ທ່ານນາຍົດລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ປີ 2017

00:33 | 08/06/2017

ວກ.ອອນ​ໄລ - ​ແຕ່​ວັນ​ທີ່ 11 ຫາ 12 ພຶດສະພາ 2017, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຫ່ງ​ ສສ ຫວຽດນາມ ​ໄດ້​ມາ​ເຖິງ​ນະຄອນຫຼວງ​ພະນົມ​ເປັນ​, ລາຊະ​ອານາ​ຈັກ​ກຳປູ​ເຈຍ ​ເພື່ອ​ເຂົ້າ​ຮ່ວມ​ເວທີ​ປຶກສາຫາລື​ເສດຖະກິດ​ໂລກ​ ວ່າດ້ວຍອາ​ຊຽນ ປີ 2017.

ເວທີ​ປຶກສາຫາລືເສດຖະກິດ​ໂລກ​ ວ່າດ້ວຍອາ​ຊຽນ ປີ 2017 ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນຫຼາຍ​ກວ່າ 600 ທ່ານ, ​ໃນ​ນັ້ນ​ມີ​ການ​ນຳ​ຂັ້ນ​ສູງ​ຂອງ​ຫຼາຍ​ປະ​ເທດ​ຄື ນາຍົກລັດ​ຖະມົນຕີ​ກຳປູ​ເຈຍ ສົມ​ເດັດ​ ຮຸນ​ເຊັນ, ນາ​ຍົກ​ລັດຖະມົນຕີ​ລາວ ທອງ​ລູນ ສີ​ສຸ​ລິດ, ປະທານາທິບໍດີ​ຟີ​ລິບ​ປີນ ​ໂຣດຣີ​ໂກ ດູ​ເຕີ​ເຕ; ລັດຖະມົນຕີ​ຫຼາຍ​ທ່ານ​ຂອງ​ປະ​ເທດ​ສະມາຊິກ​ສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເຊັ່ນ ຍີ່ປຸ່ນ, ສ.​ເກົາຫຼີ…; ຜູ້ນຳ​ຂອງ​ຫຼາຍ​ອົງ​ກາ​ຈັດ​ຕັ້ງ​ສາກົນ, ກຸ່ມ​ບໍລິສັດ​ໃຫຍ່​ ຂອງ​ພາກ​ພື້ນ ​ແລະ ສາກົນ.

​ໃນ​ເວລາ​ຮ່ວມ​ກອງ​ປະຊຸມ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ເຂົ້າ​ຮ່ວມ​ແລະ​ປະກອບ​ຄວາມ​ເຫັນ ​ໃນ​ພິທີ​ໄຂ​ກອງ​ປະຊຸມຄົບ​ຄະນະ "ອາ​ຊຽນ 50 ປີໜຸ່ມນ້ອຍ", ​ໃນ​ການ​ສົນທະນາ​ລະຫວ່າງ​ການ​ນຳ “ອາ​ຊຽນອາຍຸ 50 ປີ”, ​ໃນ​ການ​ສົນທະນາກ່ຽວ​ກັບ “ການ​ລົງ​ທຶນກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ສະໝາດ”, ຟັງ​ລາຍ​ງານ​ຂອງ​ໜ່ວຍ​ງານ​ຍຸດ​ທະ​ສາດ​ພາກ​ພື້ນ​ອາ​ຊຽນ, ​ໃນ​ການ​ສຳ​ມະ​ນາ​ສະ​ເພາະ​ກ່ຽວ​ກັບ​ຫວຽດນາມ, ​ໃນ​ວາລະ​ປິດ​ກອງ​ປະຊຸມ ​ແລະ ພິທີ​ມອບຮັບ​ໜ້າ​ທີ່​ເປັນ​ເຈົ້າພາບ​ເວທີ​ປຶກສາຫາລື​ເສດຖະກິດ​ໂລກ ວ່າດ້ວຍອາຊຽນ ປີ 2018 ​ໃຫ້​ຫວຽດນາມ.

ຢູ່​ທີ່​ລະບຽງ​ກອງ​ປະຊຸມ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ຕ້ອນຮັບ​ແລະ​ສົນທະນາ​ກັບ​ຜູ້ນຳ​ບັນດາ​ອົງການ​ຈັດ​ຕັ້ງ, ກຸ່ມ​ບໍລິສັດ​ໃຫຍ່​ຂອງ​ພາກ​ພື້ນ ​ແລະ ສາກົນ​ຄື ຜູ້ອຳນວຍການ​ຄຸ້ມຄອງ​ເວທີ​ປຶກສາຫາລືເສດຖະກິດ​ໂລກ ຟີ​ລິບ ​ໂຣສ​ເລີ, ປະທານ​ທະນາຄານ​ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ອາຊີ (AIIB) ກິມ ຊ່າງ​ຄູ້, ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ ຊິ​ສະ​ໂກ ​​ໂກ ຊິວ​ຮົງ, ປະທານ​ຮັບຜິດຊອບ​ພາກ​ພື້ນ​ອາຊີ-ປາຊີ​ຟິກ ຂອງ​ກຸ່ມ​ບໍລິ​ສັນ P&G ​ແມ​ກິ​ສວາຣານ ຊູຣາຈານ, ຜູ້ອຳນວຍການ​ພາກ​ພື້ນ​ຂອງ​ທະນາຄານ HSBC ​ໂດ​ແຣນ ສະ​ເຕ​ເດິ​ນ, ຮອງ​ປະທານ​ກຸ່ມ​ບໍລິສັດ Shire ລິນ​ດາ ຊີ, ຮອງ​ປະທານ​ກຸ່ມ​ບໍລິສັດ GE ກຣິສຕຽນ ບິນ​ແນ​ດ…

ປະກອບ​ຄວາມ​ເຫັນ​ທີ່​ການ​ປະຊຸມ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ເນັ້ນ​ເຖິງ​ການ​​ພັດທະນາຢ່າງ​ຂະຫຍັນ​ຂັນ​ເຄື່ອນຂອງ​ອາ​ຊຽນ ທີ່​ພວມ​ສ້າງ​ໂອກາດ​ອັນ​ສະດວກ​ດີ​ຫຼາຍ​ຢ່າງ​ໃຫ້​ແກ່​ບັນດາ​ວິ​ສາຫະກິດ, ​ໃນ​ນັ້ນ​ມີ​ຫວຽດນາມ ​ເຊິ່ງ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ ດ້ວຍ​ຍອດ​ປະລິມານ​ຜະລິດ​ຕະພັນ​ພາຍ​ໃນ (ຈີ​ດີ​ພີ) ​ເພີ່ມຂຶ້ນ​ສະ​ເຫຼ່ຍ 6% ຕໍ່​ປີ​ໃນ​ເວລາ 30 ປີ​ທີ່​ຜ່ານ​ມາ ​ແລະ ຄາດ​ວ່າ​ຈະ​ເພີ່ມຂຶ້ນ​ປະມານ 6,5-7% ຕໍ່​ປີ​ໃນ​ໄລຍະ 2017 - 2020.

ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໃຫ້​ຄວາມສັງເກດ​ວ່າ ​ກໍ່​ຄື​ກັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນອື່ນໆ, ຫວຽດນາມ​ມີ​ຕະຫຼາດ​ບົ່ມຊ້ອນທີ່​ໃຫຍ່​ໂຕ ກ່ຽວກັບ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຍ້ອນ​ມີ​ພົນ​ລະ​ເມືອງ​ໜຸ່ມ​ນ້ອຍ​ຢ່າງ​ຫຼວງ​ຫຼາຍ, ​ໃນ​ນັ້ນ 60% ຈຳນວນ​ພົນລະ​ເມືອງ​ມີ​ອາຍຸ​ຕ່ຳ​ກວ່າ 35 ປີ ​ແລະ ປະມານ 52% ຈຳ​ນວນ​ພົນລະ​ເມືອງ​ນຳ​ໃຊ້​ ອິນ​ເຕີ​ເນັດ; ຫວຽດນາມ​ພວມ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ສາກົນ ​ໂດຍ​ຜ່ານ​ການ​ເຊັນ​ສັນຍາ​ການ​ຄ້າ​ເສລີ (FTA) ຫຼາຍ​ສະບັບ, ​ໃນ​ນັ້ນ​ມີ​ສັນຍາ​ການ​ຄ້າ​ເສລີ​ທີ່​ມີ​ມາດຕະຖານ​ສູງ​ ​ແລະ ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ກ້າວ​ໄປ​ເຖິງ​ຕະຫຼາດ​ອາ​ຊຽນທີ່​ເປັນ​ເອກະ​ພາບ…

ບົນ​ຈິດ​ໃຈ​ດັ່ງກ່າວ​ນັ້ນ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ສະ​ເໜີ​ຄວາມ​ຄິດ​ເຫັນໃຫ້​ເວທີ​ປຶກສາຫາລືເສດຖະກິດ​ໂລກ​ ວ່າດ້ວຍ​ອາ​ຊຽນ ຄວນ​ພິຈາລະນາ​ງສ້າງຕັ້ງ ໜ່ວຍ​ປະຕິບັດ​ງານ​ເພື່ອຄົ້ນຄວ້າ, ສົ່ງ​ເສີມ​ນະ​ໂຍບາຍ​ການ​ສຶກສາ, ຝຶກ​ອົບຮົມ​ອາຊີບ, ຊຸກ​ຍູ້​ການ​ສ້າງ​ຕັ້ງ​ຕະຫຼາດຄວາມ​ຄິດ​ເຫັນ​ລິ​ເລີ່​ມປະດິດ​ສ້າງ (ສະ​ຕາດ-​ອັບ) ແລະ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ໃຫ້​ລົງທຶນ ຫຼື ຊື້ບັນດາ​ຄວາມ​ຄິດ​ລິ​ເລີ່​ມ ສະ​ຕາດ-ອັບ ຂອງ​ບັນດາຜູ້​ເກັ່ງ​ກ້າ​ສາມາດ​ໜຸ່ມ​ອາ​ຊຽນ. ທ່ານ​ນາຍົກລັດຖະມົນຕີຢືນຢັນ: “ຫວຽດນາມ​ຈະ​ເຮັດຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ພ້ອມ​ກັບ​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ ໃນ​ການ​ປະຕິບັດ​​ເປົ້າໝາຍອັນ​ສູງ​ສົ່ງ​ນີ້​ໃຫ້​ສຳ​ເລັດ​ຜົນ".

​ໃນ​ການ​ສຳ​ມະ​ນາ​ກ່ຽວ​ກັບ​ຫວຽດນາມ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ຍົກ​ໃຫ້​ເຫັນ​ແຈ້ງວ່າ ຫວຽດນາມ​ພວມ​ຕັດສິນ​ໃຈ​ກໍ່ສ້າງລັດ​ຖະບັນສ້າງສັນ​ການ​ພັດທະນາ ​ແລະ ຢືນຢັນ​ແຜນ​ນະ​ໂຍບາຍ​ພັດທະນາ​ວິ​ສາ​ຫະກິດ​ເອກະ​ຊົນ​ໃຫ້​ດຳລົງ​ບົດບາດ​ສຳຄັນ​ໃນ​ພື້ນຖານ​ເສດຖະກິດ​​, ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ, ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ສະດວກ​ດີ​ໃຫ້​ແກ່​ວິ​ສາ​ຫະກິດ ​ແລະ​ປະຊາຊົນ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ ​ໃຫ້​ຍາດ​ແຍ່ງ​ເອົາ​ໂອກາດ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ປັບປຸງ​ບູລະນະ​ການ​ສຶກສາ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ເລີ່ມທຸລະ​ກິດ, ຄວາມ​ສາມາດ​ປະດິດ​ສ້າງ ​ແລະ ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ທົ່ວ​ທັງ​ຊາດ.

