ອາສາສະໝັກຊາວໜຸ່ມ ຮ່າຕິ່ງ ເດີນທາງມາກວດສຸຂະພາບໃຫ້ປະຊາຊົນເມືອງຄຳເກີດ

08:15 | 01/08/2018

ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່​ດ່ານ​ສາກົນ​ນ້ຳ​ພ້າວ​, ຄະນະ​ບໍລິຫານ​ງານ​ຊາວໜຸ່ມແຂວງ​ບໍລິ​ຄຳ​ໄຊ ນຳ​ໂດຍ ສະຫາຍ ​ແກ້ວ​ອຸດອນ ​ໄຊ​ປະ​ເສີດ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວໜຸ່ມ​ແຂວງ ​ພ້ອມ​ດ້ວຍ​ຄະນະ ​ໄດ້​ຕ້ອນຮັບ​ຊາວໜຸ່ມອາສາ​ສະໝັກຊາວໜຸ່ມຕະລຸ່ມ​ບອນ ​ແຂວງ​ຮ່າ​ຕິ່ງ ສສ ຫວຽດນາມ ​ເຊິ່ງນຳ​ໂດຍ ສະຫາຍ ຫງວຽນ​ແທ່ງ​ດົງ ຮອງ​ເລຂາ​ຊາວໜຸ່ມ​ແຂວງ, ປະທານ​ສະຫະພັນ​ຊາວໜຸ່ມ​ແຂວງ​ຮ່າ​ຕິງ​ ພ້ອມ​ດ້ວຍ​ອາສາ​ສະໝັກຊາວໜຸ່ມ​ແພດ ​ແລະຊາວໜຸ່ມມະຫາວິທະຍາ​ໄລ​ຮ່າ​ຕິ່ງ ​ທີ່​ເດີນທາງ​ມາກ​ວດ​ສຸຂະພາບ ​ແລະ​ແຈກ​ຢາ​ຍຢາ​ໂດຍ​ບໍ່​ເສຍ​ຄ່າໃຫ້​ພໍ່​ແມ່​ປະຊາຊົນເມືອງ​ຄຳ​ເກີດ ​ແລະສອນ​ພາສາ​ຫວຽດນາມ​ ໃນ​ໄລຍະ 1 ​ເດືອນ​ຢູ່​​ເມືອງ​ວຽງທອງຈຳນວນ 31 ສະຫາຍ, ຍິງ 18 ສະຫາຍ.

ອາສາສະໝັກຊາວໜຸ່ມ ຮ່າຕິ່ງ ເດີນທາງມາກວດສຸຂະພາບໃຫ້ປະຊາຊົນເມືອງຄຳເກີດ

ອາສາສະໝັກຊາວໜຸ່ມ ຮ່າຕິ່ງ ເດີນທາງມາກວດສຸຂະພາບໃຫ້ປະຊາຊົນເມືອງຄຳເກີດ. (ພາບ: ຂປລ)

ໂອກາດ​ນີ້, ຄະນະ​ດັ່ງກ່າວ​ໄດ້​ເດີນທາງ​ໄປ​ກວດ​ສຸຂະພາບ ​ແລະແຈກ​ຢາຍ​ຢາ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ກຸ່ມ​ບ້ານ​ໂພນ​ຕານ ​ຈຳນວນ 7 ໝູ່ບ້ານ, ພ້ອມ​ທັງ​ແຈກ​ຢາຍ​ຢາໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ຈຳນວນ 50 ​ແກັດ, ທັງ​ນີ້ກໍ​ເພື່ອປະຕິບັດ​ຕາມ​ບົດ​ບັນທຶກ​ແຮກສ່ຽວຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະກັນລະຫວ່າງ​ຊາວໜຸ່ມ​ແຂວງ​ບໍລິ​ຄຳ​ໄຊ ​ແລະຊາວໜຸ່ມ​ແຂວງ​ຮ່າ​ຕິ່ງ ສສ ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.