ນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸກ ປຸກລະດົມຂະບວນການ ຕ້ານຂີ້ເຫຍື້ອແບບປລາດສຕິດໃຊ້ເທື່ອດຽວ ໃນທົ່ວປະເທດ

22:43 | 09/06/2019

ຍສໝ - ວັນທີ 9 ມີຖຸນາ, ຢູ່ຮ່າໂນ້ຍ, ນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸກ ປຸກລະດົມຂະບວນການ ຕ້ານຂີ້ເຫຍື້ອແບບປລາດສຕິດໃຊ້ເທື່ອດຽວ ໃນທົ່ວປະເທດ. ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ: ເປົ້າໝາຍສູ້ຊົນເຖິງປີ 2025 , ທົ່ວປະເທດຈະບໍ່ໃຊ້ຜະລິດຕະພັນປລາດສຕິດໃຊ້ເທື່ອດຽວ.

ພິທີດັ່ງກ່າວໄດ້ຈັດຂື້ນໂດຍ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະສານສົມທົບ ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ມີຈຸດປະສົງເພື່ອໂຄສະນາເຜີຍແຜ່, ຄົນພະຍາຍາມ ເຖິງປີ 2025 , ທົ່ວປະເທດຈະບໍ່ນຳໃຊ້ຖົງຢາງ, ຜະລິດຕະພັນປລາດສຕິດໃຊ້ເທື່ອດຽວ.

ນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸກ ປຸກລະດົມຂະບວນການ ຕ້ານຂີ້ເຫຍື້ອແບບປລາດສຕິດໃຊ້ເທື່ອດຽວ ໃນທົ່ວປະເທດ

ນາຍົກລັດຖະມົນຕີ ຫງວຽນ ຊວນຟຸກກ່າວຄຳເຫັນທີ່ພິທີປຸກລະດົມ. (ພາບ: baotainguyenmoitruong.vn)

ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວ໋ຽນ ຊົນ ຟຸກ ຊີ້ເນັ້ນໜັກວ່າ ລັດຖະບານໄດ້ຮຽກຮ້ອງປະຊາຄົມວິສາຫະກິດຈົ່ງຍົກສູງຄວາມຮັບຜິດຊອບສັງຄົມ, ພ້ອມກັນຮ່ວມແຮງຮ່ວມໃຈຕ້ານຂີ້ເຫຍື້ອຢາງປລາດສຕິດເສດເຫຼືອ. ຕັ້ງໜ້າຈັດປະເພດເພື່ອເກັບເອົາ, ຜະລິດຄືນໃໝ່, ບໍ່ນຳໃຊ້ຖົງຢ່າງ, ຜະລິດຕະພັນປລາດສຕິດໃຊ້ຄັ້ງດຽວ. ບັນດາຮ້ານສັບພະສິນຄ້າ, ພັດຕະຄານ, ໂຮງແຮມ…ບໍ່ໃຊ້ຖົງຢາງ, ຜະລິດຕະພັນປລາດສຕິດໃຊ້ເທື່ອດຽວ. ສົ່ງເສີມຜູ້ໄປຊື້ເຄື່ອງ ຕ້ອງຖືຖົງ, ຜະລິດຕະພັນຫຸ້ມຫໍ່ຂອງຕົນ ທີ່ສາມາດໃຊ້ໄດ້ຫຼາຍເທື່ອ, ນຳໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ. ທຸກຄົນ, ທຸກຄອບຄົວ ນັບແຕ່ນີ້ຕໍ່ໄປ ຈົ່ງປະຕິບັດຄຳຂວັນ: "ປາສະຈາກຂີ້ເຫຍືຶ້ອ ຢາງປລາດສຕິດເສດເຫຼືອ, ປະກອບສ່ວນປົກປັກຮັກສາສະພາບແວດລ້ອມແຫ່ງຊີວິດໃນວັນນີ້ ແລະ ອະນາຄົດ".

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.