|
ກອງປະຊຸມສະຫຼຸບວຽກງານພົວພັນຕ່າງປະເທດ, ຊາຍແດນ ແລະການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານ ປີ 2018 ແລະຜັນຂະຫຍາຍວຽກງານ ປີ 2019 ຢູ່ແຂວງຮ່າຕິ້ງ. (ພາບ: baohatinh.vn)
ໃນປີຜ່ານມາ, ແຂວງຮ່າຕິ້ງ ສືບຕໍ່ເພີ່ມທະວີວຽກງານເຊື່ອມໂຍງເຂົ້າກັບສາກົນ; ຮັກສາ, ປັບປຸງສາຍພົວພັນຮ່ວມມືມິດຕະພາບແບບພິເສດກັບ ສປປ ລາວ; ເປີດກວ້າງການພັດທະນາເສດຖະກິດ, ແລກປ່ຽນວັດທະນະທໍາ-ສັງຄົມກັບບັນດາປະເທດໃນເຂດແລວເສດຖະກິດຕາເວັນອອກ-ຕາເວັນຕົກ ແລະອະນຸພາກພື້ນແມ່ນໍ້າຂອງ.
ໃນວຽກງານຊາຍແດນທາງບົກ, 2 ແຂວງ ບໍລິຄໍາໄຊ, ຄໍາມ່ວນ (ປະເທດລາວ) ກໍ່ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບແຂວງຮ່າຕິ້ງ. ໃນປີ 2018, ກໍາລັງທີ່ກ່ຽວຂ້ອງບັນດາທ້ອງຖິ່ນໄດ້ຕໍ່ສູ້ກັບຄະດີຢາເສບຕິດ 3 ກໍລະນີປະສົບຜົນສໍາເລັດ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ຫວຽດນາມ-ລາວ.
ກອງປະຊຸມກໍ່ຍົກອອກບາງຂໍ້ຕິດຂັດໃນວຽກງານພົວພັນຕ່າງປະເທດ; ດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດ; ຍົກອອກບາງມາດຕະການເພື່ອແນໃສ່ປະຕິບັດໜ້າທີ່ປີ 2019 ຢ່າງມີໄຊ.
ສະຫຼຸບກອງປະຊຸມ, ທ່ານ ດັ້ງກວັກວີງ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງຮ່າຕິ້ງ ສະເໜີບັນດາຂະແໜງ, ທ້ອງຖິ່ນສືບຕໍ່ເສີມຂະຫຍາຍໝາກຜົນ, ແກ້ໄຂບັນດາຂໍ້ຄົງຄ້າງ, ຂໍ້ຈໍາກັດເພື່ອບັນລຸໄດ້ໝາກຜົນສູງກວ່າເກົ່າ. ເພີ່ມທະວີວຽກງານພົວພັນຕ່າງປະເທດ, ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດຕິດກັບຊາຍແດນ; ຍາດແຍ່ງລະດົມບັນດາແຫຼ່ງທຶນທີ່ບໍ່ຂຶ້ນກັບລັດຖະບານ, ໂຄງການລົງທຶນເຂົ້າແຂວງຮ່າຕິ້ງ, ເປັນຕົ້ນແມ່ນສໍາລັບເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ.