອບສ່ວນເງິນເຂົ້າໃນການປັບປຸງພື້ນຖານໂຄງລ່າງຂອງກົມກອງເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 70 ປີ.
(ຫັດທະບູນ)