ຫວຽດນາມ - ລາວ: ຊຸກຍູ້ການຮ່ວມມືລະຫວ່າງສູນເຂດຮ້ອນຫວຽດນາມ-ລັດເຊຍ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ

09:13 | 01/12/2019

ຍສໝ - ໃນວັນທີ 29 ພະຈິກ 2019, ຢູ່ຮ່າໂນ້ຍ ສສ ຫວຽດນາມ, ສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ມີການເຮັດວຽກກັບຄະນະກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສູນເຂດຮ້ອນຫວຽດນາມ-ລັດເຊຍ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ.

ຫວຽດນາມ - ລາວ: ຊຸກຍູ້ການຮ່ວມມືລະຫວ່າງສູນເຂດຮ້ອນຫວຽດນາມ-ລັດເຊຍ ແລະກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ

ບັນຍາກາດທີ່ການເຮັດວຽກ.(ພາບ: ພາບ: ທຸ່ຍລີງ)

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນຈັດຕະວາ ດັ້ງຮົ່ງຈຽນ, ຜູ້ອຳນວຍການໃຫຍ່ສູນເຂດຮ້ອນຫວຽດນາມ-ລັດເຊຍ, ໄດ້ແນະນໍາໂດຍສັງເຂບກ່ຽວກັບວິວັດການກໍ່ສ້າງ, ພັດທະນາ ແລະບັນດາພາລະບົດບາດ, ໜ້າທີ່ຕົ້ນຕໍຂອງສູນ. ພ້ອມທັງສະແດງຄວາມປາດຖະໜາວ່າໃນໄລຍະຈະມາເຖິງ, ການພົວພັນສົມທົບ, ຮ່ວມມືຄົ້ນຄວ້າວິທະຍາສາດລະຫວ່າງຫວຽດນາມ ແລະລາວ ເວົ້າລວມ, ລະຫວ່າງສູນເຂດຮ້ອນຫວຽດນາມ-ລັດເຊຍ ແລະບັນດາອົງການຈັດຕັ້ງຂອງກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ເວົ້າສະເພາະຈະນັບມື້ນັບພັດທະນາ, ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ, ຮັບໃຊ້ໃຫ້ຂົງເຂດເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະພັດທະນາວິທະຍາສາດ-ເຕັກໂນໂລຢີຢູ່ແຕ່ລະປະເທດ.

ສ່ວນທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີລາວ ຕີລາຄາສູງບັນດາຜົນງານເຊິ່ງສູນເຂດຮ້ອນຫວຽດນາມ-ລັດເຊຍ ບັນລຸໄດ້ໃນວິວັດການກໍ່ສ້າງ ແລະພັດທະນາ. ພ້ອມທັງຫວັງວ່າ ສອງຝ່າຍຈະເພີ່ມທະວີການແລກປ່ຽນບົດຮຽນ, ຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຢີ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະຫວຽດນາມ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

302 Found

Found

The document has moved here.