ດ້ວຍ​ຈິດ​ໃຈ​ດັ່ງກ່າວ​ນັ້ນ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ສະ​ແດງ​ຄວາມ​ຫວັງ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ຕ່າງປະ​ເທດ​ຮ່ວມ​ມື​ກັບ​ຫວຽດນາມ​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ພ້ອມ​ກັນຍາ​ດ​ເອົາ​ໄຊຊະນະ ​ແລະ ຄວາມ​ສຳ​ເລັດ​ຜົນ​ຮ່ວມ​ກັນ.

​ໃນ​ໂອກາດ​ນີ້, ດ້ວຍ​ບົດບາ​ດ​ເປັນ​ເຈົ້າພາບ​ຂອງ​ກອງ​ປະຊຸມ ​ເອ​ເປ​ກ 2017, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນດາ​ທ່ານ​ຜູ້​ແທນ​ທີ່​ມາ​​ຮ່ວມ​ກອງ​ປະຊຸມ​ແລະ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ ​ເອ​ເປ​ກ ຢູ່ຫວຽດນາມ​ ເພື່ອພ້ອມ​ກັນ​ແບ່ງປັນ​ຄວາມ​ຄິດ​ລິ​ເລີ່​ມຕ່າງໆ ​ແລະ ​ໂອກາດ​ການ​ຮ່ວມ​ມື​ ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມຂອງ​ພາກ​ພື້ນ.

​ໃນ​ພິທີ​ປິດ​ກອງ​ປະຊຸມ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ຮັບ​ມອບ​ບົດບາດ​ເປັນ​ເຈົ້າພາບ​ຂອງ​​ເວທີປຶກສາຫາລື​ເສດຖະກິດ​ໂລກ​ ວ່າດ້ວຍ​ອາ​ຊຽນ ປີ 2018. ທ່ານ​ນາຍົກລັດຖະມົນຕີໃຫ້ທັດສະນະ​ວ່າ ການ​ທີ່ເວທີ​ປຶກສາຫາລື​ເສດຖະກິດ​ໂລກ ຄັດ​ເລືອ​ກຫວຽດນາມ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມເວທີ​ປຶກສາຫາລືເສດຖະກິດ​ໂລກ ວ່າດ້ວຍ​ພາກ​ພື້ນ​​ ອີກ​ເທື່ອ​ໜຶ່ງນັ້ນ ​ແມ່ນ​ໄດ້​ພິສູດ​ຢັ້ງຢືນ​ເຖິງ​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ຄວາມ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ເວທີ​ປຶກສາຫາລື​ເສດຖະກິດ​ໂລກ ກໍ່​ຄື​ລະຫວ່າງ​ຫວຽດນາມ ​ແລະ ປະຊາ​ຄົມ​ບັນດາ​ວິ​ສາ​ຫະກິດ, ທ່ານ​ນາຍົກລັດຖະມົນຕີຢືນຢັນ​​ຮ່ວມ​ມື​ກັບ​​ເວທີ​ປຶກສາຫາລື​ເສດຖະກິດ​ໂລກ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ເວທີ​ປຶກສາຫາລືເສດຖະກິດ​ໂລກ​ວ່າດ້້ວຍ​ອາ​ຊຽນ ປີ 2018 ຢູ່​ຫວຽດນາມ​ ຢ່າງ​ສຳ​ເລັດ​ຜົນ./.

​ໂດ​ບ ບນ. (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)

ເຫດການ
302 Found

Found

The document has moved here.